ເມືອງໄຊຍະບູລີ #ຈັດພິທີມອບໃບປະກາສະນິຍະບັດທິດສະດີການເມືອງ, ການປົກຄອງຂັ້ນຕົ້ນຮຸ່ນທີV.
…………………
ວັນທີ 25 ສິງຫາ 2022 ຜ່ານມານີ້ ເມືອງໄຊຍະບູລີ ໄດ້ຈັດພິທີມອບໃບປະກາສະນິຍະບັດທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນຮຸ່ນທີVຂອງເມືອງຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເປັນປະທານຂອງທ່ານ ອາເມຊົງ ເຢຍເລັງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງເລຂາພັກເມືອງ,ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍນັກສຳມະນາກອນເຂົ້່າຮ່ວມ.
ທ່ານ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງໄດ້ຂື້ນຜ່ານບົດສະຫຼຸບການດຳເນີນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນຮຸ່ນທີ V ຂອງເມືອງໄຊຍະບູລີບາງຕອນທ່ານກ່າວວ່າ: ການຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນຮຸ່ນທີ Vຂອງເມືອງມີຄະນະຮັບຜິດຊອບທັງໝົດ 21 ສະຫາຍ, ຍິງ 10 ສະຫາຍ, ອາຈານສອນ 16 ສະຫາຍ, ຍິງ 3 ສະຫາຍ ໄດ້ຮັບເອົາສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານສຶບທອດຂົງເຂດສືກສາທີ່ຈະເຂົ້າເປັນພະນັກງານຫຼັກແຫຼ່ງໃນອານາຄົດເຊີ່ງແມ່ນບັນດາຜູ້ອຳນວຍການ, ພະນັກງານອ້ອມຂ້າງເມືອງ ແລະ ອ້ອມຂ້າງແຂວງຈຳນວນໜື່ງມີທັງໝົດ 56 ສະຫາຍ, ຍິງ 19 ສະຫາຍ, ຫຼັກສູດການຮຽນການສອນປະກອບມີ 8 ວິຊາຫຼັກຄື: ວິຊາປັດສະຍາ, ເສດຖະສາດການເມືອງ, ລັດທິສັງຄົມວິທະຍາ, ທິດສະດີລັດ ແລະ ກົດໝາຍ, ການເມືອງວິທະຍາ, ຄຸ້ມຄອງເສດຖະກິດ, ການປົກຄອງ, ກໍ່ສ້າງພັກ ແລະ ຂົນຂວາຍກໍ່ສ້າງຮາກຖານ ແລະ ລາຍງານເພີ້ມ 7 ຫົວຂໍ້, ມີການສອບເສັງຈົບທຸກວິຊາ ແລະ ມີການສອບເສັງປາກເປົ່າ, ປະກອບມີທັງໝົດ 15 ໜ່ວຍກິດເທົ່າກັບ 292 ຊົ່ວໂມງ ລວມເວລາຕາມໂຄງການຫຼັກສູດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດອອກ, ຜ່ານການສືກສາຮໍ່າຮຽນນັກສືກສາໄດ້ຄະແນນເກຣດ A ມີ 12 ທ່ານເທົ່າກັບ 22%, ເກຣດ B+ ມີ 27 ທ່ານເທົ່າກັບ 48%, ເກດ B 13 ທ່ານເທົ່າກັບ 23%, ຈາກນັ້ນໃນພິທີກໍ່ໄດ້ມອບໃບປະກາສະນິຍະບັດ, ມອບໃບຍ້ອງຍໍໃຫ້ນັກສືກສາຜູ້ທີ່ດີເດັ່ນຕອນທ້າຍທ່ານ ອາເມຊົງ ເຢຍເລັງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.
………………………..
ຂ່າວ: ສົມພົງສີສະຫັວດ
ພາບ: ລັດດາວອນແກ້ວໄພທູນ
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 664 |
![]() | ອາທິດນີ້ | 17 |
![]() | ເດືອນນີ້ | 5489 |
![]() | ທັງໝົດ | 178958 |
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌