ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021
ແລະ ທິດທາງໜ້າທີ່ວຽກງານຈຸດສຸມ ໃນປີ 2022
ໃນຕອນເຊົ້າຂອງວັນທີ 9 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ນໍາພາການເຂົ້າຮ່ວມ ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021 ໂດຍຜ່ານກອງປະຊຸມທາງໄກ ( video conference ) ພາຍໃຕ້ການນໍາພາເຂົ້າຮ່ວມຂອງທ່ານ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ, ຫົວໜ້າຂະແໜງ ແລະ ຫົວໜ້າຄະນະໂຄສະນາອົບຮົມເມືອງ 11 ເມືອງໃນທົ່ວແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນຢູ່ທີ່ຫໍປະຊຸມ ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍເປັນປະທານຂອງ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ປະທານສະພາທິດສະດີຂອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມຂອງບັນດາກະຊວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ນະຄອນ, ຫົວໜ້າຂະແໜງ ແລະ ຫົວໜ້າຄະນະໂຄສະນາອົບຮົມເມືອງທົ່ວປະເທດ ເຂົ້າຮ່ວມຕິດຕາມທັງໝົດ 401 ສະຫາຍ, ຍິງ 127 ສະຫາຍ.
ກອງປະຊຸມໄດ້ດໍາເນີນ ພາຍໃຕ້ຄໍາຂວັນສ້າງການຫັນປ່ຽນຢ່າງແຂງແຮງໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່; ກອງປະຊຸມໄດ້ຮັບຟັງການຕີລາຄການຈັດຕັ້ງປະຕິບັດາວຽກງານໂຄສະນາອົບຮົມ ປະຈໍາປີ 2020-2021 ແລະ ທິດທາງ, ໜ້າທີຈຸດສຸມປີ 2022. ທີ່ນໍາສະເໜີໂດຍທ່ານ ນ. ວິລະວອນ ພັນທະວົງ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຈາກນັ້ນປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈີ້ມເພື່ອເປັນບ່ອນອີງໃນການປະກອບຄໍາຄິດ, ຄໍາເຫັນ ພ້ອມນີ້ກໍ່ມີບັນດາກະຊວງ, ກົມ ແລະ ບັນດາແຂວງຕ່າງໆ ປະກອບຄໍາຄິດ, ຄໍາເຫັນມີຈໍານວນທັງໝົດ 18 ພາກສ່ວນ ໃນນັ້ນແຂວງໄຊຍະບູລີໄດ້ປະກອບຄໍາເຫັນໃນຫົວຂໍ້ ການຍົກສູງຄຸນນະພາບວຽກງານໂຄສະນາ ໃນໄລຍະໃໝ່.
ໃນຕອນທ້າຍກອງປະຊຸມໄດ້ຮັບກຽດ ຟັງການໂອ້ລົມຂອງ ທ່ານ ບຸນທອງ ຈິດມະນີ, ຄະນະກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປລາວ ກໍ່ໄດ້ເນັ້ນໜັກ 5 ບັນຫາໃຫຍ່ຄື:
1. ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການເຄື່ອນໄຫວວຽກງານການເມືອງ-ແນວຄິດ, ຕ້ອງຮັບຜິດຊອບໂດຍກົງຕໍ່ການຜັນຂະຫຍາຍມະຕິ, ຄຳສັ່ງຂອງຂັ້ນເທິງໃຫ້ກາຍເປັນໜ້າວຽກຕົວຈິງຢ່າງເປັນເຈົ້າການ ແລະ ປະດິດສ້າງ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄື ມະຕິກອງປະຊຸມຂອງອົງຄະນະ ພັກແຕ່ລະຂັ້ນໃຫ້ທຸກເປົ້າໝາຍຢ່າງກວ້າງຂວາງ, ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້, ກໍາແໜ້ນ ແລະ ເປັນເຈົ້າການໃນ ການຈັດຕັ້ງປະຕິບັດ,
2. ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງທາງດ້ານເນື້ອໃນ ແລະ ຮູບການໃນການເຄື່ອນໄຫວວຽກງານ ໂຄສະນາອົບຮົມ ເພື່ອໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ໂດຍສະເພາະດ້ານເນື້ອໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ສ້າງເປັນເອກະສານສຶກສາອົບຮົມ ໃຫ້ແຕ່ລະເປົ້າໝາຍຕ້ອງມີເນື້ອໃນທີ່ຈະແຈ້ງ, ມີເຫດມີຜົນ, ກະທັດຮັດເຂົ້າໃຈງ່າຍ ແທດເໝາະກັບແຕ່ລະເປົ້າໝາຍ.
3. ຕ້ອງສຸມໃສ່ການໂຄສະນາປຸກລະດົມ, ສຶກສາອົບຮົມ, ຕີຖອຍປະກົດການຫຍໍ້ທໍ້ຢູ່ພາຍໃນພັກ ແລະ ໃນສັງຄົມ, ໂດຍເລີ່ມຈາກການສຶກສາອົບຮົມພະນັກງານ, ສະມາຊິກພັກ ໃຫ້ມີຄຸນທາດການເມືອງຄຸນສົມບັດ ສິນທຳປະຕິວັດ ແລະ ມີຄວາມເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ໃນສະພາບການແຜ່ລະບາດຂອງເຊື້ອພະຍາດໂດວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ ເສດຖະກິດ, ການດຳລົງຊີວິດ ຂອງພວກເຮົາ ແລະ ກໍຍັງບໍ່ສາມາດຄາດເດົາໄດ້ວ່າເຊື້ອພະຍາດດັ່ງກ່າວຈະໝົດເມື່ອໃດ ສະນັ້ນ, ພວກເຮົາຈະຕ້ອງໄດ້ຄົ້ນຄວ້າ ແລະ ກຳນົດຄັກແນ່ເພື່ອເປັນບ່ອນ ອີງໃນການໂຄສະນາສຶກສາອົບຮົມ ໃຫ້ທົ່ວສັງຄົມມີການຫັນປ່ຽນປັບຕົວຕາມສະພາບການ, ເພື່ອດໍາລົງຊີວິດຕາມວິຖີຊີວິດແບບໃໝ່.
4.ປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໃຫ້ສົມຄູ່ກັບພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານນີ້, ຕິດພັນກັບການເອົາໃຈໃສ່ກໍ່ສ້າງ-ບຳລຸງຍົກ ລະດັບໃຫ້ຖັນແຖວພະນັກງານ ທີ່ໄດ້ດວຽກງານໂຄສະນາອົບຮົມໃຫ້ເປັນລະບົບ, ຕໍ່ເນື່ອງດ້ວຍການສົ່ງໄປຮໍ່າຮຽນ ພາຍໃນ ແລະ ຕ່າງປະເທດ ພ້ອມກັນນີ້ ພະນັກງານທີ່ເຮັດວຽກງານ ໂຄສະນາອົບຮົມ ກໍ່ຕ້ອງເປັນເຈົ້າການຍົກສູງຄວາມຮູ້, ຄວາມສາມາດຂອງຕົນເອງ ແລະ ຄວາມຮັບຜິດຊອບປະຕິບັດວຽກງານຕາມພາລະບົດບາດ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນໄລຍະໃໝ່.
5. ປັບປຸງລະບົບກົນໄກປະສານງານລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ກັບຕະນະພັກກະ ຊວງ-ອົງການຕ່າງໆຢູ່ນັ້ນສູນກາງ ແລະ ຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນໃຫ້ກົມກຽວ ແລະ ວ່ອງໄວ ເພື່ອ ຕິດຕາມເກັບກໍາສະພາບແນວຄິດ-ທາງສຽງສັງຄົມ ຂອງພະນັກງານສະມາຊິກພັກ, ປະຊາຊົນຊັ້ນຄົນຕ່າງໆ ໃນສັງຄົມ ເພື່ອໃຫ້ກຳໄດ້ສະພາບການຫັນປ່ຽນທາງດ້ານແນວຄິດ ເປັນບ່ອນອີງໃນການສ້າງເອກະສານ ນຳພາ ແນວຄິດໃຫ້ແທດເຖິງ ແລະ ທັນການ, ພ້ອມທັງປະສານງານກັບບັນດາສື່ມວນຊົນ ທີ່ເປັນພາຫະນະໃນການ ໂຄສະນາອົບຮົມຢ່າງກວ້າງຂວາງ ແລະ ວ່ອງໄວ ເປັນຕົ້ນ ແມ່ນເອເລັກໂຕຣນິກ.
ທັງໝົດນັ້ນ ແມ່ນເພື່ອເຮັດໃຫ້ການປະຕິບັດນາລະບົດບາດຂອງຄະນະໂຄສະນາອົບຮົມຂອງນັກຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໄດ້ຮັບການເຊີດຊູສູງຂຶ້ນເຮັດໃຫ້ວຽກງານໂຄສະນາອົບຮົມຂອງພັກ ໄດ້ມີການຫັນປ່ຽນຢ່າງແຂງແຮງກ້າວໄປສູ່ຄຸນນະພາບໃໝ່.
ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ວັນເຕັມ ຈຶ່ງໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ.
( ຂ່າວ ທ.ບຸນແຕ່ງ ມະນີສອນ)
![]() | ມື້ນີ້ | 73 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 639 |
![]() | ເດືອນນີ້ | 3670 |
![]() | ທັງໝົດ | 151795 |
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌