ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

ໂຮງຮຽນການເມືອງ-ການປົກຄອງ #ແຂວງອຸດົມໄຊ ພົບປະແລກປ່ຽນບົດຮຽນກັບ #ແຂວງໄຊຍະບູລີ.

…………………………….

ພິທີພົບປະແລກປ່ຽນບົດຮຽນ ແລະ ຜູກແໜ້ນຄວາມສາມັກຄີມັກຄີອັນເປັນປຶກແຜ່ນ ລະຫວ່າງ ໂຮງຮຽນການເມືອງ-ການປົກຄອງ ແຂວງໄຊຍະບູລີ ແລະ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2022 ນີ້ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ອາເມ ຊົງເຢ້ຽເລັ່ງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີ ພ້ອມດ້ວຍຄະນະໂຮງຮຽນ, ພະນັກງານຄູ-ອາຈານ ແລະ ນັກສຶກສາລະບົບຊັ້ນກາງ ຮຸ່ນທີ XVIII, ທ່ານ ຄໍາຟອງ ພັດທະມາວົງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ພ້ອມຄະນະນໍາໂຮງຮຽນ, ພະນັກງານຄູ-ອາຈານ, ນັກສຶກສາອະນຸປະລິນຍາແຂວງອຸດົມໄຊເຂົ້າຮ່ວມ.

ໃນພິທີອັນມີຄວາມໝາຍ ທ່ານ ອາເມ ຊົງເຢ້ຽເລັ່ງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຈາກນັ້ນ ທ່ານ ປອ ສີສອນພັນ ບຸນສີ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ເຊິ່ງໄດ້ໃຫ້ຮູ້ວ່າ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ມີກົງຈັກຊ່ວຍວຽກບໍລິຫານ ແລະ ວິຊາການ ປະກອບມີ 4 ຂະແໜງການຄື: ຂະແໜງຄຸ້ມຄອງການຮຽນ-ການສອນ, ຂະແໜງບໍລິຫານ, ຂະແໜງວິຊາການ ແລະ ຂະແໜງຂໍ້ມູນຂ່າວສານ, ມີຄະນະໂຮງຮຽນ ແລະ ພະນັກງານຄູ-ອາຈານ ທັງໝົດ 23 ທ່ານ, ຍິງ 10 ທ່ານ, ມີຄະນະ 3 ທ່ານ, ຫົວໜ້າໂຮງຮຽນ 1 ທ່ານ, ຮອງ 3 ທ່ານ, ອາຈານສອນທັງໝົດ 15 ທ່ານ, ຍິງ 4 ທ່ານ. ການຈັດຕັ້ງປະຕິບັດການຮຽນ-ການສອນ ເລີ່ມແຕ່ປີ 2004 ມາເຖິງປະຈຸບັນ ໄດ້ດໍາເນີນຊຸດຮຽນ 4 ລະບົບໄປພ້ອມໆກັນເຊັ່ນ: ລະບົບຊັ້ນກາງ ເລີ່ມແຕ່ຈັດຕັ້ງປະຕິບັດມາແຕ່ປີ 2004 ມາເຖິງປະຈຸບັນ ໄດ້ຄຸ້ມຄອງຊຸດຮຽນ 18 ຊຸດ, ມີຜູ້ຮຽນທັງໝົດ 905 ຄົນ, ຍິງ 159 ຄົນ; ໃນນັ້ນຮຽນຈົບແລ້ວ 17 ຊຸດ ຈໍານວນ 857 ຄົນ, ຍິງ 149 ຄົນ, ປະຈຸບັນພວມສືບຕໍ່ການຮຽນ-ການສອນ 1 ຊຸດ ມີຜູ້ເຂົ້າຮຽນ 48 ຄົນ, ຍິງ 10 ຄົນ. ລະບົບຊັ້ນຕົ້ນ ເລີ່ມປະຕິບັດມາແຕ່ປີ 2016 ມາເຖິງປະຈຸບັນ ໄດ້ຄຸ້ມຄອງຊຸດຮຽນ 29 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.376 ຄົນ, ຍິງ 300 ຄົນ; ໃນນັ້ນຮຽນຈົບໄປແລ້ວ 27 ຊຸດ, ມີຜູ້ເຂົ້າຮຽນ 1.277 ຄົນ, ຍິງ 285 ຄົນ, ປະຈຸບັນພວມສືບຕໍ່ການຮຽນ-ການສອນ 2 ຊຸດ ມີຜູ້ເຂົ້າຮຽນ 99 ຄົນ, ຍິງ 15 ຄົນ (ຢູ່ໃນ 2 ເມືອງຄື ເມືອງຄອບ ແລະ ເມືອງຊຽງຮ່ອນ). ລະບົບ 45 ວັນ ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ມາເຖິງປະຈຸບັນ ໄດ້ຄຸ້ມຄອງຊຸດຮຽນ 10 ຊຸດ ມີຜູ້ເຂົ້າຮຽນທັງໝົດ 464 ຄົນ, ຍິງ 167 ຄົນ. ຫຼັກສູດບໍາລຸງ 10 ວັນ ນາຍບ້ານ ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2019 ມາເຖິງປະຈຸບັນ ໄດ້ຄຸ້ມຄອງຊຸດຮຽນ 13 ຊຸດ ມີຜູ້ເຂົ້າຮຽນທັງໝົດ 468 ຄົນ, ຍິງ 60 ຄົນ. ພ້ອມດຽວກັນນີ້ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນຂອງແຂວງອຸດົມໄຊ ພ້ອມທັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ມີຄໍາຖານແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຫຼັກສູດທິດສະດີການເມືອງ-ການປົກຄອງແຫ່ງຊາດກໍານົດອອກບັນລຸຕາມຄາດໝາຍ ແລະ ມີຄວາມເປັນເອກະພາບກັນ.

……………….

ຂ່າວ:ມະໄລວັນ

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

159264
ມື້ນີ້ມື້ນີ້7
ມື້ວານນີ້ມື້ວານນີ້50
ອາທິດນີ້ອາທິດນີ້249
ເດືອນນີ້ເດືອນນີ້57
ທັງໝົດທັງໝົດ159264

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌