ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

ພາລະບົດບາດ

- ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ, ສະບັບເລກທີ 063/ກມສຍ, ລົງວັນທີ 12 ຕຸລາ 2004 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມສູນກາງພັກ.

-   ອີງຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ, ສະບັບເລກທີ 515 /ຄພຂ, ລົງວັນທີ 2 ກັນຍາ 2010 ວ່າດ້ວຍພາລະບົດບາດ ແລະ ໜ້າທີ ແລະ ລະບອບແບບແຜນວິທີເຮັດວຽກຂອງ

ຄະນະບໍລິຫານງານພັກແຂວງໄຊຍະບູລີ.ສະໄໝທີV.

-   ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງພະແນກພານໃນແຂວງ.

ຄະນະປະຈຳພັກແຂວງໄຊຍະບູລີຕົກລົງ:

ໝວດທີ I

ວ່າດ້ວຍທີ່ຕັ້ງ ແລະ ພາລະບົດບາດ

ມາດຕາ1:ວ່າດ້ວຍທີຕັ້ງ

 ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຂຽນຊື່ຫຍໍ້ດ້ວຍຕົວອັກສອນ (ຄອຂ.ຊຍ) ແມ່ນອັງການຈັດຕັ້ງໜຶ່ງຂອງພັກ. ມີສະຖານະທຽບເທ່າກັບບັນດາພະແນກການ ແລະ ອົງການຕ່າງໆຂອງ

ລັດຂັ້ນແຂວງ.

ມາດຕາ 2 ວ່າດ້ວຍພາລະບົດບາດ.

       ຄະນະໂຄສະນາອົບຮົມແຂວງມີພາລະບົດບາດເປັນເສນາທິການ ແລະ ເປັນອົງການວິຊາສະ

ເພາະໃຫ້ແກ່ຄະນະພັກແຂວງ ແລະ ຄະນະບໍລິຫານງານພັກແຂວງທາງດ້ານການດຳເນີນວຽກງານໂຄສະນາອົບຮົມກໍ່ຄືວຽກງານການເມືອງ-ແນວຄິດ, ຊ່ວຍຄະນະພັກໃນການສ້າງແຜນການ-ໂຄງການວຽກງານການເມືອງ-ແນວຄິດ ທັງເປັນຜູ້ດຳເນີນການເຮັດຕົວຈິງ ແລະ ທັງຕິດຕາມຊຸກຍູ້ກວດກາຕີລາຄາ ແລະ ສະຫຼຸບລາຍງານສະພາບ, ຮັບປະກັນໃຫ້ວຽກງານໂຄສະນາອົບຮົມກໍ່ຄືວຽກງານການເມືອງ-ແນວຄິດ ຂອງຄະນະພັກໃຫ້ເປັນໄປຕາມຫຼັກການລວມສູນ ແລະ ເປັນເອກະພາບ.

ໝວດທີ II

ວ່າດ້ວຍໜ້າທີ່ ແລະ ຂອບເຂດສິດ

ມາດຕາ 3: ວ່າດ້ວຍໜ້າທີ່

1.1 ປະຕິບັດແນວທາງ ແລະ ມະຕິຂອງພັກກ່ຽວກັບວຽກງານການເມືອງ-ແນວຄິດກການຊີ້ນຳຂອງຄະນະໂຄສະນາອົບຮົມແຂວງ ແລະ ຄະນະປະຈຳພັກແຂວງຢ່າງເປັນເຈົ້າການ-ເຂັ້ມງວດແລະ ຮັບປະກັນໝາກຜົນທີ່ໄດ້ຮັບຢ່າງມີປະສິດທິຜົນ.

3.2 ຫັນເອົາມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ໃຫ້ເປັນໂຄງການ, ເປັນແຜນງານ, ເພື່ອສ້າງເປັນເອກະສານເຜີຍແຜ່ໃຫ້ແກ່ເປົ້າໝາຍຕ່າງໆ ໃນຄວາມຮັບຜິດຊອບຂອງຕົນ.

3.3 ຂຶ້ນແຜນ, ໂຄງການໃນການຖັນແຖວພະນັກງານຜູ້ທີ່ເຮັດວຽກງານການເມືອງ-ແນວຄິດນັກໂຄສະນາປາຖະກະຖາ, ໃຫ້ພຽງພໍທາງດ້ານຈໍານວນ ແລະ ຄຸນະພາບເພື່ອຕອບສະໜອງຄວາມ

ຕ້ອງການຂອງວຽກງານໃນໄລຍະໃໝ່.

3.4 ນໍຳເອົາເອກະສານແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງລະບຽບກົດໝາຍຂອງລັດ; ເອກະສານໂຄສະນາປາຖະກະຖາເນື່ອງໃນໂອກາດວັນສຳຄັນຂອງຊາດ, ຂອງພັກ, ຂອງການນຳຂັ້ນສູງ, ສະພາບພົົ້ນເດັ່ນຢູພາຍໃນ ແລະ ຕ່າງປະເທດເພື່ອໂຄສະ ນາປາຖະກະຖາໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ພໍ່ຄ້າຊາວຂາຍ

ຕະຫຼອດ ຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ.

3.5 ຈັດຝຶກອົບຮົມໃຫ້ພະນັກງານ, ສະມາຊິກພັກ, ຄະນະພັກຮາກຖານ ແລະ ພະນັກງານຂັ້ນຮາກຖານຕາມເນື້ອໃນເອກະສານອົບຮົມສະມາຊິກພັກ, ເປົ້າໝາຍຂະຫຍາຍເຂົ້າພັກ, ເອກະສານອົບຮົມພະນັກງານຂັ້ນຮາກຖານ ແລະ ເອກະສານອື່ນໆໃຫ້ແຕ່ລະເປົ້າໝາຍຢ່າງທົ່ວເຖິງ.

3.6 ກໍາແໜນສະພາບແນວຄິດ, ຫາງສຽງສັງຄົມ, ຖ້ອຍທຳນອງຂອງສັດຕູ ແລະ ກຸ່ມຄົນບໍ່ດີເພື່ອສ່ອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິ ແລະ ສະເໜີວິທີການແກ້ໄຂໃຫ້ທັນການ.

3.7 ປະສານສົມທົບກັບຄະນະພັກເມືອງ ແລະ ຄະນະໂຄສະນາອົບຮົມເມືອງເພື່ອສຶກສາອົບຮົມວຽກງານການເມືອງ-ແນວຄິດຢູ່ອ້ອມຂ້າງເມືອງ ແລະ ຮາກຖານບ້ານໃຫ້ທົ່ວເຖິງ.

3.8 ສະຫຼຸບສັງລວມວຽກງານການເມືອງ-ແນວຄິດ, ຈັດຕັ້ງບໍາລຸງແນະນໍາວິຊາການ, ສະໜອງເອກະສານທີ່ຈຳເປັນໃຫ້ຄະນະໂຄສະນາອົບຮົມເມືອງ ແລະ ຂະແໜງການຕ່າງໆອ້ອມຂ້າງແຂວງ.

ມາດຕາ4: ວ່າດ້ວຍຂອບເຂດສິດ

4.1. ພົວພັນປະສານສົມທົບ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະກອບຄວາມເຫັນກ່ຽວກັບແຜນການ, ໂຄງການ ແລະ ປັບປຸງສັບຊ້ອນບຸກຄະລາກອນຂອງຄະນະໂຄສະນາອົບຮົມແຂວງ.ເມືອງໃນຄວາມຮັບຜິດຊອບຂອງຕົນ.

4.2. ເຂົ້າຮ່ວມກອງປະຊຸມຕ່າງໆຕາມການເຊື້ອເຊີນ ແລະ ປະກອບຄຳຄິດຄຳເຫັນທີ່ພົວພັນເຖິງວຽກງານການເມືອງ-ແນວຄິດທີ່ຂັ້ນເທິງ, ຂະແໜງການ, ອົງການ, ທ້ອງຖິ່ນຈັດຂຶ້ນ.

4.3. ອອກຄໍາແນະນໍາ ແລະ ແຈ້ງການຕ່າງໆ ເຖິງຄະນະພັກພະແນກການ-ອົງການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາເມືອງຕ່າງໆ ພາຍໃນແຂວງ, ກ່ຽວກັບວຽກງານໂຄສະນາອົບຮົມ.

ຮຽກໂຮມພະນັກງານໂຄສະນາອົບຮົມ ຫຼື ຜູ້ຮັບຜິດຊອບວຽກງານການເມຶອງ-ແນວຄິດຈາກພະ ແນກການ, ອົງການກົມກອງອ້ອມຂ້າງແຂວງເພຶ່ອປືກສາຫາລື, ຄົ້ນຄ້ວາ ຫຼື ເຜີຍແຜ່,  ໃຫ້ຄໍາແນະ ນຳກ່ຽວກັບທິດທາງ, ວິທີການ ແລະ ມາດຕະການດຳເນີນວຽກງານໂຄສະນາອົບຮົມ.

4.4. ຕົກລົງບັນຫາພາຍໃນຄະນະໂຄສະນາອົບຮົມແຂວງ, ເປັນຕົ້ນແມ່ນວຽກງານໂຄສະນາການປັບປຸງກົງຈັກການຈັດຕັ້ງ, ປະຕິບັດນະໂຍບາຍ, ກໍ່ສ້າງ, ການບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ, ຂອງພະນັກງານ-ລັດຖະກອນໃນຄວາມຮັບຊອບຂອງຕົນ.

 4.5. ຈັດຕັ້ງປະຕິບັດ ແລະ ນຳໃຊ້ງົບປະມານຂອງຂະແໜງການຂອງຕົ້ນໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ການນຳໃຊ້ພາຫະນະ, ວັດຖຸອຸປະກອນຕ່າງໆ ທີ່ພັກ-ລັດມອບໝາຍໃຫ້ມີປະສິດທິຜົນ.

ໝວດທີ III

ວ່າດ້ວຍກົງຈັກການຈັດຕັ້ງຂອງລັດ ແລະ ໂຄງປະກອບບຸກຄະລາກອນ

ມາດຕາ 5: ໂຄງປະກອບກົງຈັກປະກອບມີ 1 ຫ້ອງການ ແລະ 3 ຂະແໜງຄື:

  1. ຫ້ອງການ.
  2. ຂະແໜງໂຄສະນາ (ປາຖະກະຖາ; ສື່ສານ, ເຄື່ອນທີ່... ).
  3. ຂະແໜງອົບຮົມ.
  4. ຂະແໜງຄົ້ນຄວ້າສັງລວມ.

ມາດຕາ 6: ໂຄງປະກອບບຸກຄະລາກອນ.

6.1. ຄະນະໂຄສະນາອົບຮົມແຂວງ, ປະກອບດ້ວຍຫົວໜ້າຄະນະ 1 ທ່ານ ແລະຮອງຫົວໜ້າຈຳນວນໜຶ່ງຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກຄະນະປະຈຳພັກແຂວງຕາມການຄົ້ນຄວ້າເຫັນດີ ແລະ ນຳສະເໜີຂອງຄະນະຈັດຕັ້ງແຂວງໂດຍຜ່ານການເຫັນດີຂອງຄະນະໂຄສະນາອົບຮົມສູນກາງພັກ.

6.2. ຫົວໜ້າໂຄສະນາອົບຮົມແຂວງ. ເປັນຜູຮັບຜິດຊອບໂດຍກົງຕໍ່ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອັບຮົມສູນກາງກ່ຽວກັບຜົນສຳເລັດ ແລະ ຂໍ້ບົກຜ່ອງຕ່າງໆໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

6.3. ຮອງຫົວໜ້າໂຄສະນາອົບຮົມແຂວງ, ເປັນຜູ້ຊ່ວຍວຽກຫົວໜ້າ ແລະ ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າ ແລະ ໝູ່ຄະນະ.

ູ6.4. ມີຫົວໜ້າ- ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າຂະແໜງທີ່ໄດ້ຮັບການແຕ່ງ ຫຼື ປົດຕຳແໜ່ງຈາກຄະນະປະຈຳພັກແຂວງ, ໂດຍເຫັນດີເປັນເອກະພາບນຳສະເໜີຂອງຄະນະໂຄສະນາາອົບແຂວງ ແລະ ມີພະນັກງານວິຊາການຈຳນວນໜຶ່ງຕາມຄວາມຕ້ອງການຂອງຕຳແໜ່ງທີ່ໄດ້ລະບຸໄວ້.

ໝວດທີ IV

ວ່າດ້ວຍໜ້າທີ່ຂອງແຕ່ລະຂະແໜງ

ມາຕາ 7: ໜ້າທີ່ຂອງຫ້ອງການ

7.1. ເປັນເສນາທິການໃຫ້ຄະນະອົງການພົວພັນລະຫວ່າງແຂວງກັບສູນກາງ, ຄະນະກັບບັນດາຜູ້ອຳນວນການອົງການ, ອ້ອມຂ້າງແຂວງ, ແຂວງກັບເມືອງ ແລະ ຄະນະກັບພະນັກງານພາຍໃນ ຄ.ອ.ຂ.

7.2. ສ້າງເງືື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ພະນັກງານ, ລັດຖະກອນເຊັ່ນ: ບ່ອນເຮັດວຽກ, ສະໜອງວັດຖຸອຸປະກອນ, ເຄື່ອງຮັບໃຊ້ຫ້ອງການ, ຄຸ້ມຄອງພາຫະນະ, ເຄຫາສະຖານ, ແລະ ປ້ອງກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານຂອງຕົນ.

7.3.ບໍລິຫານ-ບໍລິການຮັບໃຊ້ວຽກງານຕ່າງໆເຊັ່ນ:ວຽກງານຂາເຂົ້າ-ຂາອອກ,ສົ່ງເອກະສານ,ປົກປັກຮັ້ກສາແລະເກັບມ້ຽນເອກະສານ,ການພິມ,ການອັດເອກະສານ ແລະອື່ນໆ ທີ່ກ່ຽວຂ້ອງ.ກັບວຽກງານວິຊາສະເພາະຂອງຕົນ.

7.4.ຄຸ້ມຄອງພະນັກງານ,ການບຳລຸງກໍ່ສ້າງພະນັກງານ,ສັບຊ້ອນພະນັກງານແລະການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ລັດຖະກອນທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ.

7.5.ຂື້ນແຜນງົບປະມານແລະຄຸ້ມຄອງນຳໃຊ້ງົບປະມານເຂົ້າໃນວຽກງານຕ່າງໆ ຕາມການຕົກລົງຂອງຄະນະໂຄສະນາອົບຮົມແຂວງ,ຂື້ນແຜນຄິດໄລ່ເງິນເດືອນພະນັກງານ-ລັດຖະກອນໃຫ້ຖືກຕ້ອງຕາມລະບຽບຫຼັກການ

7.6.ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ.

7.7.ຕິດຕາມ, ກວດກາແລະນຳໃຊ້ເຕັກນິກການເຊື່ອມຕໍ່ລະບົບເຄືອຂ່າຍເອເລັກໂຕນິກລະຫວ່າງຄະນະໂຄສະນາອົບຮົມສູນກາງພັກກັບໂຄສະນາອົບຮົມແຂວງແລະເມືອງ.

7.8.ຈັດຕັ້ງບຳລຸງຍົກລະດັບວິຊາການໄອທີໃຫ້ພະນັກງານໂຄສະນາອົບຮົມຮູ້ນຳໃຊ້ເຕັ້ກນິກ,ເຕັ້ກໂນໂລຊີ່ທີ່ທັນສະໄໝ.

ມາດຕາ8: ໜ້າທີ່ຂອງຂະແໜງໂຄສະນາ.

 8.1. ໂຄສະນາເຜີຍແຜ່ແນວທາງ ແລະນະໂຍບາຍຂອງພັກ-ກົດໝາຍຂອງລັດ,ມູນເຊື້ອຂອງພັກ,ຂອງກອງທັບ,ຂອງຊາດ,ວັນເກີດທ່ານຜູ້ນຳ,ຜົນສຳເລັດຂອງການຈັດຕັ້ງປະຕິບັດແນວທາງ,ນະໂຍບາຍຂອງພັກ-ລັດແລະຂອງແຂວງ;ສະພາບການພົ່ນເດັ່ນທັງພາຍໃນ ແລະ ຕ່າງປະເທດເປັນແຕ່ລະໄລຍະຕາມຄວາມເໝາະສົມ.

8.2. ເປັນເຈົ້າການປັບປຸງເນື້ອໃນເອກະສານ ໂຄສະນາປະຖະກະຖາທີ່່ຄະນະໂຄສະນາອົບຮົມສູນກາງພັກສົ່ງໃຫ້ໃຫ້ສອດຄ່ອງກັບສະພາບ,ຈຸດພິເສດ ແລະ ແທດເໝາະກັບເປົ້າໝາຍຂອງແຕ່ລະທ້ອງຖີ່ນພາຍໃນແຂວງ.

8.3. ເປັນເຈົ້າການສ້າງແຜນການ,ໂຄງການ ແລະຂື້ນແຜນງົບປະມານ ເພື່ອດໍາເນີນວຽກງານໂຄສະນາເປັນແຕ່ລະໄລຍະ.

8.4. ປະສານສົມທົບກັບຄະນະໂຄສະນາອົບຮົມສູນກາງພັກເພື່ອຈັດຕັ້ງ ແລະ ດໍາເນີນການຝຶກອົບຮົມຍົກລະດັບໃຫ້ພະນັກງານຜູ້ເຮັດວຽກໂຄສະນາປະຖະກະຖາ,ໂຄສະນາເຄື່ອນທີ່ ແລະ ໂຄສະນາຜ່ານສື່.

8.5. ຈັດຕັ້ງດໍາເນີນວຽກງານໂຄສະນາເຄື່ອນທີ່ໃຫ້ມີປະສິດຕິຜົນສູງ,ປະສານສົມທົບກັບກອງໂຄສະນາເຄື່ອນທີ່ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອເຄື່ອນໄຫວໂຄສະນາສາຍສາລະຄະດີຕ່າງໆແລະເກັບກຳຂໍ້ມູນຄອບຄົວຕົວແບບໃນການຜະລິດເປັນສິນຄ້າ,ສ້າງເປັນສາລະຄະດີເປັນແຕ່ລະໄລຍະ.

8.6. ຊຸກຍູ້, ຕິດຕາມການເຄື່ອນໄຫວວຽກງານໂຄສະນາເປັນປົກກະຕິ ແລະ ສັງລວມຜົນສຳເລັດລາຍງານໃຫ້ຄະນະປະຈຳພັັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ ເປັນປົກກະຕິ.

8.7. ຕິດຕາມ, ກວດກາການອອກປ້າຍໂຄສະນາຢູ່ຕາມຈຸດຕ່າງໆຂອງທຸກພາກສ່ວນທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ9: ໜ້າທີ່ຂອງຂະແໜງອົບຮົມ.

9.1. ຄົ້ນຄວ້າກຳແໜ້ນມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ແຕ່ລະສະໄໝເພື່ອສ້າງເປັນເອກະສານເຜີຍແຜ່ ບັນດາເປົ້າໝາຍຕ່າງໆ ໃນແຂວງ, ເມືອງໃຫ້ໄດ້ຢ່າງທັນການ.

9.2. ຝຶກອົບຮົມບຳລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີ, ແນວທາງຂອງພັກໃຫ້ແກ່ພະນັກງານ, ລັດຖະ ກອນຢູ່ຂັ້ນແຂວງ, ເມືອງຕາມເອກະສານອົບຮົມເປົ້າໝາຍຕ່າງໆຂອງກົມອົບຮົມໂຄສະນາອົບຮົມຮົມສູນກາງພັກ.

9.3. ຈັດຕັງຊຸດຝຶກອົບຮົມຄວາມຮູ້ພື້ນຖານທາງດ້ານການເມືອງ- ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ແກ່ເລຂາ, ຮອງເລຂາໜ່ວຍພັກ, ນາຍບ້ານ, ຫົວໜ້າໜ່ວຍອົງການຈັດຕັ້ບ້ານ ແລະ ປະຊາຊົນຢູ່ຂັ້ນຮາກຖານໃນທົ່ວແຂວງ.

9.4.ປະສານສົມທົບກັບພະແນກການ, ອົງການຕ່າງໆ ເພື່ອຈັດຕັ້ງຝຶກອົບຮົມອອກະສານເປົ້າໝາຍຂະຫຍາຍເຂົ້າພັກໃຫ້ແກ່ບັນດາເປົ້າໝາຍຂອງແຕ່ລະພະແນກການຂອງແຂວງ.

9.5. ຕິດຕາມກວດກາ ແລະ ຊຸກຍູ້ການຮຽນການສອນວິຊາສຶກສາພົນລະເມືອງ, ວິຊາສັງຄົມການເມືອງຢູ່ບັນດາໂຮງຮຽນອາຊີວະສຶກສາ, ໂຮງຮຽນສາມັນຢູ່ແຂວງ ແລະ ບັນດາເມືອງ.

9.6. ສ້າງແຜນການເຄື່ອນໄຫວວຽກງານຂອງຂະແໜງຂອງຕົນເອງໃນການຈັດຕັ້ງຝຶກອົບຮົມ ບັນດາເປົ້າໝາຍຕ່າງໆໃຫ້ທັນເວລາ, ພ້ອມທັງສະຫຼຸບຕີລາຄາ, ປະເມີນຜົນບັ້ນຝຶກອົບຮົມໃນແຕ່ລະຄັ້ງເພື່ອລາຍງານຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.

 ມາດຕາ10: ໜ້າທີ່ຂອງຂະແໜງຄົ້ນຄວ້າສັງລວມ.

10.1. ຄົ້ນຄວ້າ ແລະ ສະຫຼຸບສັງລວມບັນຫາຕ່າງໆ ທີ່ບັນດາພະແນກການ-ກົມກອງຂອງແຂວງ, ບັນດາເມືອງທີ່ສ່ອງແສງການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ແລະ ສ້າງແຜນ ການ, ເຮັດບົດສະຫຼຸບປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີຂອງວຍກງານການເມືອງ- ແນວຄິດເພື່ອລາຍງານຄະນະໂຄສະນາອົບຮົມແຂວງ, ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບ ຮົມສູນກາງພັກ.

10.2. ຕິດຕາມ, ເກັບກຳສະພາບແນວຄິດ, ຫາງສຽງ-ສັງຄົມຂອງພະນັກງານ, ສະມາຊີກພັກ ແລະ ປະຊາຊົນບັນດາເຜົາ ທີ່ພົ້ນເດັ່ນເກິດຂື້ນໃນແຕ່ລະໄລຍະລາຍງານໃຫ້ຄະປະຈຳພັກແຂວງຄະ ນະໂຄສະນາອົບຮົມສູນກາງພັກ.

10.3. ເຂົ້າຮ່ວມກອງປະຊຸມຄະນະໂຄສະນາອົບຮົມແຂວງ ແລະ ເຮັດໜ້າທີ່ບັນທຶກກອງປະຊຸມ, ແຈ້ງການ, ຂໍ້ຕົກລົງ, ຄຳແນະນຳ, ບົດປາໄສ, ບົດໂອລົມຕ່າງໆ ຂອງຄະນະໂຄສະນາອົບ ຮົມ ແລະ ຄະນະປະຈຳພັກແຂວງ.

ໝວດທີ V

ວ່າດ້ວຍຫຼັກການ ແລະ ແບບແຜນວິທີເຮັດວຽກ

ມາດຕາ 11: ຫຼັກການ:

11.1. ປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະກ່ຽວກັບແຜນການ ການຈັດຕັ້ງພະນັກງານ ແລະ ການພົວພັນຕ່າງປະເທດ, ປະຕິບັດລະບອບຫົວໜ້າດຽວບົນພື້ນຖານການແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງເພື່ອເປັນການເສີມຂະຫຍາຍຫົວຄິດປະດິດສ້າງຂອງລັດຖະກອນທຸກລະດັບ.

11.2. ການເຄື່ອນໄຫວຂອງຄະໂຄສະນາອົບຮົມແຂວງ, ພະນັກງານລັດຖະກອນແມ່ນອີງໃສ່ລະບຽບກົດໝາຍ ແລະ ລະບຽບການລວມຂອງແຂວງ, ນຳເອົາແນວທາງຂອງພັກ ແລະ ລັດຖະ ບານ, ແຜນການວຽກງານຈຸດສຸມຂອງຄະນະປະຈຳພັກແຂວງມາຈັດຕັ້ງພັນຂະຫຍາຍໃຫ້ໄດ້ຮັບຜົນ

ມາດຕາ12:  ແບບແຜນວິທີເຮັດວຽກ.

12.1. ເຮັດວຽກຢ່າງມີແຜນການ, ມີໂຄງການ, ມີເປົ້າໝາຍຈັດຕັ້ງປະຕິບັດ ແລະ ແກ້ໄຂວຽກງານຢ່າງມີຈຸດສຸມມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນໃນແຕ່ລະວຽກງານ.

12.2. ປະຕິບັດລະບອບປະຊຸມປະຈຳອາທິດ,  ປະຈຳເດືອນ, 3 ເດືອນ, 6 ແລະ 1 ປີເພື່ອລາຍງານສະພາບການຈັດຕັ້ງປະຕິບັດວຽກງານເປັນແຕ່ລະໄລຍະໃຫ້ຂັ້ນເທິງເປັນປົກກະຕິ.

ໝວດທີ VI

ວ່າບົດບັນຍັດສຸດທ້າຍ

ມາດຕາ 13: ກາປະທັບ ແລະ ງົບປະມານ

13.1. ຄະນະໂຄສະນາອົບຮົມແຂວງ ມີກາປະທັບເປັນຂອງຕົນເອງ ເພື່ອໃຊ້ເຂົ້າໃນວຽກງານລັດຖະການ.

13.2. ຄະໂຄສະນາອົບຮົມແຂວງ, ເປັນຫົວໜ່ວຍງົບປະມານຂັ້ນໜຶ່ງຊຶງໄດ້ຮັບຈາກງົບປະ ມານຂອງລັດເພື່ອໃຊ້ຈ່າຍເຂົ້າໃນວຽກງານຂອງຕົນຄືກັບອົງການ, ພະແນກການອື່ນໆຂອງແຂວງ.

ມາດຕາ 14 : ການຈັດຕັ້ງປະຕິບັດ.

 ຄະນະໂຄສະນາອົບຮົມ, ຫ້ອງວາການແຂວງ, ບັນດາພະແນກການ,ອົງການຂອງແຂວງ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 15: ຜົນສັກສິດ.

 ມະຕິຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັ່ນເປັນໄປ.

 

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

194568
ມື້ນີ້ມື້ນີ້51
ມື້ວານນີ້ມື້ວານນີ້195
ອາທິດນີ້ອາທິດນີ້1407
ເດືອນນີ້ເດືອນນີ້2455
ທັງໝົດທັງໝົດ194568

ຈຳນວນຄົນອອນໄລ໌ທ

ມີ 58  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌