ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດປະຖະກະຖາ 4 ວັນປະຫວັດສາດຂອງພັກ, ຂອງຊາດ
ໃນຕອນເຊົ້າຂອງວັນທີ 11 ຕຸລາ 2023 ທີ່ຜ່ານມາ ເມືອງໄຊສະຖານໄດ້ຈັດພິທີປາຖະກະຖາ 5 ວັນປະຫັວດສາດຂອງພັກ, ຂອງຊາດ ຂຶ້ນຢ່າງເປັນທາງການ ໂດຍການເປັນ ປະທານ ຂອງ ທ່ານ ສີສະໝອນ ນາມວົງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໄຊສະຖານ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ,ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານອາວຸໂສບຳນານ ແລະ ນາຍບ້ານ ດອຍກາວເຂົ້າຮ່ວມ ເຊິ່ງການປາຖະກະຖາ 4 ວັນປະຫັວດສາດມີຄື: ວັນປະກາດເອກະລາດ ູຄົບຮອບ 78 ປີ, ວັນຄູແຫ່ງຊາດ ຄົບຮອບ 29 ປີ, ວັນຜູ້ສຸງອາຍຸ ແລະ ຄົນພິການແຫ່ງຊາດ ແລະ ວັນຕ້ານພະຍາດວໍ້ໂລກປະຈຳປີ 2023 ເຊິ່ງມີຜູ້ເຂົ້າຮ່ວມທັງໜົດ 129 ທ່ານ, ຍິງ 45 ທ່ານ ແລະ ພິທີປາຖະກະຖາ 4 ວັນປະຫັວດສາດ ທ່ານ ສີສະ ໝອນ ນາມວົງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໄຊສະຖານ ໄດ້ເຫຼົ່າຫວນຄືນມູນເຊື້ອ 4 ວັນປະຫວັດສາດຂອງພັກ, ຂອງຊາດ ເຊິງທ່ານ ໄດ້ຍົກໃຫ້ເຫັນປະຫັວດຄວາມເປັນມາຄວາມໝາຍຄວາມສຳຄັນຂອງແຕ່ລະວັນ ແລະ ຜົນງານທີ່ຜົນເດັ່ນຂອງແຕ່ລະຂະແໜງການທີ່ໄດ້ຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວໃນໄລຍະ 1 ປີຜ່ານມາ ເປັນການຍົກໃຫ້ເຫັນພາລະບົດ, ໝ້າທີ ແລະ ມູນເຊື້ອແຫ່ງການການເຕີບໃຫ່ຍຂະຫຍາຍຕົວຂອງອົງຕ່າງໆ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກ ງານ, ທະຫານ, ຕຳຫຼວດພະນັກງານອາວຸໂສບຳນານ, ຄູ-ອາຈານພາຍໃນອ້ອມຂ້າງເມືອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວັນສຳຄັນຂອງພັກ, ຂອງ
ຊາດພິທີການປາຖະກະຖາ 4 ວັນປະຫວັດສາດໃນຄັ້ງນີ້ລ້ວນແລ້ວແຕ່ມີບັນຍາກາດຟົດຟື້ນທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫ່ຍແຕ່ລະຂັ້ນ ກໍ່ຄືແຈ້ງການຂອງພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 3931/ສກຂ, ລົງວັນທີ 29 ກັນຍາ 2023, ແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ສະບັບເລກ 4536/ກປຂ,ລົງວັນທີ 25 ກັນຍາ 2023, ເພື່ອເປັນການຫວນຄືນຂະບວນການຂອງວັນຄູແຫ່ງຊາດ,ວັດປະກາດເອກະລາດ, ວັນຜູ້ສູງອາຍຸ ແລະ ຄົນພິການ ແລະ ວັນຕ້ານພະຍາດວໍ້ໂລກປະຈຳປີ 2023 ເພື່ອເປັນການຍົກໃຫ້ເຫັນບົດບາດຂອງຄູທີ່ມີຄຸນງາມຄວາມີດໃນໄລຍະຜ່ານມາ ແລະ 3 ວັນກໍ່ໄດ້ຍົກໃຫ້ເຫັນປະຫັວດຄວາມເປັນມາ,ຄວາມໝາຍ ຄວາມສຳຄັນດັ່ງກ່າວ ເພື່ອເປັນການບົດຮຽນທີດີ ແລະ ເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານອາວຸໂສບຳນານ ແລະ ຄູ-ອາຈານພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ເປັນການເພີ່ມທະວີຍົກສູງມີສະຕິເຄົາລົບ,ເປັນບົດຮຽນທີດີໃຫ້ແກ່ຄູອາຈານ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງຊາດ, ຂອງພະຍາດທີ່ເກີດຂຶ້ນຜ່ານມາ.
ໃນຕອນທ້າຍ ກໍ່ຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນເຊັ່ນ: ຄູ - ອາຈານ ທີໄດ້ເຮັດໜ້າທີ່ວຽກງານວິຊາສະເພາະທາງດ້ານບໍລິຫານ ແລະ ຂໍ້ແຂ່ງຂັນຂອງຂະແໜ່ງການສຶກສາຕືມອີກ.
ຂ່າວໂດຍ: ສະຫວ່າງ ແສງທອງຄໍາ
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 195 |
![]() | ອາທິດນີ້ | 1420 |
![]() | ເດືອນນີ້ | 2468 |
![]() | ທັງໝົດ | 194581 |
ມີ 177 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌