ແຂວງໄຊຍະບູລີ ພິີທີ ວາງກະຕ່າດອກໄມ້, ຈັດຕັ້ງສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ
ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ.
ໃນຕອນເຊົ້າຂອງວັນທີ 2 ທັນວາ 2022 ແຂວງໄຊຍະບູລີ ໄດ້ຈັດຕັ້ງພິທີວາງກະຕ່າດອກໄມ້ຢູ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ , ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມຂອງແຂວງ ແລະ ຈັດຕັ້ງພິທີປາຖະກະຖາ 2 ວັນດັ່ງກ່າວຂື້ນ ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍໃກ້ກຽດຂື້ນປາຖະກະຖາ ຂອງສະຫາຍ ພົງສະຫັວນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ ເຂົ້າຮ່ວມພິທີມີຄະນະປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ລັດວິສະຫະກິດ, ພະນັກງານຫຼັກແຫຼ່ງ, ພະນັກງານປະຕິວັດອາວຸໂສບຳນານ, ນາຍບ້ານບ້ານເທດສະບານ, ຊາວໜຸ່ມ-ເຍົາວະຊົນ ແລະ ນັກຮຽນນັກສຶກສາ ເຂົ້າຮ່ວມທັງໝົດ 269 ເທື່ອຄົນ, ຍິງ 73 ເທື່ອຄົນ.
ການຈັດຕັ້ງການສະເຫຼີມສະຫຼອງໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນ ທົ່ວແຂວງໄດ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອການຕໍ່ສູ້ອັນຍຶດເຍື້ອຍາວນານ ພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງໃນພາລະກິດປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 47 ປີຜ່ານມາ ແລະ ເພື່ອເປັນການລະນຶກ ແລະ ສະແດງເຖິງຄວາມຮູ້ບຸນຄຸນຕໍ່ຜົນງານຄຸນງາມ ຄວາມດີອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ, ເພື່ອຮໍ່າຮຽນເອົາຄຸນສົມບັດ, ສິນທຳປະຕິວັດ, ແບບແຜນການນໍາພາ, ແບບແຜນການດໍາລົງຊີວິດ ແລະ ອຸດົມຄະຕິປະຕິວັດຂອງປະທານ ໄກສອນ ພົມວິຫານ.
ຂຽນໂດຍ ຄອຂ,ຊຍ
![]() | ມື້ນີ້ | 11 |
![]() | ມື້ວານນີ້ | 50 |
![]() | ອາທິດນີ້ | 253 |
![]() | ເດືອນນີ້ | 61 |
![]() | ທັງໝົດ | 159268 |
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌