ຄະນະໂຄສະນາອົບຮົມແຂວງໄຊຍະບູລີ
ໃນຕອນເຊົ້າຂອງວັນທີ່ 4 ມີນາ 2022 ຢູ່ທີ່ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ມີການຈັດຕັ້ງເຜີຍແຜ່ເອກະສານ ວັນສ້າງຕັ້ງອົງການກວດກາພັກ- ລັດ ສປປ ລາວ ຄົບຮອບ 40 ປີ ໂດຍເປັນທານ ຂອງທ່ານ ວິທະຍາ ດາລາທິບ ຮອງເລຂາ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ມີຄະນະພັກ, ສະມາຊິກພັກ, ພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ວິທະຍາ ດາລາທິບ ຮອງເລຂາຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ເຜີຍແຜ່ ຍົກໃຫ້ເຫັນຂອງວັນສ້າງຕັ້ງອົງການກວດກາພັກ-ລັດ ຂອງ ສປປ ລາວ ອັນເປັນຂີດໜາຍໜຶ່ງທີ່ສໍາຄັນໃນຂະບວນວິວັດ ເພີ້ມທະວີບົດບາດການນຳພາຂອງພັກໃນການຄຸ້ມຄອງລັດ, ຄຸ້ຄອງຂອງສັງຄົມຕາມກົດກົດໜາຍຢູ່ປະເທດເຮົາ ຄວາມຈິງແລ້ວ,ພັກເຮົາຍາມໃດກໍ່ຖືສໍາຄັນວຽກງານກວດກາ ເຊິ່ງເຫັນໄດ້ວ່າກ່ອນກ້າວໄປເຖິງການສ້າງຕັ້ງພັກຢ່າງເປັນທາງການໃນວັນທີ່ 22 ມີນາ 1955 ພາຍໃຕ້ການນຳພາ ຂອງປະທານ ໄກສອນ ພົມວິຫານ ກໍຄືບັນດາທ່ານຜູ້ນຳທີ່ເປັນແກ່ນສານເວລານັ້ນກໍໄດ້ມີການຊີ້ນຳການກວດກາ ແຕ່ມຶ້ໄດ້ຮັບການສ້າງຕັ້ງມາພັກເຮົາຖືວຽກງານກວດກາພາຍໃນພັກເປັນໜຶ່ງໃນພາລະບົດບາດທີ່ເດັດຂາດບໍ່ໄດ້ ໂດຍຍຶດໜັ້ນທັດສະນະທີ່ວ່າການນຳພາຕ້ອງຕິດກັບການກວດກາ, ຖ້າບໍ່ມີການກວດກາກໍ່ເໜຶອບໍ່ມີພັກນຳພາ.
ໄປຄຽງຄູາກັນນັ້ນ ທ່ານ ວິທະຍາ ດາລາທິບ ຮອງເລຂາ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານຫ-ລັດຖະກອນ ທີ່ເຂົ້າຮ່ວມເຊື່ອມຊືມຄັ້ງນີ້ ເພີ້ມທະວີການຕິດຕາມ, ກວດກາ, ຊຸກຍູ້ ແລະ ຕີລາຄາການເຄື່ອນໄຫວຂອງການຈັດຕັ້ງລວມໝູ່ ໂດຍສະເພາະແມ່ນການຍັບຍັ້ງ ແລະ ແກ້ໄຂບັນຫາການສວຍໃຊ້ໜ້າທີ ພ້ອມສໍ້ລາດບັງຫຼວງທຸກຮູບແບບຂອງພະນັກງານເປັນໃນບັນດາເປົ້າໜາຍໂດຍກົງຂອງການກວດກາທີ່ຕ້ອງເອົາໃຈໃສ່ແກ້ໃນຊຸມປີຕໍ່ໜ້າ.
ຂຽນໂດຍ : ໄພວັນ ສີດານຸວົງ ຄອຂ.ຊຍ
![]() | ມື້ນີ້ | 71 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 637 |
![]() | ເດືອນນີ້ | 3668 |
![]() | ທັງໝົດ | 151793 |
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌