ເມືອງຫົງສາ#ປິດຊຸດຮຽນ ທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຮຸ່ນທີ II.
……………………………
ເມືອງຫົງສາ #ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບໃບປະກາສະນິຍະບັດ ໃຫ້ແກ່ນັກຮຽນສຶກສາ ທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຮຸ່ນທີ II ຢ່າງເປັນທາງການ ຢູ່ທີ່ສະໂມສອນເມືອງ ໃນຕອນບ່າຍຂອງວັນທີ 30 ເດືອນສິງຫາ ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳຫຼ້າ ຜິວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີຮອງອຳນວຍການ ໂຮງຮຽນການເມືອງ-ການປົກຄອງແຂວງ ໄຊຍະບູລີ, ມີບັນດາພະນັກງານ-ຄູອາຈານ, ແຂກຖືກເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.
ທ່ານ ນາງ ຈັນທີ ຄຳພູວົງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງຫົງສາ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຮຸ່ນທີ II ຂອງເມືອງຫົງສາ ໃຫ້ຮູ້ວ່າ: ຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ (ລະບົບ 3 ເດືອນ) ຮຸ່ນທີ II ຂອງເມືອງ ມີຜູ້ເຂົ້າຮຽນ ທັງໝົດ 47 ທ່ານ, ຍິງ 11 ທ່ານ. ໃນນັ້ນ, ມາຈາກກຳລັງປ້ອງກັນຄວາມສະຫງົບ 6 ທ່ານ ຍິງ 1 ທ່ານ, ຈາກກຸ່ມການເມືອງ, ກຸ່ມເສດຖະກິດ, ກຸ່ມວັດທະນະທຳສັງຄົມ ແລະ ລັດວິສາຫະກິດ 41 ທ່ານ ຍິງ 10 ທ່ານ. ໃນຫຼັກສູດ ການຮຽນ-ການສອນທິດສະດີການເມືອງ ແລະ ການປົກຄອງຊັ້ນຕົ້ນ ປະກອບມີ 9 ວິຊາ, ໃຊ້ເວລາຂຶ້ນຫ້ອງຕົວຈິງ 224 ຊົ່ວໂມງ ເທົ່າກັບ 15,31 ໜ່ວຍກິດລວມທັງການສອບເສັງຈົບຊັ້ນ ແລະ ວິຊາລາຍງານເພີ່ມ ມີ 9 ວິຊາ, ໃນເວລາ 131 ຊົ່ວໂມງ. ຜ່ານການຮໍ່າຮຽນ ນັກສຶກສາ ແມ່ນໄດ້ພ້ອມກັນສຸມສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດໃນການປັບປຸງແນວຄິດການເມືອງ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ທັດສະນະຫຼັກໜັ້ນ ໃນການຮ່ຳຮຽນເພື່ອກໍ່ສ້າງ ແລະ ບຳລຸງພະນັກງານ-ລັດຖະກອນ ທີ່ພວມດຳລົງຕຳແໜ່ງ ແລະ ກຽມດຳລົງຕຳແໜ່ງ ຢູ່ຂັ້ນເມືອງ, ຮາກຖານກຸ່ມບ້ານ ເພື່ອປະກອບເຂົ້າໃນການຄົ້ນຄວ້າເຮັດໃຫ້ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ໄດ້ຮັບຄວາມລະອຽດ ແລະ ສົມບູນ.
ຊຸດອົບຮົມຄັ້ງນີ້ ໄດ້ມີການສັງເກດຕີລາຄາ, ບັນຫາທາງສັດຈະວິພາກ, ສາມາດຕີຖອຍແນວຄິດຫຍໍ້ທໍ້ຕ່າງໆ ເຊັ່ນ: ແນວຄິດເອື່ອຍອີງ, ລັ່ງເລໃຈ, ງໍ້ງ່ຽງໂດຍເຫັນແຈ້ງໃນຈຸດອ່ອນ ແລະ ການປະຕິບັດໜ້າທີ່ໃນຄວາມຮັບຜິດຊອບຂອງຕົນເອງ, ສາມາດວິເຄາະທິດທາງ ແລະ ວິທີແກ້ໄຂບັນຫາຕ່າງໆ ຢ່າງສັດຈະວິພາກໃນຕໍ່ໜ້າ, ນັກສຶກສາ ຊຸດນີ້ ແມ່ນໄດ້ມີຄວາມຫ້າວຫັນຕໍ່ການຮ່ຳຮຽນ ເຊິ່ງສະແດງອອກ ໃນການຮຽນຈົບຫຼັກສູດ 3 ເດືອນ, ມີຜູ້ທີ່ໄດ້ຮັບໃບປະກາສະນິຍາບັດ ຄົບຕາມຈຳນວນພົນ. ພ້ອມນີ້, ກໍ່ໄດ້ມອບໃບຍ້ອງຍໍ, ໃບຊົມເຊີຍ ໃຫ້ນັກສຶກສາດີເດັ່ນ ແລະ ບໍລິສັດປະກອບສ່ວນຊຸກຍູ້ສົ່ງເສີມການຮຽນ-ການສອນ ລວມທັງໝົດ ຈຳນວນ 21 ໃບ. ຫຼັງຈາກນັ້ນ, ກໍ່ໄດ້ຈັດພິທີມອບໃບປະກາສະນິຍະບັດ ຢ່າງເປັນທາງການ. ໂດຍໃຫ້ກຽດມອບຂອງທ່ານ ຄຳຫຼ້າ ຜິວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ.
ໃນຕອນທ້າຍກໍ່ໄດ້ເປັນກຽດຮັບຟັງການມີຄໍາເຫັນໂອ້ລົມຈາກທ່ານ ຄຳຫຼ້າ ຜິວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ຕໍ່ນັກສຶກສາຊຸດນີ້ວ່າ: ຜົນສໍາເລັດຂອງການຮຽນ-ການສອນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ 3 ເດືອນ ຮຸ່ນທີ II ຄັ້ງນີ້ ແມ່ນໝາກຜົນຂອງການບໍາລຸງສ້າງພະນັກງານ ຫຼັກແຫຼ່ງແກ່ນສານຂອງເມືອງ ເພື່ອໃຫ້ກໍາແໜ້ນແນວທາງນະໂຍບາຍຂອງພັກ, ພ້ອມທັງສ້າງໃຫ້ພະນັກງານ-ລັດຖະກອນ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນຜູ້ເຄັ່ງຄັດ ແລະ ເປັນແບບຢ່າງອັນດີ ໃນການ ປະຕິບັດລະບຽບ, ກົດໝາຍ, ມີສະຕິຕໍ່ການຈັດຕັ້ງ, ກ້າຫານ, ມີເຫດຜົນ ແລະ ເດັດດ່ຽວສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ ອັນສໍາຄັນ ກໍ່ເພື່ອສ້າງໃຫ້ພະນັກງານ-ລັດຖະກອນ ມີທັດສະນະເບິ່ງບັນຫາຢ່າງເລິກເຊິ່ງ, ຮອບດ້ານພາວະວິໄສ, ບໍ່ລໍາອຽງ, ບໍ່ອະຄະຕິ, ຮູ້ໃຈ້ແຍກ, ວິໄຈຂໍ້ມູນທາງດ້ານ ກົດໝາຍ ຢ່າງຖືກຕ້ອງ, ຊັດເຈນ ແລະ ມີຄວາມຮັບຜິດຊອບສູງ ຕໍ່ການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ພ້ອມທັງເຊື່ອໝັ້ນວ່າ: ຜູ້ທີ່ສໍາເລັດ ຊຸດນີ້, ຈະນໍາເອົາບົດຮຽນອັນໃໝ່ໄປຈັດຕັ້ງ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢູ່ໃນກົມກອງ, ຫ້ອງການໃຫ້ມີປະສິດທິຜົນດີກວ່າເກົ່າ.
……………………
ຂ່າວ:ໄພວັນ ສີດານຸວົງ ຄອຂ.ຊຍ
![]() | ມື້ນີ້ | 10 |
![]() | ມື້ວານນີ້ | 50 |
![]() | ອາທິດນີ້ | 252 |
![]() | ເດືອນນີ້ | 60 |
![]() | ທັງໝົດ | 159267 |
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌