ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

ເມືອງໄຊຍະບູລີ #ຈັດພິທີມອບໃບປະກາສະນິຍະບັດທິດສະດີການເມືອງ, ການປົກຄອງຂັ້ນຕົ້ນຮຸ່ນທີV.

…………………

 ວັນທີ 25 ສິງຫາ 2022 ຜ່ານມານີ້ ເມືອງໄຊຍະບູລີ ໄດ້ຈັດພິທີມອບໃບປະກາສະນິຍະບັດທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນຮຸ່ນທີVຂອງເມືອງຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເປັນປະທານຂອງທ່ານ ອາເມຊົງ ເຢຍເລັງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງເລຂາພັກເມືອງ,ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍນັກສຳມະນາກອນເຂົ້່າຮ່ວມ.

ທ່ານ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງໄດ້ຂື້ນຜ່ານບົດສະຫຼຸບການດຳເນີນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນຮຸ່ນທີ V ຂອງເມືອງໄຊຍະບູລີບາງຕອນທ່ານກ່າວວ່າ: ການຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນຮຸ່ນທີ Vຂອງເມືອງມີຄະນະຮັບຜິດຊອບທັງໝົດ 21 ສະຫາຍ, ຍິງ 10 ສະຫາຍ, ອາຈານສອນ 16 ສະຫາຍ, ຍິງ 3 ສະຫາຍ ໄດ້ຮັບເອົາສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານສຶບທອດຂົງເຂດສືກສາທີ່ຈະເຂົ້າເປັນພະນັກງານຫຼັກແຫຼ່ງໃນອານາຄົດເຊີ່ງແມ່ນບັນດາຜູ້ອຳນວຍການ, ພະນັກງານອ້ອມຂ້າງເມືອງ ແລະ ອ້ອມຂ້າງແຂວງຈຳນວນໜື່ງມີທັງໝົດ 56 ສະຫາຍ, ຍິງ 19 ສະຫາຍ, ຫຼັກສູດການຮຽນການສອນປະກອບມີ 8 ວິຊາຫຼັກຄື: ວິຊາປັດສະຍາ, ເສດຖະສາດການເມືອງ, ລັດທິສັງຄົມວິທະຍາ, ທິດສະດີລັດ ແລະ ກົດໝາຍ, ການເມືອງວິທະຍາ, ຄຸ້ມຄອງເສດຖະກິດ, ການປົກຄອງ, ກໍ່ສ້າງພັກ ແລະ ຂົນຂວາຍກໍ່ສ້າງຮາກຖານ ແລະ ລາຍງານເພີ້ມ 7 ຫົວຂໍ້, ມີການສອບເສັງຈົບທຸກວິຊາ ແລະ ມີການສອບເສັງປາກເປົ່າ, ປະກອບມີທັງໝົດ 15 ໜ່ວຍກິດເທົ່າກັບ 292 ຊົ່ວໂມງ ລວມເວລາຕາມໂຄງການຫຼັກສູດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດອອກ, ຜ່ານການສືກສາຮໍ່າຮຽນນັກສືກສາໄດ້ຄະແນນເກຣດ A ມີ 12 ທ່ານເທົ່າກັບ 22%, ເກຣດ B+ ມີ 27 ທ່ານເທົ່າກັບ 48%,  ເກດ B 13 ທ່ານເທົ່າກັບ 23%, ຈາກນັ້ນໃນພິທີກໍ່ໄດ້ມອບໃບປະກາສະນິຍະບັດ, ມອບໃບຍ້ອງຍໍໃຫ້ນັກສືກສາຜູ້ທີ່ດີເດັ່ນຕອນທ້າຍທ່ານ ອາເມຊົງ ເຢຍເລັງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.

………………………..

ຂ່າວ: ສົມພົງສີສະຫັວດ

ພາບ: ລັດດາວອນແກ້ວໄພທູນ

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

159264
ມື້ນີ້ມື້ນີ້7
ມື້ວານນີ້ມື້ວານນີ້50
ອາທິດນີ້ອາທິດນີ້249
ເດືອນນີ້ເດືອນນີ້57
ທັງໝົດທັງໝົດ159264

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌