ການນໍາແຂວງ ໄຊຍະບູລີ ວາງກະຕ່າດອກໄມ້ ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ
ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັນລາວ ຄົບຮອບ 67 ປີ ( 22 ມີນາ 1955-22 ມີນາ 2022 ), ໃນຕອນເຊົ້າຂອງວັນທີ 22 ມີນາ 2022 ນີ້, ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ, ການນໍາຂອງແຂວງ ໄຊຍະບູລີ ນໍາໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍບັນດາ ສະຫາຍກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ
ໄດ້ເຂົ້າວາງກະຕ່າດອກໄມ້ ໜ້າຮູບປັ້ນຂອງ ທ່ານ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ທັງນີ້ກໍ່ເພື່ອສະແດງເຖິງຄວາມກະຕັນຍູ້ ແລະ ສຸດທີ່ມີຄວາມອາໄລອາວອນຢ່າງສຸດຊຶ້ງ ເຖິງທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸດທິດຕົນເພື່ອກໍ່ຕັ້ງພັກ, ນໍາພາການປະຕິວັດ ແລະ ນໍາພາປວງຊົນລາວທັງຊາດດໍາເນີນການຕໍ່ສູ້ກັບສັດຕູໂຕຮ້າຍກາດຈົນໄດ້ຮັບໄຊຊະນະສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກຈັກກະພັດໄດ້ຢ່າງສົມບູນ ພ້ອມທັງນໍາພາປະເທດຊາດກ້າວຂື້ນສູ່ຄວາມມັ່ງຄັ່ງເຂັ້ມແຂງຮັ່ງມີສີວິໄລຢ່າງບໍ່ຢຸດຢັ້ງ ແລະ ເພື່ອສະແດງຄວາມເຄົາລົບ ດ້ວຍຄວາມກະຕັນຍູຮູ້ບຸນຄຸນທີ່ເຕັມໄປດ້ວຍຄວາມຈົ່ງຮັກພັກດີ ແລະ ສັດຊື່ບໍລິສຸດ ຂອງການນໍາແຂວງກໍ່ຄືປະຊາຊົນຊາວແຂວງ ໄຊຍະບູລີ ຕໍ່ທ່ານ ປະທານ ໄກສອນ ພົມວິຫານ ຢ່າງຈິງໃຈ, ຂໍໃຫ້ຄຸນງາມຄວາມດີຂອງທ່ານ ຢືນຢົງຢູ່ກັບພາລະກິດປະຕິວັດ ແລະ ຝັງແໜ້ນໃນດວງໃຈ ຂອງປະຊາຊົນລາວທັງຊາດຕະຫຼອດໄປ, ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນບັນດາເຜົ່າຊາວແຂວງ ໄຊຍະບູລີ.
ຄອຂ.ຊຍ
![]() | ມື້ນີ້ | 83 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 649 |
![]() | ເດືອນນີ້ | 3680 |
![]() | ທັງໝົດ | 151805 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌