ພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນໄລຍະ 3 ເດືອນຮຸ່ນທີ່ 5 ຂອງເມືອງພຽງ.
.............
ພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນໄລຍະ 3 ເດືອນຮຸ່ນທີ່ 5 ຂອງເມືອງພຽງແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 16 ມີນາ 2022 ຢູ່ທີ່ຫ້ອງປະຊຸມຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອາເມຊົງ ເຍຍເລັ່ງ ກຳມະການປະຈຳພັກເເຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ,ມີທ່ານ ເສີດ ແສງສຸລິນ ກຳມະການພັກແຂວງເລຂາພັກເມືອງ,ເຈົ້າເມືອງໆພຽງ,ມີຮອງເລຂາພັກເມືອງ,ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ຫົວໜ້າຮອງຫົວໜ້າຫ້ອງການ,ຄູ-ອາຈານພ້ອມດ້ວຍນັກຮຽນທິດສະດີການເມືອງການປົກຄອງຮຸ່ນທີ່ 5 ຂອງເມືອງເຂົ້າຮ່ວມ
ໃນພິທີໄດ້ຮັບຟັງຜ່ານບົດສະເໜີໂຄງການຍົກລະດັບທິດສະດີການເມືອງ-ການປົກຄອງຊັ້ັນຕົ້ນຮຸ່ນທີ່ 5 ເຊິ່ງການເປີດຊຸດຮຽນໃນເທື່ອນີ້ແມ່ນ ມີນັກຮຽນມາຈາກສຳນັກງານອົງການທັງໝົດ 51 ຄົນ, ຍິງ 13 ຄົນ ແລະ ຈະໄດ້ຮຽນຮູ້ໃນ 5 ພາກວິຊາຮຽນຄື: ວິຊາປັດສະຍາ, ວິຊາເສດຖະສາດການເມືອງ-ການຄຸ້ມຄອງເສດຖະກິດ, ວິຊາລັດທິມາກ-ເລນິນ, ວິຊາບໍລິຫານສາດ, ວິຊາກໍ່ສ້າງພັກແລະປະຫວັດສາດພັກໂດຍໃຊ້ເວລາຮຽນ 460 ກ່ວາຊົ່ວໂມງ ເພຶ່ອກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຢູ່ພາຍໃນເມືອງໃຫ້ມີຄວາມຮູ້ດ້່ານທິດສະດີຂັ້ນພື້ນຖານລະບົບ 3 ເດືອນດ້ວຍການປະກອບຄວາມຮູ້ຄວາມເຂົ້າໃຈກ່ຽວກັບຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ,ແນວທາງນະໂຍບາຍຂອງພັກ-ລັດໃຫ້ພະນັກງານຜູ້ທີ່ຍັງບໍ່ທັນໄດ້ຜ່ານການບໍາລຸງຍົກລະດັບທິດສະດີການເມືອງ-ການປົກຄອງມາກ່ອນແນໃສ່ຍົກລະດັບຄວາມຮູ້ຄວາມສາ ມາດ ເພື່ອນໍາໄປໝູນໃຊ້ເຂົ້າໃນການນຳພາຈັດຕັ້ງປະຕິບັດວຽກງານດ້ານວິຊາສະເພາະໃນຂົງເຂດຂອງຕົນຮັບຜິດຊອບໃຫ້ມີປະສິດທິຜົນ.ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ອາເມຊົງ ເຍຍເລັ່ງ ກຳມະການປະຈຳພັກເເຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ກໍ່ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະຮັບຜິດຊອບຕ້ອງເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ສິດ, ຮັບປະກັນໃຫ້ຂະບວນວິວັດການຮຽນ-ການສອນດຳເນີນໄປຢ່າງຕໍ່ເນື່ອງຖຶກຕ້ອງຕາມຫຼັກສູດທີ່ກຳນົດໄວ້, ເນັ້ນນັກໃຫ້ນັກສຳມະນາກອນທີ່ເຂົ້າຮຽນໃນຄັ້ງນີ້ຕ້ອງສຸມທຸກສະຕິປັນຍາເຂົ້າໃນການຮຽນເພື່ອຮັບປະກັນໃຫ້ໄດ້ທັງປະລິມານແລະຄຸນນະພາບ, ກຳແໜ້ນໃຫ້ໄດ້ທິດສະດີມາກ-ເລນິນ ແລະ ຄູ-ອາຈານຕ້ອງນຳໃຊ້ວິທີການສອນແບບໃໝ່ທີ່ແທດເໝາະກັບທ້ອງຖິ່ນແລະຄວາມຮູ້ຂອງນັກຮຽນເຮັດໃຫ້ບັ້ນດຳເນີນການຮຽນ-ການສອນໃນຄັ້ງນີມີຜົນສຳເລັດຕາມຄາດໝາຍແລະທ່ານ ຍັງໄດ້ໃຫ້ກຽດກ່າວເປີດພິທີຊຸດຮຽນທິດສະດີການເມືອງ-ການປົກຄອງຮຸ້ນທີ 5 ຂອງເມືອງພຽງໃນຄັ້ງນີ້ຢ່າງເປັນທາງການ.
.......
ຄອຂ.ຊຍ
![]() | ມື້ນີ້ | 71 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 637 |
![]() | ເດືອນນີ້ | 3668 |
![]() | ທັງໝົດ | 151793 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌