ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ

ເມືອງຄອບສຳເລັດຊຸດຝຶກອົບຮົມ

--------------------

ວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ

ຄັ້ງວັນທີ 8-10 ພະຈິກ 2022

          ຕອນເຊົ້າຂອງວັນທີ 8 ພະຈິກ 2022 ທີ່ຫໍປະຊຸມໃຫຍ່ຂອງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແພງຊ້ອຍ ແພງເມືອງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຄອບ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງຂອງເມືອງ ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 11 ທ່ານ. ຊຸດອົບຮົມຄັ້ງນີ້ປະກອບມີນັກສໍາມະນາກອນມາຈາກບັນດາຫ້ອງການ, ກຳລັງປະກອບອາວຸດ, ວິສະຫະກິດຕ່າງໆ ອ້ອມຂ້າງເມືອງ ທັງໝົດ 50 ທ່ານ, ຍິງ 12 ທ່ານ ໃນນີ້ມີຄະນະບໍລິຫານງານພັກເມືອງ 15 ທ່ານ, ຍິງ 4 ທ່ານ ແລະ ມີນັກວິທະຍາກອນ 3 ທ່ານ ທີ່ມາຈາກຄະນະໂຄສະນາອົບຮົມສູນກາງ.


 

ການຝຶກອົບຮົມຄັ້ງນີ້ ບັນດານັກສຳມະນາກອນໄດ້ຮັບຟັງການຂື້ນບັນຍາຍເອກະສານດ້ານທິດສະດີ, ສົນທະນາແລກປ່ຽນບົດຮຽນພຶດຕິກຳຕົວຈິງນຳນັກວິທະຍາກອນ ພ້ອມທັງຈັດແບ່ງກຸ່ມຄົ້ນຄ້ວາຂຽນບົດ ແລະ ຂື້ນປາຖະກະຖາຕົວຈິງ ເຊິ່ງບັນດາເອກະສານທີ່ນຳມາຝຶກອົບຮົມຄັ້ງນີ້  ປະກອບມີຈຳນວນ 3 ບົດ ຄື: ບົດທີ່ 1 ບັນຫາພື້ນຖານຂອງວຽກງານໂຄສະນາ, ບົດທີ່ 2 ຝຶກຝົນຄວາມສາມາດໃນການຂຽນເອກະສານ, ບົດທີ່ 3 ຄຸນລັກສະນະ ແລະ ສີລະປະໃນການປາກເວົ້າ. ທັງໝົດນີ້ ກໍ່ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານທີ່ເຮັດວຽກງານໂຄສະນາ ຂອງເມືອງ ເປັນຕົ້ນແມ່ນນັກປາຖະກະຖາ, ນັກໂຄສະນາເຄື່ອນທີ່ ແລະ ນັກໂຄສະນາຜ່ານສື່ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່. ຊຸດຝຶກອົບຮົມໄດ້ດຳເນີນເປັນເວລາ 3 ວັນ ແລະ ປິດລົງໃນຕອນແລງຂອງວັນທີ 10 ພະຈິກ 2022.


 

ຂຽນໂດຍ: ຄອຂ.ຊຍ

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

159265
ມື້ນີ້ມື້ນີ້8
ມື້ວານນີ້ມື້ວານນີ້50
ອາທິດນີ້ອາທິດນີ້250
ເດືອນນີ້ເດືອນນີ້58
ທັງໝົດທັງໝົດ159265

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌