ເມືອງໄຊສະຖານ ແຂວງໄຊຍະບູລີ
ດໍາເນີນກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງໄຊສະຖານ ສົກຮຽນ 2021-2022
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງໄຊສະຖານ ແຂວງໄຊຍະບູລີ ສົກຮຽນ 2021-2022 ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 29 ເດືອນກັນຍາ ປີ 2022 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອ່ອນຕາ ພົມມະຈິດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ມີທ່ານ ສີສະໝອນ ນາມວົງ ວ່າການເລຂາພັກເມືອງ ເຈົ້າເມືອງ ພາຍໃຕ້ການເປັນປະທານຂອງທ່ານ ບຸນຍ້າຍ ດວງດີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ກອງກໍ່ສ້າງຮາກຖານ, ຫົວໜ້າກຸ່ມ ປກສ ບໍລິການປະຊາຊົນ, ນາຍບ້ານ, ຜູ້ອໍານວຍການໂຮງຮຽນມັດທະຍົມ, ປະຖົມ ພ້ອມດ້ວຍວິຊາການຈາກຫ້ອງສຶກສາທິການ ແລະ ກິລາເມືອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 250/ຈມ.ຊຖ, ລົງວັນທີ 28 ກັນຍາ 2022 ວ່າດ້ວຍການອະນຸມັດເປີດກອງປະຊຸມຜູ້ບໍລິຫານກາາສຶກສາທົ່ວເມືອງໄຊສະຖານ ສົກຮຽນ 2021-2022, ຮັບຟັງການເຜີຍແຜ່ມະຕິກອງປະຊຸມສະໄໝສາມັນຄົບຄະນະຄັ້ງທີ 10 ຂອງກໍາມາທິການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ ແລະ ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດ ປະຈໍາສົກຮຽນ 2021-2022, ມະຕິກອງປະຊຸມສະພາປະຊາຊົນແຂວງວ່າດ້ວຍການຮັບຮອງການຈັດຕັ້ງປະຕິບັດປັບປຸງຄຸນນະພາບລະບົບການຮຽນ-ການສອນ, ຮັບຟັງບົກບັນທຶກກອງປະຊຸມຜູ້ບໍລິຫານການສືກສາ ແລະ ກິລາທົ່ວແຂວງ ປະຈໍາສົກຮຽນ 2021-2022 ແລະ ຂໍ້ຕົກລົງວ່າດ້ວຍກອງທຶນກິລາກາຍຍະກໍາ, ຮັບຟັງຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາປະຈໍາສົກຮຽນ 2021-2022 ແລະ ແຜນການປະຈໍາສົກຮຽນ 2022-2023 ແລະ ຜົນການຈັກຕັ້ງປະຕິບັດ 15 ຄາດໝາຍ 19 ຕົວຊີ້ບອກ ທີ່ສະພາປະຊາຊົນແຂວງໄດ້ຮັບຮອງ ຜ່ານການຈັດຕັ້ງປະຕິບັດບັນດາຄາດໝາຍດັ່ງກ່າວສາມາດບັນລຸ 1 ຄາດໝາຍ ແລະ ໄກ້ຈະບັນລຸ 3 ຄາດໝາຍ ເປັນຕົ້ນແມ່ນອັດຕາເຂົ້າຮຽນຂອງເດັກ 5 ປີ ປະຕິບັດໄດ້96%ທຽບໃສ່ຄາດໝາຍຖືວ່າບັນລຸ, ອັດຕາເຂົ້າຮຽນໃໝ່ລວມ ປ.1 ປະຕິບັດໄດ້ 98,8%ທຽບໃສ່ຄາດໝາຍ (101%) ຍັງບໍ່ທັນບັນລຸ 2,2%, ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ປະຕິບັດໄດ້ 98,1%,ທຽບໃສ່ຄາດໝາຍຂອງແຂວງ 99%ຍັງບໍ່ບັນລຸຄາດໝາຍ 0,8%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມປະຕິບັດໄດ້ 97,5% ທຽບໃສ່ຄາດໝາຍ 99% ຍັງບໍ່ບັນລຸ 1,5%, ອັດຕາປະລະຊັ້ນປະຖົມປະຕິບັດໄດ້ 3% ທຽບໃສ່ຄາດໝາຍ 1%ຍັງບໍ່ບັນລຸ 2 %, ຮັບຟັງການລາຍງານການຈັດຕັ້ງປະຕິບັດການສ້າງກຸ່ມໂຮງຮຽນຕົວແບບຊັ້ນປະຖົມຕິດພັນກັບວຽກງານສາມສ້າງ, ລາຍງານກ່ຽວກັບຈໍານວນນັກຮຽນສາມັນສຶກສາທີ່ຍັງຄ້າງບ້ານບໍ່ທັນມາເຂົ້າໂຮງຮຽນ, ດອງປະຊຸມໃນຄັ້ງຍີ້ ທ່ານ ສີສະໝອນ ນາມວົງ ວ່າດານເຈົ້າເມືອງຍັງໄດ້ມີຄໍາເຫັນເຈາະຈີ້ມເພື່ອໃຫ້ບັນດາແຂກຜູ້ແທນກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023, ການຈັດຕັ້ງປະຕິບັດ 15 ຄາດໝາຍ 19 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງ, ບັນຫານັກຮຽນປະລະການຮຽນ ຫຼື ອອກໂຮງຮຽນ, ນັກຮຽນສ້າງຄອບຄົວ ແລະ ຕໍ່ກັບນັກຮຽນຜູ້ດື້ດ້ານປຽບທຽບສັ່ງຊາຜູ້ອື່ນຄ້າງຢູ່ບ້ານບໍ່ມາເຂົ້າໂຮງຮຽນ ແລະ ການຈັດຕັ້ງປະຕິບັດລະບຽບຂອງທ່ານເຈົ້່ເມືອງ ສະບັບເລກທີ 10/ຈມ.ຊຖ, ລົງວັນທີ 6 ຕຸລາ 2021 ພ້ອມນີ້ບັນດາແຂກຜູ້ແທນກອງປະຊຸມຍັງໄດ້ຂື້ນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອຊອກໃຫ້ເຫັນໄດ້ບັນຫາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າຕື່ມອີກ.
ຂຽນ ໄພວັນ ສີດານຸວົງ ຄອຂ.ຊຍ
![]() | ມື້ນີ້ | 27 |
![]() | ມື້ວານນີ້ | 664 |
![]() | ອາທິດນີ້ | 4 |
![]() | ເດືອນນີ້ | 5476 |
![]() | ທັງໝົດ | 178945 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌