ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີ ປິດສະຫຼຸບການຮຽນ-ການສອນທິດສະດີການເມືອງການ

ປົກຄອງຊັ້ນຕົ້ນຮຸ່ນທີ IV

 

    ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ໃນລະຫວ່າງ ວັນທີ 16 ກັນຍາ 2022 ນີ້ໄດ້ ພິທີ ປິດສະຫຼຸບການຮຽນ-ການສອນທິດສະດີການເມືອງການປົກຄອງຊັ້ນຕົ້ນຮຸ່ນທີ IV  ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຖາວອນ ເລື່ອນແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ປະທານກວດກາລັດເມືອງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ສະມາຊິກສະພາປະຊາຊົນແຂວງ ໄຊຍະບູລີ ຄະນະຊີ້ນໍາການຮຽນ-ການສອນ, ມີຄະນະຮັບຜິດຊອບການຮຽນ-ການສອນທິດສະດີ ການເມືອງ-ການປົກຄອງຂັ້ນແຂວງ, ເມືອງ ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.

 

     ໃນພິທີທ່ານ ນາງ ບົວລະພອນ ວົງວັນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຊຽງຮ່ອນໄດ້ຂື້ນຜ່ານບົດສະຫຼຸບການດຳເນີນການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງຊັ້ນຕົ້ນຮຸ່ນທີ IV ຄັ້ງນີ້ ໂດຍແມ່ນອົງການປົກຄອງເມືອງໄດ້ສົມທົບກັບ ໂຮງຮຽນການເມືອງການປົກຄອງແຂວງ ໄຊຍະບູລີ ຮ່ວມກັນຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງການປົກຄອງ ເຊິ່ງມີນັກສຶກສາທີ່ມາຈາກສຳນັກງານຫ້ອງການ ແລະ ກົມກອງອ້ອມຂ້າງເມືອງຈຳນວນ 53 ຄົນ,ຍິງ 10 ຄົນ ໄດ້ເລີ່ມເປີດແລະດໍາເນີນການຮຽນ-ການສອນແຕ່ວັນທີ 20 ກໍລະກົດ 2022 ເປັນຕົ້ນມາ ຫຼັກສູດການຮຽນໃນຄັ້ັັງນີ້ ລວມມີ 9 ວິຊາຮຽນ ປະກອບມີ 15 ໜ່ວຍກິດ ເທົ່າກັບ 292 ຊົ່ວໂມງ ຜ່ານການຈັດຕັ້ງການຮຽນ-ການສອນສາມາດຕີລາຄາຜົນໄດ້ຮັບຂອງນັກສຶກສາ ຍາດໄດ້ຄະແນນ A ເທົ່າກັບ 30 % , B+ ເທົ່າກັບ 60 % ແລະ ຄະແນນ B ເທົ່າກັບ 10 % ຈາກນັ້ນພິທີຍັງໄດ້ມີການມອບໃບປະກາສະນີຍະບັດ ໃຫ້ນັກສຶກສາຢ່າງເປັນທາງການເຊິ່ງໃຫ້ກຽດມອບໂດຍທ່ານ ຖາວອນ ເລື່ອນແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ. 

      ໃນໂອກາດທີ່ ທ່ານ ຖາວອນ ເລື່ອນແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງ ຊຽງຮ່ອນ ໄດ້ເຂົ້າຮ່ວມເປັນປະທານພິທີ  ທ່ານໄດ້ໃຫ້ກຽດໂອ້ລົມກ່ອນອື່ນ ທ່ານໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງອາຈານສິດສອນ,ນັກສຶກສາ  ທີ່ຍາດໄດ້ຜົນສຳເລັດ ການຮຽນໃນຄັ້ງນີ້ ໃຫ້ສຶບຕໍ່ກຳແໜ້ນທິດນຳ ໝູນໃຊ້ທິດສະດີຕິດພັນກັບພຶດຕິກຳຕົວຈິງ ຕິດພັນກັບການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ໃນຫ້ອງການ ກົມກອງ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງນັກສຶກສາທີ່ໄດ້ສຳເລັດການສຶກສາໃນຄັ້ງນີ້ ຈົ່ງນຳເອົາບົດຮຽນທີ່ໄດ້ຮຽນມານຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບຢູ່ໃນກົມກອງທີ່ຕົນເອງສັງກັດໃຫ້ປະກົດຜົນເປັນຈິງ.

ຂ່າວ: ນັກຂ່າວເມືອງຊຽງຮ່ອນ 

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

159269
ມື້ນີ້ມື້ນີ້12
ມື້ວານນີ້ມື້ວານນີ້50
ອາທິດນີ້ອາທິດນີ້254
ເດືອນນີ້ເດືອນນີ້62
ທັງໝົດທັງໝົດ159269

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌