ແຂວງ ໄຊຍະບູລີ ເລົ່າຄືນມູນເຊື້ອວັນສ້າງຕັ້ງພັກ ຄົບຮອບ 67 ປີ
ເພື່ອເຮັດໃຫ້ພະນັກງານສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໄຊຍະບູລີ ຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດການຕໍ່ສູ້ຍືດເຍື້ອຍາວນານ ພິລະອາດຫານຂອງປະຊາຊົນບັນດາເຜົ່າ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະ 67 ປີຜ່ານມາ.
ໃນຕອນເຊົ້າຂອງວັນທີ 22 ມີນາ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດພິທີປະຖະກາຖາເລົ່າຄືນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ, ເປັນກຽດເຂົ້າຮ່ວມ ແລະ ປາຖະກາຖາໂດຍ ສະຫາຍ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມຮັບຟັງມີບັນດາສະຫາຍກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ ແລະ ພະນັກງານສະມາຊິກພັກອ້ອມຂ້າງແຂວງເຂົ້າຮ່ວມ, ໂອກາດດັ່ງກ່າວ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ຍົກໃຫ້ເຫັນການສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ໃນການຕໍ່ສູ້ເພື່ອປົດປ່ອຍຊາດ ພາຍໃຕ້ການນໍາພາຂອງພັກ ຈົນສາມາດຍາດໄດ້ໄຊຊະນະ, ສະເພາະຢູ່ແຂວງ ໄຊຍະບູລີ ປະຈຸບັນແມ່ນໄດ້ເພີ່ມທະວີໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບ, ຊິ່ງທົ່ວແຂວງ ມີຮາກຖານພັກທັງໝົດ 1.412 ຮາກຖານ; ໃນນີ້ມີ 89 ຄະນະພັກຮາກຖານ ມີ 1.323 ໜ່ວຍພັກ, ມີສະມາຊິກທັງໝົດ 20.409 ສະຫາຍ, ຍິງ 5.642 ສະຫາຍ, ສະມາຊິກພັກສຳຮອງ 1.143 ສະຫາຍ, ຍິງ 431 ສະຫາຍ.
ການຈັດພິທີປາຖະກາຖາຄັ້ງນີ້ເພື່ອເປັນການລະນຶກ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜົນງານ, ຄຸນງາມຄວາມດີອັນໃຫຍ່ຫຼວງຂອງພັກ, ທັງເປັນການຮໍ່າຮຽນເອົາແບບແຜນການນໍາພາ ແລະ ອຸດົມການປະຕິວັດຂອງພັກ, ເພື່ອເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງພັກດ ເພີ່ມທະວີຄວາມສາມັກຄີພາຍໃນພັກ, ພາຍໃນຊາດໃຫ້ໜັກແໜ້ນ, ເພີ່ມທະວີຄວາມເຊື່ອໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ແລະ ອານາຄົດຂອງປະເທດຊາດ, ຍົກສູງຈິດໃຈຮັກຊາດ, ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933
![]() | ມື້ນີ້ | 85 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 651 |
![]() | ເດືອນນີ້ | 3682 |
![]() | ທັງໝົດ | 151807 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌