ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ກວດກາບັນຊີຈໍານວນພົນ ປະຈໍາປີ 2021.
………………………..
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ກວດກາບັນຊີຈໍານວນພົນຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ ປະຈໍາປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ມີນາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ອາເມ ຊົ່ງເຢຍເລັ່ງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ມີທິມງານຂອງແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ
ໃນກອງປະຊຸມທ່ານ ອາເມ ຊົງເຢຍເລັ່ງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ກວດກາບັນຊີຈໍານວນພົນພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2021 ແມ່ນໄດ້ເລີ່ມດໍາເນີນມາແຕ່ວັນທີ 8 ຕຸລາ 2021 ບົນພື້ນຖານຫຼັກການ, ບາດກ້າວ ແລະ ຂັ້ນຕອນ ຂອງການປະເມີນ ເຊິ່ງໄດ້ແບ່ງອອກເປັນ 4 ບາດກ້າວ ໂດຍອີງຕາມຜົນງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພະນັກງານ-ລັດຖະກອນຢູ່ໃນຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2021 ເຂົ້າຮ່ວມປະເມີນທັງໝົດ 18 ທ່ານ, ໂດຍຈັດແບ່ງປະເພດພະນັກງານ-ລັດຖະກອນໄດ້ຄື: ປະເພດດີຫຼາຍມີ 4 ທ່ານ ກວມ 22,22% ,ປະເພດດີ 14 ທ່ານ, ຍິງ 7 ທ່ານ ກວມເອົາ 77,78% ຂອງຈໍານວນພະນັກງານ-ລັດຖະກອນທີ່ໄດ້ເຂົ້າຮ່ວມປະເມີນ ແລະ ບໍ່ໄດ້ເຂົ້າຮ່ວມປະເມີນໃນຄັ້ງນີ້ມີ 1 ທ່ານ ເຫດຜົນໄປຍົກລະດັບ. ວິຊາສະເພາະສ່ວນການກວດກາບັນຊີຈໍານວນພົນພະນັກງານ-ລັດຖະກອນ, ລູກ ແລະ ເມຍ ໃນບັນຊີ ເຫັນໄດ້ໂຄງປະກອບບຸກຄະລາກອນຂອງພະນັກງານ-ລັດຖະກອນຢູ່ໃນຄະນະໂຄສະນາອົບຮົມແຂວງມີທັງໝົດ 19 ທ່ານ, ຍິງ 7 ທ່ານ, ມີຫົວໜ້າຄະນະໂຄສະນາອົບຮົມແຂວງ 1 ທ່ານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ 3 ທ່ານ, ຫົວໜ້າຂະແໜງ 4 ທ່ານ, ຮອງຫົວໜ້າຂະ ແໜງ 5 ທ່ານ ຍິງ 2 ທ່ານ ແລະ ພະນັກງານ-ລັດຖະກອນວິຊາການ 6 ທ່ານ. ການຈັດແບ່ງຕໍາ ແໜ່ງປະເພດບໍລິຫານລວມມີທັງໝົດ 4 ປະເພດຄື: ປະເພດ 1 ມີ 1 ທ່ານ, ປະເພດ 4 ມີ 3 ທ່ານ, ປະເພດ 5 ມີ 4 ທ່ານ, ປະເພດ 6 ມີ 5 ທ່ານ. ການປະຕິບັດນະໂຍບາຍຕໍ່ຄອບຄົວພະນັກງານ-ລັດຖະກອນ, ໄດ້ເອົາລູກເຂົ້າຮັບນະໂຍບາຍເງິນອຸດໜູນລວມມີ 12 ຄົນ, ເອົາເມຍເຂົ້າຮັບນະໂຍບາຍເງິນອຸດໜູນລວມມີ 6 ຄົນ, ກວດກາພົບເຫັນພະນັກງານ-ລັດຖະກອນເອົາລຸກເຂົ້າຮັບເງິນນະໂຍບາຍອຸດໜຸນເກີນອາຍຸ 18 ປີ ມີ 1 ກໍລະນີ.
……………………
ຄອຂ.ຊຍ
![]() | ມື້ນີ້ | 83 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 649 |
![]() | ເດືອນນີ້ | 3680 |
![]() | ທັງໝົດ | 151805 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌