ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະໃໝ່.
ໃນຕອນເຊົ້າວັນທີ 29 ກັນຍາ 2023 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະໃໝ່ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງຫ້ອງວ່າການແຂວງ. ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ວິທະຍາ ດາລາທິບ ຮອງຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງງານ-ລັດຖະກອນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ວິທະຍາ ດາລາທິບ ຮອງຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງຄະນະໂຄສະນາອົບຮົມແຂວງ ໃນໄລຍະ 5 ປີຜ່ານມາ. ໂດຍຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນີ້ ກໍ່ໄດ້ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຮອດປີ 2025. ເຊິ່ງຄະນະໂຄສະນາອົບຮົມແຂວງ ມີພະນັກງານ-ລັດຖະກອນທັງໝົດ 20 ທ່ານ, ຍິງ 08 ທ່ານ ໃນນັ້ນ ມີອາສາສະໝັກ 02 ທ່ານ, ຍິງ 02 ທ່ານ. ມີ 4 ຂະແໜງການຄື: ຫ້ອງການບໍລິຫານ-ຈັດຕັ້ງ, ຂະແໜງໂຄສະນາ, ຂະແໜງອົບຮົມ ແລະ ຂະແໜງ ຂໍ້າມູນຂ່າວສານ ແລະ ຝຶກອົບຮົມ. ມີ 3 ອົງການຈັດຕັ້ງມະຫາຊົນ.
ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ, ສາມາດປະເມີນຜົນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນລະໄລຍະ 05 ປີຜ່ານ ຂອງພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງ ໄດ້ມີຜົນງານດີເດັ່ນສະແດງອອກໃນການຍ້ອງຍໍຢູ່ໃນປະເພດຕ່າງໆດັ່ງນີ້: ໄດ້ຮັບປະເພດຫຼຽນໄຊແຮງງານຊັ້ນ I ຈຳນວນ 2 ທ່ານ .ໄດ້ຮັບປະເພດຫຼຽນໄຊແຮງງານຊັ້ນ II ຈຳນວນ 1 ທ່ານ; ໄດ້ຮັບປະເພດຫຼຽນໄຊແຮງງານຊັ້ນ III ຈຳນວນ 2 ທ່ານ. ໄດ້ຮັບປະເພດຫຼຽນການແຮງງານຈຳນວນ 2 ທ່ານ ແລະ 01 ກົມກອງ. ໄດ້ຮັບປະເພດຍ້ອງຍໍລັດຖະບານຈຳນວນ 4 ທ່ານ. ໄດ້ຮັບປະເພດຍ້ອງຍໍຂັ້ນແຂວງຈຳນວນ 3 ທ່ານ.
ຈຸດປະສົງ ກໍ່ເພື່ອເປັນການກະຕຸຊຸກຍູ້ໃຫ້ພະນັກງານ, ສະມາຊິກພັກ ໄດ້ມີການແຂ່ງຂັ້ນກັນຈັດຕັ້ງປະຕິບັດຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ເປັນຂະການການຟົດຟື້ນຕໍ່ເນື່ອງ ຊອກໃຫ້ເຫັນບຸກຄົນດີເດັ່ນໃນການປະຕິບັດໜ້າທີ່ວຽກງານໃນແຕ່ລະໄລຍະທັງຮັບປະກັນໄດ້ຕາມ 4 ຄາດໝາຍລວມຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ຖືກກົດໝາຍພາຍໃຕ້ຄໍາຂວັນ ( ຮັກຊາດ ແລະ ພັດທະນາ.
ຂຽນໂດຍ ບຸນແຕ່ງ ມະນີສອນ
![]() | ມື້ນີ້ | 47 |
![]() | ມື້ວານນີ້ | 195 |
![]() | ອາທິດນີ້ | 1403 |
![]() | ເດືອນນີ້ | 2451 |
![]() | ທັງໝົດ | 194564 |
ມີ 34 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌