ກອງປະຊຸມ ດຳເນີນຊີວິດການເມືອງ ໜ່ວຍພັກບ້ານດອນໃໝ່ ເມືອງໄຊຍະບຸລີ ສະໄໝທີ VIII
ກອງປະຊຸມ ດຳເນີນຊີວິດການເມືອງ ໜ່ວຍພັກບ້ານດອນໃໝ່ ເມືອງໄຊຍະບຸລີ ແຂວງໄຊຍະບູລີ ສະໄໝທີ VIII ໄດ້ໄຂຂື້ນໃນຕອນເຊົ້າ ວັນທີ 18 ກັນຍາ 2023 ທີ່ໂຮງຮຽນການເມືອງການປົກຄອງແຂວງ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເຂລາພັກເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ້າ-ຮອງຫົວໜ້າຫ້ອງການຂອງເມືອງ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ພ້ອມດ້ວຍສະມາຊິກພັກພາຍໃນບ້ານດອນໃໝ່ເຂົ້າເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ປັ່ນ ໂສພາ ເລຂາພັກບ້ານ ນາຍບ້ານດອນໃໝ່ ໄດ້ຂື້ນຜ່ານບົດລາຍງານການເມືອງ, ຜ່ານບົດສໍາຫຼວດການນໍາພາຂອງບ້ານ ພ້ອມນັ້ນ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ໄດ້ຜ່ານບົດສໍາຫຼວດຕົນເອງ ການຊີ້ນໍາ-ນໍາພາລວມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 5 ປີ ຜ່ານມາ ພ້ອມກັນນີ້ ສະມາຊິກພັກກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃຫ້ຄະນະໜ່ວຍພັກເຊີ່ງໄດ້ຍົກໃຫ້ເຫັນຜົນງານໃນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງຄະນະໜ່ວພັກເພື່ອພ້ອມກັນນໍາໄປປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂື້ນກວ່າເກົ່າ ຈາກນັ້ນ ໃນກອງປະຊຸມກໍ່ໄດ້ແບ່ງໜ່ວຍສໍາຫຼວດ ແລະ ນໍາພາດໍາເນີນຊີວິດການເມືອງ ພ້ອມທັງຈັດຕັ້ງການທາມທາບບຸກຄະລາກອນຮອບ 2 ຕື່ມອີກ.
ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ 020 55656090
ຜົນງານ 5 ປີຂອງຄະນະໂຄສະນາອົບຮົມ ເມືອງໄຊສະຖານ ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມເມືອງໄຊສະຖານ ແມ່ນຫ້ອງການໜຶ່ງ ທີ່ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກເມືອງ ໄຊສະຖານ ໃນການໂຄສະນາສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ລະບຽບກົດໝາຍຂອງລັດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ໃຫ້ແກ່ສະມາຊິກພັກ, ພະນັກງານ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຄະນະໂຄສະນາອົບຮົມເມືອງໄຊສະຖານ ປະກອບມີ 3 ໜ່ວຍງານຄື: ໜ່ວຍງານບໍລິຫານ-ຈັດຕັ້ງ ແລະ ຫາງສຽງສັງຄົມ, ໜ່ວຍງານໂຄສະນາ ແລະ ຂໍ້ມູນຂ່າວສານ ແລະ ໜ່ວຍງານອົບຮົມ; ມີພະນັກງານທັງໜົດ 8 ທ່ານ, ຍິງ 3 ທ່ານ ໃນນັ້ນ, ມີສະມາຊິກພັກ 7 ສະຫາຍ, ຍິງ 2 ສະຫາຍ.
ໂດຍປະຕິບັດຕາມສິດພາລະບົດບາດ ແລະ ໜ້າທີຂອງຄະນະໂຄສະນາອົບຮົມເມືອງ ແມ່ນໄດ້ເອົາໃຈໃສ່ປະຕິບັດ
ວຽກງານການເມືອງ-ແນວຄິດຢ່າງເປັນປະຈຳ ແລະ ເປັນປົກກະຕິ ເຊິ່ງໃນຕະຫຼອດໄລຍະ 5 ປີຜ່ານມາ ສາມາດຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ: ໜ່ວຍງານໂຄສະນາ ແລະ ຂໍ້ມູນຂ່າວສານ ໄດ້ສຳເລັດການເຜີຍແຜ່ເຊື່ອມຊືມມະຕິ XI ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງ, ມະຕິ II ຂອງອົງຄະນະພັກເມືອງຢູ່ສຳນັກງານ, ອົງການ, ກົມກອງໄດ້ 11 ຄັ້ງ ແລະ ຢູ່ຮາກຖານບ້ານ 11 ຄັ້ງ, ເຊິ່ງມີຜູ່ເຂົ້າຮ່ວມທັງໜົດ 5.408 ຄົນ, ຍິງ 736 ຄົນ, ໃນນີ້ເປັນສະມາຊິກພັກ 3.808 ສະຫາຍ, ຍິງ 408 ສະຫາຍ; ໄດ້ໂຄສະນາປາຖະກະຖາເນື່ອງໃນໂອກາດວັນສຳຄັນຂອງຊາດ, ຂອງພັກ, ວັນຄ້າຍວັນເກີດຂອງທ່ານຜູ້ນຳ, ເອກະສານນຳພາການເມືອງ ແນວຄິດໃນໄລຍະໃໝ່ ແລະ ນິຕິກຳຕ່າງໆ ທັງໜົດ65 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງທັງໜົດ 31.522 ເທື່ອຄົນ, ຍິງ 14.021 ເທື່ອຄົນ, ໃນນີ້, ສະມາຊິກພັກ 9.936 ສະຫາຍ, ຍິງ 2.591 ສະຫາຍ; ໄດ້ເຜີຍແຜ່ເຊື່ອມຊືມມະຕິຄົບຄະນະບໍລິຫານງານສູນກາງພັກແຕ່ລະຄັ້ງ ສະໄໜທີ XI, ມະຕິກອງກອງປະຊຸມກາງສະໄໜຂອງອົງຄະນະພັກແຂວງ ສະໄໜທີ VII, ມະຕິກອງປະຊຸມຄົບຄະນະກາງສະໄໜຂອງອົງຄະນະພັກເມືອງສະໄໜທີ II ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 11 ສະໄໜທີ II, ມີຜູ້ເຂົ້າຮ່ວມຮັບຟັງທັງໜົດ 2.751 ສະຫາຍ, ຍິງ 1.229 ສະຫາຍ; ໄດ້ລົງເຜີຍແຜ່ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໜທີ XI ຢູ່ສຳນັກງານ, ອົງການ, ກົມກອງ ແລະ ຮາກຖານບ້ານ ມີສະມາຊິກພັກເຂົ້າຮ່ວມ 395 ສະຫາຍ, ຍິງ 92 ສະຫາຍ, ໄດ້ລົງຮໍ່າຮຽນເອກະສານໃຫ້ພົນລະເມືອງດີໄດ້ທັງໜົດ 21 ຄັ້ງ, ມີຜູ້ເຂົ້າຮ່ວມ 51ຄົນ, ຍິງ 13 ຄົນ, ໄດ້ຈຳໜ່າຍວາລະສານໂຄສະນາ, ວາລະສານອາລຸນໃໝ່ ທັງໜົດ 339 ຫົວ, ເອກະສານອົບຮົມສະມາຊິກພັກ 20 ຫົວ, ເອກະສານກອງປະຊຸມໃຫ່ຍຄັ້ງທີ່ XI ຂອງພັກ 95 ຫົວ, ຈຳໜ່າຍຮູບພາບຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ສະໄໜທີ XI ທັງໜົດ 25 ແຜນ ແລະ ຮູບພາບຂອງກົມການເມືອງສູນກາງພັກ 1 ຊຸດ, ຈຳໜ່າຍຮູບພາບຂອງຄະນະບໍລິຫານງານພັກແຂວງສະໄໜທີ VII ທັງໜົດ 62 ແຜນ, ຈຳໜ່າຍຮູບພາບຂອງຄະນະບໍລິຫານງານພັກເມືອງສະໄໜທີ II ທັງໜົດ....ແຜນ ແລະ ເອກະສານອົບຮົມ 2 ວາລະແຫ່ງຊາດ.....ຫົວ, ນອກຈາກນີ້ຍັງໄດ້ນຳເອົາຄູ່ມືພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ສປປລາວ ຄົບຮອບ 45 ປີ ແຈກຢາຍໃຫ້ສຳນັກງານ, ອົງການ, ກົມກອງ, ລັດວິສາຫະກິດ, ສະມາຊິກພັກ, ພະນັກງານລັດຖະກອນອ້ອມຂ້າງເມືອງ, ພ້ອມນີ້ກໍໄດ້ເກັບກຳຂ່າວ, ຂຽນຂ່າວໄດ້ 12 ຂ່າວສົ່ງໃຫ້ຫ້ອງການ ຖວທເມືອງ, ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ພ້ອມທັງລົງເວບໄຊ ແລະ ອອກວິທະຍຸກະຈາຍສຽງຂອງແຂວງ, ວຽກດີຄົນເດັ່ນ, ວຽກງານການເຄື່ອນໄຫວຂອງຄະນະພັກ,ຂອງຄະນະໂຄສະນາອົບຮົມເມືອງເພື່ອລົງວາລະສານໂຄສະນາສູນກາງພັກໄດ້ 7 ບົດ.
ວຽກງານອົບຮົມ: ໄດ້ຈັດຝຶກອົບຮົມຄວາມຮູ້ພື້ນຖານດ້ານທິດສະດີ-ການເມືອງການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ແກ່ຄະນະພັກຮາກຖານ, ຄະນະໜ່ວຍພັກ, ອົງການປົກຄອງບ້ານພາຍໃນເມືອງທັງໜົດ 1 ຄັ້ງ, ມີຜູ້ເຂົ້າຮ່ວມທັງໜົດ 23 ທ່ານ, ຍິງ 2 ທ່ານ, ໄດ້ຮຳ່ຮຽນ ຫຼື ອົບຮົມເປົ້າໝາຍຂະຫຍາຍເຂົ້າພັກໄດ້ 36 ຊຸດ, ມີມະຫາຊົນເຂົ້າອົບຮົມ 201 ສະຫາຍ, ຍິງ 58 ສະຫາຍ ພ້ອມທັງອອກໃບຢັ້ງຢືນໃຫ້ແກ່ມະຫາຊົນ ຜູ້ກ້າວໜ້າດີເດັ່ນທີ່ຈະໄດ້ຂະຫຍາຍເຂົ້າພັກ ຕາມການສະເໜີຂອງເລຂາຄະນະພັກຮາກຖານ, ໜ່ວຍພັກຈຳນວນ 201 ສະຫາຍ, ຍິງ 58 ສະຫາຍ, ໄດ້ເຜີຍ ແຜ່ເຊື່ອມຊືມເອກະສານອົບຮົມສະມາຊິກພັກຢູ່ສຳນັກງານ, ອົງການ, ກົມກອງ, ໂຮງຮຽນ ແລະ ບ້ານໄດ້ ທັງໜົດ28 ຄັ້ງ, ມີຜູ້ເຂົ້າຮ່ວມ 13.079 ສະຫາຍ, ຍິງ 5.734 ສະຫາຍ; ໄດ້ກະກຽມດ້ານບຸກຄະລະກອນ, ງົບປະມານ, ເອກະສານຮອບດ້ານໃນການເປີດຮຽນທິດສະດີການເມືອງ ແລະ ການປົກຄອງ 10 ວັນໃຫ້ແກ່ເລຂາໜ່ວຍພັກ-ນາຍ ບ້ານຊຸດທີ I ສຳເລັດ ແລະ ຈະໄດ້ໄວໆ ນີ້ ແລະ ກະກຽມລົງເຜີຍແຜ່ເຊືອມຊືມເອກະສານການເມືອງ-ແນວຄິດເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ.
ເຈົ້າແຂວງ ໄຊຍະບູລີ ຕ້ອນຮັບ ປອ ລີເບີ ລີບົວປ່າວ.
………………………………..
ໃນຕອນເຊົ້າຂອງວັນທີ 11 ກັນຍາ 2023 ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບ ທ່ານ ປອ ລີເບີ ລີບົວປ່າວ ກໍາມະການສູນກາງພັກ,ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ-ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ພ້ອມຄະນະ.
ກ່ອນອື່ນ ທ່ານ ປອ ລີເບີ ລີບົວປ່າວ ຄະນະປະຈໍາສະພາແຫ່ງຊາດ ແມ່ນໄດ້ແຈ້ງຈຸດປະສົງທີ່ມາເຮັດວຽກຢູ່ແຂວງ ໄຊຍະບູລີ ເປັນຕົ້ນແມ່ນເພື່ອຕິດຕາມຊຸກຍູ້ການປະຕິບັດວາລະແຫ່ງຊາດວ່າດ້ວຍເສດຖະກິດ ແລະ ການເງິນຢູ່ແຂວງ ໄຊຍະຍູລີ, ຕິດຕາມກວດກາບັນດາໂຄງການທີ່ສະພາແຫ່ງຊາດອານຸມັດໃຫ້ຈັດຕັ້ງປະຕິບັດຢູ່ບັນດາເມືອງທົ່ວແຂວງ, ກວດກາຄືນໂຄງການທີ່ຍັງບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການທີ່ພວມຈັດຕັ້ງປະຕິບັດ, ໂຄງການສືບຕໍ່, ໜີ້ສິນທີ່ຍັງຄ້າງຂອງແຕ່ລະໂຄງການ ແລະ ການວາງແຜນຊໍາລະໜີ້ສິນໂຄງການ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ລາຍງານສະພາບການພັດທະນາເສດຖະກີດຂອງແຂວງ ໂດຍສັງເຂບ ເຊິ່ງເສດຖະກິດຂອງແຂວງແມ່ນໄດ້ອາໄສ 3 ທ່າແຮງຕົ້ນຕໍຄື: ອຸດສາຫະກໍາ, ກະສິກໍາ ຕິດພັນກັບການປຸງແຕ່ງເພື່ອສົ່ງອອກ. ການຄ້າຊາຍແດນ, ການຂົນສົ່ງ ແລະ ການທ່ອງທ່ຽວ. ພະລັງງານໄຟຟ້າ, ທ່ານເຈົ້າແຂວງຍັງແຈ້ງໃຫ້ຮູ້ຕື່ມອີກວ່າຮອດປະຈຸບັນທົ່ວແຂວງແມ່ນມີເສັ້ນທາງທະລຸເຂົ້າເຖິງໝົດທຸກບ້ານ, ອັດຕາການຊົມໃຊ້ໄຟຟ້າໃນລະບົບ 98%, ໃຊ້ນໍ້າສະອາດ 96% ແລະ ເມືອງທີ່ຍັງທຸກຍາກ 3 ເມືອງ, ມີ115 ບ້ານ, ເທົ່າກັບ 36%.
........................................
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ເມືອງຊຽງຮ່ອນແຂວງໄຊຍະບູລີປາຖະກະຖາຫວນຄືນມູນເຊື້ອສະຫະພັນນັກຮົບເກົ່າແຫ່ງຊາດລາວ
ພິທີໄດ້ຈັດຂື້ນໃນວັນທີ 8 ກັນຍາ 2023 ນີ້ ຢູ່ທີ່ສະໂມສອນຂອງເມືອງ ໃຫ້ກຽດປາຖະກະຖາໂດຍທ່ານ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນ ມີປະທານສະຫະພັນນັກຮົບເກົ່າເມືອງ ອົງການປົກຄອງເມືອງ, ພະນັກງງານຫຼັກແຫຼ່ງອ້ອມຂ້າງເມືອງ ຕະຫຼອດຮອດສະມາຊິກສະຫະພັນນັກຮົບເກົ່າພາຍໃນເມືອງເຂົ້າຮ່ວມ179ທ່ານ,ຍິງ 17ທ່ານ.
ໃນພິທີທ່ານ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນໄດ້ເລົ່າຫວນຄືນມູນເຊື້ອຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 21 ປີ 9 ກັນຍາ 2002 - 9 ກັນຍາ 2022 ເຊິ່ງຕະຫຼອດໄລຍະ 200 ກວ່າປີ ຊາດລາວໄດ້ຕົກເປັນຫົວເມືອງຂື້ນ ແລະ ຖືກຕ່າງຊາດເຂົ້າມາຮຸກຮານ ເຮັດໃຫ້ປະຊາຊົນລາວຕົກທຸກໄດ້ຍາກ ປະເທດຊາດສູນເສຍຄວາມເປັນເອກະລາດ ຂາດອິດສະລະພາບ ສູນເສຍຜືນແຜ່ນດິນທີ່ອຸດົມສົມບູນຮັ່ງມີ ສູນເສຍຄວາມເປັນເຈົ້າຂອງປະເທດຊາດ. ພວກເຂົາໄດ້ກົດຂີ່ຂູດຮີດປະຊາຊົນຢ່າງໜັກໜ່ວງ ດ້ວຍນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ຮັກຜືນແຜ່ນດິນຂອງຕົນເອງ ຈຶ່ງເກີດມີຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຮຽກຮ້ອງເອົາຄວາມເປັນເອກະລາດແຫ່ງຊາດ ທວງເອົາສິດເສລີພາບຂອງປະຊາຊົນ ເປັນຕົ້ນແມ່ນ ຂະບວນການຕໍ່ສູ້ໃນແຕ່ລະໄລຍະ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນຕໍ່ສູ້ຢ່າງເດັດດ່ຽວ ຕໍ່ສູ້ຕີເອົາຊະນະສັດຕູຜູ້ຮຸກຮານ ສາມາດສະຖາປະນາລະບອບໃໝ່ ລະບອບສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ 1975 ຕໍ່ກັບທາດແທ້ຂອງສະຫະພັນນັກຮົບເກົ່າແຫ່ງຊາດ ດັ່ງກ່າວ ທ່ານ ກໍຍັງໄດ້ປາຖະກະຖາ ເລົ່າຫວນຄືນສະພາບແວດລ້ອມການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ,ຄວາມສໍາຄັນແລະຄວາມຈໍາເປັນພາວະວິໄສໃນການສ້າງຕັ້ງສະຫະພັນນັກຮົບເກົ່າ, ຜົນງານ,ໄຊຊະນະພົ້ນເດັ່ນໃນພາລະກິດປະຕິວັດສາດ ປະຊາທິປະໄຕ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 21 ປີຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນໂອກາດດຽວກັນນີ້ການນໍາຂອງເມືອງ ແລະບັນດາຂະແໜງການກໍຍັງໄດ້ມອບກະຕ່າຂອງຂັວນໃຫ້ກັບສະຫະພັນນັກຮົບເກົ່າເພື່ອເປັນການຊົມເຊີຍຜົນງານການຈັດຕັ້ງປະຕິບັດວຽກງານຂອງສະຫະພັນນັກຮົບເກົ່າໃນໄລຍະຜ່ານມາ.
ຈຸດປະສົງໃນການປາຖະກະຖາໃນຄັ້ງນີ້ກໍເພື່ອເປັນການເຜີຍແຜ່ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ, ຜົນງານການເຄື່ອນທີ່ພົ້ນເດັ່ນ ແລະ ຄວາມສາມັກຄີຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ທັງເປັນການປູກຈິດສໍານຶກໃຫ້ຜູ້ເຂົ້າຮ່ວມກໍຄືຊາວໜຸ່ມເຍົາວະຊົນທົ່ວໄປໄດ້ຈົດຈໍາບຸນຄຸນແລະຄຸນງາມຄວາມດີຂອງສະຫະພັນນັກຮົບເກົ່າ ພ້ອມກັນຮໍ່າຮຽນເອົາມູນເຊື້ອວັນສໍາຄັນດັ່ງກ່າວເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າຕໍ່ໄປ.
ຍິນດີຕ້ອນຮັບສູ່ເວັບໄຊສຄະນະໂຄສະນາອົບຮົມແຂວງໄຊຍະບູລີ
![]() | ມື້ນີ້ | 31 |
![]() | ມື້ວານນີ້ | 664 |
![]() | ອາທິດນີ້ | 8 |
![]() | ເດືອນນີ້ | 5480 |
![]() | ທັງໝົດ | 178949 |
ມີ 113 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌