ຄະນະໂຄສະນາອົບຮົມແຂວງໄຊຍະບູລີ
-------------------------
ໃນວັນທີ່ 22 ເມສາ 2022 ຜ່ານມານີ້ ໜ່ວຍພັກຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ 1 ສະຫາຍ, ຍິງ 1 ສະຫາຍ ໂດຍການເຂົ້າຮ່ວມຂອງ ສະຫາຍ ວິທະຍາ ດາລາທິບ ຮອງເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີບນດ ຄະນະໂຄສະນາອົບຮົມແຂວງ ແລະ ສະມາຊິກພັກສົມບູນ, ເຂົ້າຮ່ວມ 14 ສະຫາຍ, ຍິງ 4 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ສົມລິດ ພົມມະແກ້ວ ຫົວໜ້າຫ້ອງການຂອງຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນຜ່ານມະຕິຂໍ້ຕົກລົງວ່າດ້ວຍອະນຸມັດຮັບເອົາມະຫຊົນຜູ້ທີ່ມີຄວາມກ່າວໜ້າເຂົ້າເປັນສະມາຊິກສຳຮອງ ຂອງພັກປະຊາຊົນ, ປຕິວັດລາວ ມະຫາຊົນຜູ້ກ້າວໜ້າແມ່ນໄດ້ຜ່ານຂະບວນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນໄລຍະຕິຕາມ 12 ເດືອນ ເຊິ່ງເຫັນໄດ້ວ່າຜູ້ກ່ຽວ ມີທັດສະນະຫຼັກໝັ້ນ, ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນສິນທໍາປະຕິວັດ, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ບໍລິສຸດສັດຊື່ຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະ ເຮັດຫຼ້ອນໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້, ເຄົາລົບລະບຽບກົດໝາຍພັກ-ລັດວາງອອກ, ມີຄວາມສາມັກຄີກັບໝູ່ຄູ່, ອ້າຍເອື້ອຍນ້ອງ, ເພື່ອນຮ່ວມງານຢ່າງໜັກແໜ້ນ ແລະ ພາຍນອກຢ່າງກວ້າງຂວາງ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະການຈັດຕັ້ງມອບໝາຍໃຫ້ຈົນມີຜົນສຳເລັດຫຼາຍດ້ານເປັນກ້າວໆ. ທັງໄດ້ຮັບການຕິດຕາມ ຢ່າງໃກ້ຊິດຈາກຄະນະພັກ, ສະມາຊິກພັກ ເພື່ອຊ່ວຍເຫຼືອກໍ່ສ້າງ, ຕຳນິຕິຊົມ, ປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ກາຍເປັນມະຫາຊົນ ທີ່ມີຄວາມຫ້າວຫັນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ເຮັດໃຫ້ອົງການຈັດຕັ້ງ ກໍ່ຄືມະຫາຊົນ ໄວ້ເນື້ອເຊື່ອໃຈ.
ໃນຕອນທ້າຍ ສະຫາຍ ວິທະຍາດາລາທິບ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ຕໍ່ສະມາຊິກພັກສຳຮອງໃໝ່ ໃຫ້ມີຄວາມເອົາໃຈໃສ່ປະຕິບັດຕໍ່ລະບຽບຂອງພັກຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ສຶກສາຄົ້ນຄວ້າແນວທາງນະໂຍຂອງພັກ, ກໍາແໜ້ນສິດ ແລະ ໜ້າທີ່ ແລະ ຂໍ້ຫ້າມຂອງສະມາຊິກພັກໃຫ້ເລິກເຊິ່ງ ເພື່ອກາຍເປັນສະມາຊິກພັກທີ່ດີເດັ່ນ ແລະ ເຂັ້ມແຂງ ແລະ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະໃຫ້ສຳເລັັດທຸກໜ້າວຽກງານທີ່ການຈັດຕັ້ງມອບໝາຍໃຫ້.
ໄພວັນ ສີດານຸວົງ ຄອຂ.ຊຍ
![]() | ມື້ນີ້ | 79 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 645 |
![]() | ເດືອນນີ້ | 3676 |
![]() | ທັງໝົດ | 151801 |
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌