ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ເປີດກອງປະຊຸມໃຫຍ່ຄັ້ງທີ VI.
ໃນວັນທີ 25 ພຶດສະພາ 2023 ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ, ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນຂຶ້ນທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຮ່ວມໂດຍ ສະຫາຍ ໄຊຊານົນ ທີແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ນາງ ແສງທອງ ແພງດີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງໄຊຍະບູລີ ແລະ ສະຫາຍ ບຸນແຕ່ງ ມະນີສອນ ເລຂາໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ມີແຂກຖຶກເຊີນຈາກອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ ຢ່າງພ້ອມພຽງ, ໃນກອງປະຊຸມດັ່ງກ່າວ ສະຫາຍ ນ. ໂຕ່ນ່າ ປ້ອງຜິວ. ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບ ເລກທີ 365 / ຄຊປປລ.ຊຍ, ລົງວັນທີ 23 ພຶດສະພາ 2023. ວ່າດ້ວຍການອານຸມັດເປີດກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງຢ່າງເປັນທາງການ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງ 2 ພາກ ໂດຍໄດ້ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ໃນໄລຍະ 5 ປີຜ່ານມາ ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານການເຄື່ອນໄຫວວຽກງານຊາວໜຸ່ມ ທີ່ຈະຕ້ອງສືບຕໍ່ເສີມຂະຫຍາຍ, ຍົກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງບາງດ້ານ ທີ່ຄວນປັບປຸງແກ້ໄຂ ແລະ ທິດທາງແຜນການ ການເຄື່ອນໄຫວວຽກງານຊາວໜຸ່ມ ໃນ 5 ປີຕໍ່ໜ້າ ໂດຍສະຫາຍ ບຸນແຕ່ງ ມະນີສອນ ເລຂາໜ່ວຍຮາກຖານຊາວໜຸ່ມ ໄດ້ລາຍງານຕໍ່ກອງປະຊຸມ, ຫຼັງຈາກນັ້ນສະມາຊິກຊາວໜຸ່ມພາຍໃນໜ່ວຍກໍ່ໄດ້ໃຊ້ສິດປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວ ໜຸ່ມຊຸດໃໝ່. ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາ ສະຫາຍ ບຸນແຕ່ງ ມະນີສອນ ເປັນເລຂາໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ, ສະຫາຍ ນາງ ໂຕ່ນ່າປ້ອງຜີວ ເປັນຮອງເລຂາຄະນະໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ.
ຕອນທ້າຍຂອງກອງປະຊຸມກໍໄດ້ຮັບການໂອ້ລົມຂອງ ສະຫາຍ ນ. ແສງທອງ ແພງດີ.ໄດ້ຮຽກຮ້ອງມາຍັງ ບັນດາສະມາຊິກຊາວໜຸ່ມ ຄະນະໂຄສນາອົບຮົມແຂວງ ຈົ່ງພ້ອມກັນ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງຕົນໃຫ້ມີປະສິດທິພາບສູງໃນນັ້ນ ຄະນະຊຸດໃໝ່ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນ, ພາຍນອກໃຫ້ໜັກແໜ້ນ ແລະ ກ້ວາງຂວາງ, ຜັນຂະຫຍາຍ,ເຊື່ອມຊຶມ ບັນດາ ມະຕິ,ຄຳສັ່ງ,ກົດລະບຽບຂອງພັກ-ລັດ, ເວົ້າລວມ, ເວົ້າສະເພາະແມ່ນຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມທີ່ວາງອອກຢ່າງເຂັ້ມງວດ ແລະ ຂໍທິດຊີ້ນຳ ຈາກຄະນະພັກ,ຄະນະນຳຖັດຕົນ, ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກ ພ້ອມທັງດຳເນີນຊີວິດການເມືອງ ຂອງໜ່ວຍ, ເສຍເງີນສະຕິ-ເງີນບຳລຸງແລ້ວສົ່ງຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຄະນະໜ່ວຍຕ້ອງສ່ອງແສງລາຍງານຕາມສາຍຂວາງຢ່າງເປັນປົກກະຕິ ແລະຕໍ່ເນື່ອງ.
ໂດຍ ສີນົນ ອອ່ນສາ