ໂຮງຮຽນການເມືອງ-ການປົກຄອງແຂວງ ພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 72 ປີ.
########
ໃນຕອນເຊົ້າຂອງວັນ 31 ສິງຫາ 2022 ນີ້ ທີ່ຫ້ອງປະຊຸມ #ໂຮງຮຽນການເມືອງ ແລະ ການປົກຄອງ #ແຂວງໄຊຍະບູລີ ອົງການແນວລາວສ້າງຊາດແຂວງໄຊຍະບູລີ ໄດ້ສົມທົບກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 72 ປີ ຄື: 13 ສິງຫາ 1950 – 13 ສິງຫາ 2022 ໃຫ້ກຽດປາຖະກະຖາຂອງທ່ານ ຄໍາສີ ແພງສະຫວັນ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ເຂົ້າຮ່ວມຮັບຟັງມີ ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ, ມີຄະນະອໍານວຍການໂຮງຮຽນ, ຄູອາຈານ ພ້ອມດ້ວຍນັກສຶກສາທິດສະດີການເມືອງ ແລະ ການປົກຄອງລຸ້ນທີ XVIII ເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາສີ ແພງສະຫວັນ ກໍາມະການພັກແຂວງ ປະທານແນວລາວສ້າງຊາດແຂວງໄຊຍະບູລີ ໄດ້ໃຫ້ກຽດປາຖະກະຖາເຊິ່ງທ່ານໄດ້ຍົກໃຫ້ເຫັນຕົ້ນກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ແລະ ມູນເຊື້ອຕໍ່ສູ້ພິລະອາດຫານບໍ່ຍອມຈໍານົນ, ມີຄວາມສາມາດໃນການໂຄສະນາຂົນຂວາຍປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ. ນໍາພາພໍ່ແມ່ປະຊາຊົນບັນດາເຜົ່າຕໍ່ສູ້ກັບພວກຈັກກະພັດຜູ້ຮຸກຮານເພື່ອຍາດເອົາເອກະລາດ ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າເຮັດໃຫ້ສັງຄົມມີຄວາມສາມັກຄີປອງດອງ, ມີຄວາມສະຫງົບ, ຍຸຕິທໍາປະຊາຊົນມີຄວາມຜາສຸກປະເທດຊາດມີຄວາມຮັ່ງມີ ແລະ ເຂັ້ມແຂງ.
#######
ຂຽນໂດຍ: ພອນປະດິດ ກັນທະວົງ
![]() | ມື້ນີ້ | 35 |
![]() | ມື້ວານນີ້ | 664 |
![]() | ອາທິດນີ້ | 12 |
![]() | ເດືອນນີ້ | 5484 |
![]() | ທັງໝົດ | 178953 |
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌