## ຄະນະໂຄສະນາອົບຮົມແຂວງໄຊຍະບູລີ##
---------------
ໃນຕອນເຊົ້າຂອງວັນທີ 1 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ເຂົ້າຮ່ວມກອງປະຊຸມ ໂຄສະນາຜ່ານສືເອເລັກນິກ(ເວັບໄຊ) ໂດຍເປັນ ປະທານ ຂອງທ່ານ ວັນຕຸລາ ຮັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ພ້ອມກັນນີ້ ທ່ານ ວິທະຍາ ດາລາທິບ ຮອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ ພ້ອມໂດຍຄະນະຮັບຜິດຊອບເວັບໄຊ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມວຽກງານຜ່ານສືເອເລັກນິກ(ເວັບໄຊ)ຢ່າງພ້ອມພຽງ
.
ໃນກອງປະຊຸມ ສະຫາຍ ວິທະຍາ ດາລາທິບ ຮອງຫົວໜ້າຄະນະໂຄສະນາອົບຮົມແຂງໄຊຍະບູລີ ໄດ້ລາຍງານຫຍໍ້ໃນການ ຈັດຕົັ້ງເຄື່ອນໄຫວວຽກງານເວັບໄຊ ເຫັນວ່າການລົງຂ່າວສານຂອງວຽກງານ ຂົງເຂດໂຄສະນາມີຄວາມສະດວກ, ວ່ອງໄວຂຶ້ນ, ຄະນະພັກ, ຄະນະນໍາກໍໄດ້ໃຫ້ການຊີ້ນໍາຢ່າງໄກສິດທຕິດແທດເອຶ້ອຍອໍານວຍຄວາມສະດວກໃຫ້ພວກເຮົາໄດ້ເຄື່ອນໄຫວເປັນກະຕິ ທີ່ສໍາຄັນແມ່ນໄດ້ມີການພົວພັນ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ນັກຂ່າວຂອງແຂວງ, ພະແນກການ ແລະ ບັນດາເມືອງ ເພື່ອປ້ອນຂ່າວລົງເວັບໄຊ ອອກທາງວິທະຍຸຂອງແຂວງ, ເມືອງ ໃນແຕ່ລະເດືອນເປັນກະຕິແມ່ນໄດ້ລົງຂ່າວ ອາທິດໜຶ່ງ 3-7 ຂ່າວ ໄປຄຽງຄູ່ກັນນັ້ນທາງຄະນະຜິດຊອບເວັບໄຊ ເພື່ອສືບຕໍ່ເຮັດໃຫ້ວຽກງານດັ່ງກ່າວນີ້ ໄດ້ຮັບການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ທ່ວງທັນກັບສະພາບການ. ສາມາດຕອບສະໜອງໄດ້ຕາມໜ້າທີ່ການເມືອງຂອງວຽກງານໂຄສະນາໄລຍະໃໝ່ ທາງຄະນະຮັບຜິດຊອບພວກເຮົາແມ່ນຈະໄດ້ເພີ່ມທະວີການພົວພັນປະສານງານກັບບັນດາພະແນກການ, ອົງການ ໂດຍສະເພາະກັບບັນດານັກຂ່າວຂອງແຂວງ, ຂອງພະແນກ ໃຫ້ໄກສິດກວ່າເກົ່າໃນການເຄື່ອນໄຫວລົງເກັບກໍາຂໍ້ມູນຂ່າວ ຂະບວນການຕ່າງໆ ສາລະໜ້າຮູ້, ບັນດາຕົວແບບເພື່ອປ່ອນຂ່າວໃຫ້ໄດ້ດີກວ່າເກົ່າ.
ຂຽນໂດຍ: ໄພວັນ ສີດານຸວົງ ຄອຂ.ຊຍ
![]() | ມື້ນີ້ | 33 |
![]() | ມື້ວານນີ້ | 664 |
![]() | ອາທິດນີ້ | 10 |
![]() | ເດືອນນີ້ | 5482 |
![]() | ທັງໝົດ | 178951 |
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌