ແຂວງໄຊຍະບູລີປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ
ແຂວງໄຊຍະບູລີ ຈັດພິທີປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ ໃນຕອນເຊົ້າວັນທີ 16 ຕຸລາ 2023 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມປາຖະກະຖາຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຮັບຟັງມີບັນດາທ່ານຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ອົງການ, ຫົວໜ້າ, ຮອງຫົວໜ້າຂະແໜງການ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ ອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດປາຖະກະຖາເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນ ແລະ ກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງ 6 ວັນປະຫວັດສາດດັ່ງກ່າວ ຄື: ວັນປະກາດເອກະລາດ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023), ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ (12 ຕຸລາ 1945 -12 ຕຸລາ 2023 ) , ວັນວິທະຍາສາດແຫ່ງຊາດ ຄົບຮອບ 36 ປີ (12 ຕຸລາ 1987-12 ຕຸລາ 2023),ວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023),ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ 17 ຕຸລາ 1987 ແລະ 17 ຕຸລາ 2003, ວັນຊາດ ສປ ຈີນ ຄົບຮອບ 72 ປີ ( 1.10.1949 – 1.10.2021 ). ຈຸດປະສົງຂອງການປາຖະກະຖາ 6 ວັນປະຫວັດສາດຄັ້ງນີ້ ກໍ່ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຫັນໄດ້ບົດບາດຄວາມໝາຍຄວາມສໍາຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມເຂົ້າໃຈພຶດຕິກໍາຕົວຈິງເພື່ອຮັບໃຊ້ປະເທດຊາດ. ຮັບໃຊ້ປະຊາຊົນເຮັດໃຫ້ສັງຄົມມີຄວາມສະຫງົບສາມັກຄີປອງດອງມີປະຊາທິປະໄຕຍຸຕິທໍາ ແລະ ສີວິໄລ.
ຂ່າວ+ພາບ: ຄໍາໝັ້ນ
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 195 |
![]() | ອາທິດນີ້ | 1420 |
![]() | ເດືອນນີ້ | 2468 |
![]() | ທັງໝົດ | 194581 |
ມີ 149 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌