ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຂ່າວໃໝ່

ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາເກັບກໍາຂໍ້ມູນຢູ່ແຂວງໄຊຍະບູລີ.

ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາເກັບກໍາຂໍ້ມູນຢູ່ແຂວງໄຊຍະບູລີ.

            ໃນວັນທີ 23 ຕຸລາ 2023 ທີ່ຜ່ານມາ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາເກັບກໍຂໍ້ມູນຢູ່ແຂວງໄຊຍະບູລີ.

        ໂດຍການຕ້ອນຮັບຂອງທ່ານ ອາເມ ຊົງເຍ້ຽເລັ່ງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ ພ້ອມຄະນະໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ໂພເມກ ວິໄລສັກ ໄດ້ລາຍງານຈຸດປະສົງການລົງເຄື່ອນໄຫວວຽກງານວ່າ: ເພື່ອເປັນການນຳເອົາໝາກຜົນຂອງການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຕ່າງໆໃນການໂຄສະນາຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນແມ່ນ ຜົນງານອັນພົ້ນເດັ່ນຂອງການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານໄດ້ອອກສູ່ສັງຄົມ ໂດຍສະເພາະ ຜ່ານທາງສື່ອອນລາຍ, ລົງວາລະສານ ລາຍ ການວິທະຍຸ,

ໂທລະພາບ ແລະ ສື່ສິ່ງພິມຕ່າງໆ ເປັນການປຶກສາຫາລືພົບປະແລກປ່ຽນສະຫຼຸບຖອດຖອນບົດຮຽນວຽກງານໂຄສະນາລະຫວ່າງສູນກາງກັບທ້ອງຖິ່ນ ແລະ ທັງເປັນການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້ໃຫ້ໄດ້ຮັບໝາກຜົນສູງ ແລະ ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

     ໃນໂອກາດນີ້ ທ່ານ ອາເມ ຊົງເຍ້ຽເລັ່ງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊຍະບູລີໄດ້ລາຍງານຜົນງານການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງແຂວງໃນໄລຍະ 6 ເດືອນຜ່ານມາ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ໃນການເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງ ໃນການຈັດຕັ້ງໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ມູນເຊື້ອຂອງພັກ, ຂອງລັດ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນສຸມໃສ່ການເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ແລະ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ກາງສະໄໝທີ VII, ຕິດຕາມ, ເກັບກຳສະພາບການແນວຄິດ-ຫາງສຽງສັງຄົມ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໂດຍພື້ນຖານ.

ຂ່າວ: ສີນົນ ອ່ອນສາ

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

194561
ມື້ນີ້ມື້ນີ້44
ມື້ວານນີ້ມື້ວານນີ້195
ອາທິດນີ້ອາທິດນີ້1400
ເດືອນນີ້ເດືອນນີ້2448
ທັງໝົດທັງໝົດ194561

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌