ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມເມືອງໄຊສະຖານ ແຂວງໄຊຍະບູລີ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

ຄະນະໂຄສະນາອົບຮົມເມືອງໄຊສະຖານ ແຂວງໄຊຍະບູລີ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

          ໃນຕອນເຊົ້າຂອງວັນທີ  5 ຕຸລາ 2023 ທີ່ຜ່ານມາ ຄະນະໂຄສະນາອົບຮົມເມືອງໄຊສະຖານ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າຮຽນເອກະສານຂອງພັກປະຊາຊົນປະຕິວັດລາວ ເພື່ອຈະໄດ້ຂະຫຍາຍເຂົ້າພັກສຳຮອງໃນຕໍ່ໜ້າ ຢູ່ຫ້ອງປະຊຸມ ບ້ານ ສະແມດໃຫ່ຍ ໂດຍການເປັນປະທານ ຂອງສະຫາຍ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບເມືອງ ເຊິ່ງປະກອບມີ 2  ໜ່ວຍພັກ, ມີມະຫາຊົນ 9 ສະຫາຍ, ຍິງ 4 ສະຫາຍ ຄື: ໜ່ວຍພັກ ບ້ານ ສະແມດໃຫ່ຍ ມີ 7 ສະຫາຍ, ຍິງ 2 ສະຫາຍ ແລະ ໜ່ວຍພັກ ມ ຕົ້ນຊະນະໄຊ ມີ 2 ສະຫາຍ, ຍິງ 1 ສະຫາຍ,  ພາຍຫຼັງຄະນະຈັດຕັ້ງພິທີໄດ້ສະເໜີຈຸດປະສົງ ພ້ອມທັງຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ ເລກທີ 193 / ຄພມ, ລົງວັນທີ 26  ກັນຍາ 2023  ວ່າດ້ວຍການອານຸມັດຮັບເອົາມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າຮຽນສະໜັບສະໜູນ

ເອກະສານຂອງພັກປະຊາຊົນປະຕິວັດລາວ ສະໄໜທີ XI ໜວດທີ I  ມາດຕາ 01 ແລະ ໜວດທີ IV ມາດຕາ 24 ( ຂໍ້ ຂ )  ແລ້ວ ສະຫາຍ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຮຽນເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ເຊັ່ນ: ໄດ້ເຜີຍແຜ່ຄຳແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການນຳໃຊ້ເອກະສານອົບຮົມຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ເປັນຕົ້ນແມ່ນ ຈຸດປະສົງລະດັບຄາດໝາຍ, ເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດ ຕາມເນື້ອໃນຂອງເອກະສານອົບຮົມມະຫາຊົນຜູ້ທີຈະຂະຫຍາຍເຂົ້າເປັນສະມາຊິກພັກ ມີ 13 ຄຳຖາມ-ຄຳຕອບ ແຕ່ລະຄຳຖາມສະຫາຍປະທານ  ກໍ່ໄດ້ເນັ້ນໜັກບາງຂໍ້ ບາງເນື້ອໃນ ແລະ ມີການຊັກຖາມໃຫ້ມະຫາຊົນຜູ້ທີມີຄວາມກ້າວໜ້າຕອບຕາມຄວາມຮັບຮູ້ຄວາມສາມາດຂອງມະຫາຊົນຂອງແຕ່ລະໜ່ວຍພັກ ຜ່ານການຮໍ່າຮຽນສາມາດເຫັນໄດ້ວ່າຫຼາຍສະຫາຍໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກຳໄດ້ບາງເນື້ອໃນທີ່ສຳຄັນຂອງເອກະສານດັ່ງກ່າວ.

          ໃນຕອນທ້າຍພິທີ ສະຫາຍ ສະຫວ່າງ ແສງທອງຄຳ ຍັງໄດ້ມອບມະຕິຕົກລົງຂອງຄະນະປະຈຳພັກເມືອງ  ແລະ ໃບຢັ້ງຢືນໃຫ້ມະຫາຊົນຜູ້ທີມີຄວາມກ້າວໜ້າຕືມອີກ.

ຂ່າວໂດຍ: ສະຫວ່າງ ແສງທອງຄໍາ

 

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

194566
ມື້ນີ້ມື້ນີ້49
ມື້ວານນີ້ມື້ວານນີ້195
ອາທິດນີ້ອາທິດນີ້1405
ເດືອນນີ້ເດືອນນີ້2453
ທັງໝົດທັງໝົດ194566

ຈຳນວນຄົນອອນໄລ໌ທ

ມີ 50  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌