ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

ເມືອງແກ່ນທ້າວ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI.

ເມືອງແກ່ນທ້າວ #ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ຂຶ້ນ. ໃນຕອນເຊົ້າວັນທີ 31 ສິງຫາ 2022 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ-ຮອງເລຂາໜ່ວຍພັກສໍານັກງານ-ອົງການ, ກົມກອງ, ດ່ານສາກົນ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ຢູ່ພາຍໃນເມືອງເຂົ້າຮ່ວມ 170 ກວ່າສະຫາຍ.

 

ສະຫາຍ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ ໄດ້ໃຫ້ກຽດເຜີຍແຜ່ຄໍາແນະນໍາ ສະບັບເລກທີ 473/ຄພຂ.ຊຍ, ລົງວັນທີ 22 ກໍລະກົດ 2022 ກ່ຽວກັບການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI. ຈາກນັ້ນ, ສະຫາຍ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 7 ສະໄໝທີ VII.

ກອງປະຊຸມຄັ້ງນີ້, ແນໃສ່ເພື່ອເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນເນື້ອໃນມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ຢ່າງເລິກເຊິ່ງ ແລະ ທົ່ວເຖິງ. ເຮັດໃຫ້ທຸກຂົງເຂດວຽກງານ ແລະ ບັນດາບ້ານທົ່ວເມືອງແກ່ນທ້າວ ໄດ້ເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງ ໃນການປະຕິບັດມະຕິດັ່ງກ່າວ ໃຫ້ປະກົດຜົນເປັນຈິງ ທັນເວລາທີ່ກໍານົດໄວ້ ແລະ ເປັນບ່ອນອີງໃຫ້ແກ່ຄະນະພັກແຕ່ລະຂັ້ນ ໃນການຜັນຂະຫຍາຍມະຕິດັ່ງກ່າວ ໃຫ້ເປັນແຜນງານ, ໂຄງການລະອຽດໂດຍຕິດພັນກັບວຽກງານຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນຂອງຕົນ ດ້ວຍການຍູ້ແຮງການຈັດຕັ້ງຜັນຂະຫຍາຍເຂົ້າສູ້ຊີວິດຕົວຈິງ ໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ແຂງແຮງຂອງມະຫາຊົນ, ສ້າງການຫັນປ່ຽນທາງດ້ານຄວາມຮັບຮູ້, ທັກສະ, ແນວຄິດ ແລະ ການກະທໍາແນໃສ່ສົ່ງເສີມດ້ານດີ, ແກ້ໄຂຄວາມບົກຜ່ອງ, ຂໍ້ຄົ້ງຄ້າງ ແລະ ສິ່ງທ້າທ້າຍຕ່າງໆ ໃນໄລຍະຜ່ານມາ, ສ້າງຄວາມເຊື່ອໝັ້ນຂອງພະນັກງານ ແລະ ປະຊາຊົນຕໍ່ການນໍາພາຂອງພັກ, ການບໍລິຫານຄຸ້ມຄອງຂອງລັດ.

ກອງປະຊຸມດັ່ງກ່າວ, ຍັງໄດ້ເຜີຍແຜ່ດໍາລັດນາຍົກລັດຖະມົນຕີ ເລກທີ 638, ລົງວັນທີ 1 ທັນວາ 2021 ວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດ ແລະ ຄໍາແນະນໍາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 126, ລົງວັນທີ 8 ເມສາ 2022 ວ່າດ້ວຍການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍ ຊຸດເຄື່ອງນຸ່ງປະຈໍາຊາດ ຕື່ມອີກ.

ຂ່າວ: ປທ ຄຳພັນ ດວງພະຈັນ

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

159264
ມື້ນີ້ມື້ນີ້7
ມື້ວານນີ້ມື້ວານນີ້50
ອາທິດນີ້ອາທິດນີ້249
ເດືອນນີ້ເດືອນນີ້57
ທັງໝົດທັງໝົດ159264

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌