ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ຮັບຮອງເປັນໜ່ວຍພັກ
ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ
ໃນຕອນເຊົ້າຂອງວັນທີ 18 ກຸມພາ 2022 ຢູ່ທີຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມກວດກາຕີລາຄາປະເມີນຜົນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງໄຊຍະບູລີຂຶ້ນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອາເມຊົງ ເຢັຽເລັ່ຽ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ, ວຽກງານພັກພະນັກງານ ຂັ້ນແຂວງ, ມີຄະນະທີມງານຂັ້ນແຂວງ, ຄະນະພັກຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ອາເມຊົງ ເຢັຽເລັ່ຽ ເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຜົນການກວດກາ ປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມາ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນໄດ້ຜົນງານດ້ານດີ, ດ້ານອ່ອນ ຈາກການຊີ້ນໍາ-ນໍາພາຂອງໜ່ວຍພັກໃນໄລຍະ 1 ປີ ຜ່ານ, ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກເອກະລາດໜື່ງທີ່ຂຶ້ນກັບ ການຊີ້ນໍາ-ນໍາພາໂດຍກົງຂອງອົງຄະນະພັກແຂວງ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະປະຈໍາພັກແຂວງໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ, ຂອບເຂດການນໍາພາ ກວມເອົາ 4 ຂະແໜງການຄື: ຫ້ອງການບໍລິຫານ ແລະ ຈັດຕັ້ງນະໂຍບາຍ, ຂະແໜງໂຄສະນາ, ຂະແໜງອົບຮົມ, ຂະແໜງສັງລວມ ແລະ 3 ອົງການຈັດຕັ້ງມະຫາຊົນ, ມີສະມາຊິກພັກ 15 ສະຫາຍ ຍິງ 4 ສະຫາຍ, ພະນັກງານ 22 ສະຫາຍ, ຍິງ 9 ສະຫາຍ ແລະ ອາສາສະໝັກ 3 ສະຫາຍ, ຍິງ 2 ສະຫາຍ, ຜ່ານການກວດກາຕີລາຄາປະເມີນຜົນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສາມມາດແບ່ງປະເພດ ສະມາຊິກພັກ ແລະ ພະນັກງານຄື: ສະມາຊິກພັກ ໄດ້ປະເພດ ແຂງ 15 ສະຫາຍ, ຍີງ 4 ສະຫາຍ, ພະນັກງານໄດ້ປະເພດ ດີ 3 ສະຫາຍ, ຍິງ 3 ສະຫາຍ, ອາສາສະໝັກ ໄດ້ປະເພດ ດີ 3 ສະຫາຍ, ຍີງ 2 ສະຫາຍ, ບໍ່ແບ່ງ 1 ສະຫາຍ, ຕີລາຄາປະເພດ 4 ຂະແໜງການ ແລະ 3 ອົງການຈັດຕັ້ງມະຫາຊົນແມ່ນໄດ້ປະເພດ ແຂງ, ປະເພດຫ້ອງການ ຄະນະໂຄສະນາອົບຮົມແຂວງ ໄດ້ປະເພດ ແຂງ, ຕີລາຄາການນໍາພາຂອງໜ່ວຍພັກຕາມ 5 ເນື້ອໃນໄດ້ປະເພດແຂງທັງ 5 ເນື້ອໃນ, ປະເພດຂອງໜ່ວຍພັກໄດ້ປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕອນທ້າຍຂອງກອງປະຊຸມແມ່ນໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ, ວຽກງານພັກພະນັງານ, ຂັ້ນແຂວງ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງຈົ່ງເອົາໃຈໃສ່ ຕັ້ງໜ້າປະຕິບັດ 15 ຂໍ້ຫ້າມ ຂອງພັກໃຫ້ເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ສະຕິຕໍ່ການຈັດຕັ້ງ ຕໍ່ລະບຽບກົດໝາຍ ແລະ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງກຸ່ມຄົນບໍ່ດີ, ຕ້ອງເພີ້ມທະວີ ການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກ້າວໜ້າຂຶ້ນເລື້ອຍໆ, ຕ້ອງໄດ້ຍົກສູງສະຕິຕໍ່ການຈັດຕັ້ງ, ການເຄົາລົບລະບຽບ-ກົດໝາຍ, ຕ້ອງໄດ້ເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ຕ້ອງເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍລັດຖະກອນໃຫ້ເຂັ້ມງວດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933
![]() | ມື້ນີ້ | 86 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 652 |
![]() | ເດືອນນີ້ | 3683 |
![]() | ທັງໝົດ | 151808 |
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌