ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

ໄຊຍະບູລີປາຖະກະຖາ 5 ວັນປະຫວັດສາດສໍາຄັນ ຂອງຊາດ, ຂອງພັກ.

          ແຂວງໄຊຍະບູລີ ຈັດພິທີປາຖະກະຖາ 5 ວັນປະຫວັດສາດ ສໍາຄັນຂອງຊາດ, ຂອງພັກ ໃນຕອນເຊົ້າຂອງວັນທີ່ 22 ສິງຫາ 2022 ໄດ້ຈັດຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ. ໂດຍໃຫ້ກຽດເຂົ້າຮ່ວມປາຖະກະຖາຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງໄຊຍະບູລີ,  ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງໄຊຍະບູລີ ໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອປະຫວັດສາດ 5 ວັນປະຫວັດສາດດັ່ງກ່າວຄື:  ວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 31 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ,  ວັນສ້າງຕັ້ງສື່ມວນຊົນ ວັນພິມຈໍາໜ່າຍ ຄົບຮອບ 72 ປີ, ວັນຍຶດອໍານາດທົ່ວປະເທດ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ. ຈຸດປະສົງປາຖະກະຖາ 5ວັນປະຫວັດສາດຄັງນີ້ກໍ່ ເພື່ອໂຄສະນາສຶກສາອົບຮົມໃຫ້ ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງໄຊຍະບູລີ ເຫັນໄດ້ບົດບາດຄວາມສໍາຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງ 5 ວັນປະຫວັດສາດ ມູນເຊືື້ອຕໍ່ສູ້ອັນພິລະອາດຫານບໍ່ຍອມຈໍານົນຂອງແນວລາວສ້າງຊາດ ເຊິ່ງແມ່ນອົງການນໍາໜ້າ ຂອງການປະຕິວັດລາວເຫັນໄດ້ຄວາມປີຊາສາມາດໃນການໂຄສະນາຂົນຂວາຍ ແລະ ການນໍາພາຕໍ່ສູ້ຈົນໄດ້ຮັບໄຊຊະນະ. ຮັບຮູ້, ເຂົ້າໃຈກ່ຽວກັບພາລະບົດບາດ ຂອງລັດຖະທຳມະນູນ, ສານປະຊາຊົນ, ວຽກງານສື່ມວນຊົນແລະ ການພິມຈໍາໜ່າຍ ແລະ ວັນຍືດອໍານາດທົວປະເທດ ເຮັດໃຫ້ຊັ້ນຄົນຕ່າງໆໃນທົ່ວສັງຄົມ ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ ແນໃສ່ບູລະນະລັດ ປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດແຫ່ງກົດໝາຍ ເທື່ອລະກ້າວ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຂຽນ: ໄພວັນ ສີດານຸວົງ ຄອຂ.ຊຍ

 

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

159266
ມື້ນີ້ມື້ນີ້9
ມື້ວານນີ້ມື້ວານນີ້50
ອາທິດນີ້ອາທິດນີ້251
ເດືອນນີ້ເດືອນນີ້59
ທັງໝົດທັງໝົດ159266

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌