ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

ເມືອງໄຊສະຖານແຂວງໄຊຍະບູລີປາຖະກາຖາ 3 ປະຫັວດສາດ ຂອງຊາດ

           ວັນທີ 13 ກັນຍາ 2022 ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກາຖາ 3 ວັນປະຫັວດສາດຂອງຊາດ, ຄື: ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9 ກັນຍາ 2002 9 ກັນຍາ 2022). ວັນຄົນພິການແຫ່ງຊາດຄົບຮອບ 30 ປີ ( 3 ທັນວາ 1992 3 ທັນວາ 2022). ວັນຜູ້ສູງອາຍຸຄົບຮອບ 23 ປີ(1 ຕຸລາ 1999 1 ຕຸລາ 2022)   ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມນຶກ ພອນວິຈິດ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພັກພະນັກງານ,ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,  ຫົວໜ້າ,ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ,ນາຍ ແລະ ພົນຕຳຫຼວດ,ພະນັກງານອາວຸໂສບໍານານ, ພະນັກງານຫຼັກແຫຼ່ງພາຍເມືອງ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.

  

ໃນພິທີປາຖະກາຖາ 3 ວັນຂອງພັກຂອງຊາດທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້, ທ່ານ ສົມນຶກ ພອນວິຈິດ ຮອງເລຂາພັກເມືອງ ກໍ່ໄດ້ໃຫ້ກຽດປາຖະກາຖາ ເຫຼົ່າຄືນມູນເຊື້ອວັນນັກຮົບເກົ່າເຊິ່ງທ່ານຍັງໄດ້ຍົກໃຫ້ເຫັນ ຕົ້ນກໍາເນີດ ແລະ ຜົນງານໄຊສະນະຂອງນັກຮົບຮົບເກົ່າ. ສະຫະພັນນັກຮົບເກົ່າ ໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ,  ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ ຕາມແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດຂອງລັດ. ເອົາໃຈໃສ່ຕິດຕາມຊຸກຍູ້ປະຕິບັດນະໂຍບາຍຕ່າງໆເປັນຕົ້ນແມ່ນນະໂຍບາຍແກ້ໄຂເງິນບຳນານ,ໄດ້ປຸກລະດົມຖັນແຖວພະນັກງານນັກຮົບເກົ່າເຂົ້າໃນການປະກອບສ່ວນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ,ນອກຈາກນັ້ນຍັງໄດ້ເລົ່າເຖິງວັນຜູ້ອາຍຸສູງ, ແລະ ວັນຄົນພິການແຫ່ງຊາດເຊີ່ງສອງວັນດັ່ງກ່າວແມ່ນມີຄວາມໝາຍ ແລະ ຄວາມສໍາ ຄັນທີ່ສຸດສໍາລັບຄົນພິການ ແລະ ຜູ້ສູງອາຍຸຂອງ ສປປ ລາວ, ໃນໂລກພວກເຮົາປະຈຸບັນ ຍັງມີຄົນພິການຫຼາຍກວ່າ 1 ຕື້ຄົນ ຫຼື ປະມານ 15% ຂອງປະຊາກອນໂລກ ທີ່ດໍາລົງຊີວິດຢູ່ກັບຄວາມເປັນຄົນພິການ ແລະ ມີຜູ້ອາຍຸສູງເຖິງ 60 ປີ ຂຶ້ນໄປປະມານ 600 ລ້ານຄົນ ໃນທົ່ວໂລກ ເຊິ່ງຈະເພີ້ມຈຳນວນຂຶ້ນເທົ່າໂຕໃນປີ 2025, ເຂົາເຈົ້າເຫຼົ່ານັ້ນຍັງປະເຊີນກັບສິ່ງກີດຂວາງຕ່າງໆ,  ເນື່ອງຈາກການພັດທະນາເສດຖະກິດ, ທັດສະນະຄະຕິ, ການມີສ່ວນຮ່ວມ ແລະ ຄວາມສະເໝີພາບ ຢູ່ໃນຄອບຄົວ ແລະ ສັງຄົມ, ເຫັນໄດ້ຈາກບັນຫາການເຂົ້າເຖິງການສຶກສາ, ການປິ່ນປົວ, ຟື້ນຟູສຸຂະພາບ, ການຝຶກວິຊາຊີບ ແລະ ມີວຽກເຮັດງານທຳ ການສະໜັບສະໜູນດ້ານນິຕິກຳ ແລະ ເຊື່ອມໂຍງ, ຄົນພິການ, ຄົນອາຍຸສູງເຂົ້າໃນຂະບວນການພັດທະນາຍັງບໍ່ທັນສູງ.  ແລະ ບັນດາໜ້າວຽກອື່ນໆຕື່ມອີກ.

   ທັງນີ້ກໍ່ເພື່ອ ເປັນການຫວນຄືນ 3 ວັນ ປະຫັວດສາດ ຂອງຊາດ, ໃຫສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ການກໍາເນີດ, ຄວາມເປັນມາຂອງ 3 ວັນດັ່ງກ່າວເພື່ອລະນຶກເຖິງຄຸນງາມຄວາມດີຂອງວັນປະຫວັດສາດັ່ງກ່າວ.

ຂ່າວ: ສິງທະນູ ລິນທະວົງ  ນັກຂ່າວເມືອງໄຊສະຖານ  

         

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

159262
ມື້ນີ້ມື້ນີ້5
ມື້ວານນີ້ມື້ວານນີ້50
ອາທິດນີ້ອາທິດນີ້247
ເດືອນນີ້ເດືອນນີ້55
ທັງໝົດທັງໝົດ159262

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌