ການນໍາແຂວງ ໄຊຍະບູລີ ວາງກະຕ່າດອກໄມ້ ແລະ ເລົ່າຄືນມູນເຊື້ອ 3 ວັນປະຫວັດສາດ
ເພື່ອເປັນການລະນືກເຖິງຄຸນງາມຄວາມດີຂອງບັນພະບູລຸດທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເຂົ້າໃນການປະຕິວັດຕໍ່ສູ້ກູ້ຊາດຕ້ານກັບຈັກກະພັດແບບເກົ່າ ແລະ ແບບໃໝ່ທີ່ມາຮຸກຮານ ຈົນໄດ້ຮັບໄຊຊະນະ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ໃນຕອນເຊົ້າຂອງວັນທີ 21 ມີນາ ປີນີ້ ການນໍາແຂວງ ໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະູລີ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ຈາກນັ້ນກໍ່ໄດ້ຈັດພິທີ ປາຖະກາຖາ ເລົ່າຄືນມູນເຊື້ອ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນ
ປະຕິວັດລາວ ຄົບຮອບ 68 ປີ( 22 ມີນາ 1955-22 ມີນາ 2023), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946-21 ມີນາ 2023) ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 41 ປີ( 16 ກຸມພາ 1982-16 ກຸມພາ 2023), ໂດຍມີຈຸດປະສົງເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 68 ປີ ຜ່ານມາ ແລະ ລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເພື່ອປະເທດຊາດ ຄົບຮອບ 77 ປີ, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ ຂອງພັກເຮົາ ເຂົ້າໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ໃຫ້ສໍາເລັດຜົນ, ເພື່ອສ້າງຄວາມຮັບຮູ້ຢ່າງເລກເຊິ່ງ ເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມ ຂອງພັກເຮົາໃນການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍ່ຄືການນຳພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ, ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຫຼາຍເຫດການປະຫວັດສາດເຊິ່ງປວງຊົນລາວທັງຊາດບໍ່ມີວັນລືມໄດ້, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ຄວາມໝາຍຄວາມສໍາຄັນ, ການເຕີບໃຫຍ່ຂະຫຍາຍຕົວ , ຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນຂອງອົງການກວດກາພັກ-ລັດ ໃນຕະຫຼອດໄລຍະ 41 ປີ ຜ່ານມາ, ໃຫ້ກຽດເລົ່າຄືນໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະູລີ, ເຂົ້າຮ່ວມຮັບຟັງມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ກໍາລັງປະກອບອາວຸດ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 664 |
![]() | ອາທິດນີ້ | 17 |
![]() | ເດືອນນີ້ | 5489 |
![]() | ທັງໝົດ | 178958 |
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌