ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

## ຄະນະໂຄສະນາອົບຮົມແຂວງໄຊຍະບູລີ##

---------------

          ໃນຕອນເຊົ້າຂອງວັນທີ 1 ພະຈິກ 2022  ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ  ເຂົ້າຮ່ວມກອງປະຊຸມ  ໂຄສະນາຜ່ານສືເອເລັກນິກ(ເວັບໄຊ) ໂດຍເປັນ ປະທານ ຂອງທ່ານ ວັນຕຸລາ ຮັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ພ້ອມກັນນີ້ ທ່ານ ວິທະຍາ ດາລາທິບ ຮອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ  ພ້ອມໂດຍຄະນະຮັບຜິດຊອບເວັບໄຊ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມວຽກງານຜ່ານສືເອເລັກນິກ(ເວັບໄຊ)ຢ່າງພ້ອມພຽງ

.

          ໃນກອງປະຊຸມ ສະຫາຍ ວິທະຍາ ດາລາທິບ ຮອງຫົວໜ້າຄະນະໂຄສະນາອົບຮົມແຂງໄຊຍະບູລີ ໄດ້ລາຍງານຫຍໍ້ໃນການ ຈັດຕົັ້ງເຄື່ອນໄຫວວຽກງານເວັບໄຊ ເຫັນວ່າການລົງຂ່າວສານຂອງວຽກງານ ຂົງເຂດໂຄສະນາມີຄວາມສະດວກ, ວ່ອງໄວຂຶ້ນ, ຄະນະພັກ, ຄະນະນໍາກໍໄດ້ໃຫ້ການຊີ້ນໍາຢ່າງໄກສິດທຕິດແທດເອຶ້ອຍອໍານວຍຄວາມສະດວກໃຫ້ພວກເຮົາໄດ້ເຄື່ອນໄຫວເປັນກະຕິ ທີ່ສໍາຄັນແມ່ນໄດ້ມີການພົວພັນ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ນັກຂ່າວຂອງແຂວງ, ພະແນກການ ແລະ ບັນດາເມືອງ ເພື່ອປ້ອນຂ່າວລົງເວັບໄຊ ອອກທາງວິທະຍຸຂອງແຂວງ, ເມືອງ ໃນແຕ່ລະເດືອນເປັນກະຕິແມ່ນໄດ້ລົງຂ່າວ ອາທິດໜຶ່ງ 3-7 ຂ່າວ  ໄປຄຽງຄູ່ກັນນັ້ນທາງຄະນະຜິດຊອບເວັບໄຊ ເພື່ອສືບຕໍ່ເຮັດໃຫ້ວຽກງານດັ່ງກ່າວນີ້ ໄດ້ຮັບການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ທ່ວງທັນກັບສະພາບການ. ສາມາດຕອບສະໜອງໄດ້ຕາມໜ້າທີ່ການເມືອງຂອງວຽກງານໂຄສະນາໄລຍະໃໝ່ ທາງຄະນະຮັບຜິດຊອບພວກເຮົາແມ່ນຈະໄດ້ເພີ່ມທະວີການພົວພັນປະສານງານກັບບັນດາພະແນກການ, ອົງການ ໂດຍສະເພາະກັບບັນດານັກຂ່າວຂອງແຂວງ, ຂອງພະແນກ ໃຫ້ໄກສິດກວ່າເກົ່າໃນການເຄື່ອນໄຫວລົງເກັບກໍາຂໍ້ມູນຂ່າວ ຂະບວນການຕ່າງໆ ສາລະໜ້າຮູ້, ບັນດາຕົວແບບເພື່ອປ່ອນຂ່າວໃຫ້ໄດ້ດີກວ່າເກົ່າ.

ຂຽນໂດຍ:  ໄພວັນ ສີດານຸວົງ ຄອຂ.ຊຍ

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

159264
ມື້ນີ້ມື້ນີ້7
ມື້ວານນີ້ມື້ວານນີ້50
ອາທິດນີ້ອາທິດນີ້249
ເດືອນນີ້ເດືອນນີ້57
ທັງໝົດທັງໝົດ159264

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌