ເມືອງຫົງສາ ປາຖະກາຖາ 6 ວັນສຳຄັນປະຫວັດສາດ.
ໃນຕອນເຊົ້າວັນທີ 25 ຕຸລາ 2023 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກາຖາ 6 ວັນສຳຄັນປະຫວັດສາດຄື: ວັນປະກາດເອກະລາດ ຄົບຮອບ 78 ປີ, ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ, ວັນວິທະຍາສາດແຫ່ງຊາດ ຄົບຮອບ 36 ປີ, ວັນຄູແຫ່ງຊາດ ຄົບຮອບ 29 ປີ, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສ ປປ ລາວ ຄົບຮອບ 36 ປີ ແລະ ວັນຊາດ ສປ ຈີນ ຄົບຮອບ 74. ຢູ່ທີ່ສະໂມສອນເມືອງ ໂດຍການເປັນກຽດປາຖະກາຖາຂອງທ່ານ ຄຳຫຼ້າ ຜີວວັນນາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຫົງສາ ແລະ ເຂົ້າຮ່ວມໃນຄັ້ງນີ້ ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ຫົວໜ້າກອງບັນຊາການທະຫານ-ຕໍາຫຼວດ, ສະມາຄົມບຳນານ, ພະນັກງານ-ລັດຖະກອນຄູ-ອາຈານ, ຕາງໜ້າລັດວິສາຫະກິດສູນບໍລິການປະຈໍາເມືອງ, ນາຍບ້ານເທດສະບານເມືອງເຂົ້າຮ່ວມຮັບຟັງ. ໃນພິທີທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ໄດ້ປາຖະກາຖາເລົ່າຄືນມູນເຊື້ອ 6 ວັນປະຫວັດສາດດັ່ງກ່າວໂດຍສັງເຂບ. ເຊິ່ງໄດ້ລົງເລິກຫວນຄືນເຖິງ
ປະຫວັດການຕໍ່ສູ້ເພື່ອຍາດເອົາເອກະລາດຂອງຊາດລາວໃນແຕ່ລະຍຸກ, ແຕ່ລະສະໄໝ ເປັນຕົ້ນແມ່ນຂະບວນການຕໍ່ສູ້ຂອງເຈົ້າຟ້າປັດໃຈ, ອົງແກ້ວ, ອົງກົມມະດໍາ, ຂະບວນການຕໍ່ສູ້ຂອງນາຍຄູຄໍາ ແລະ ຂະບວນການຕໍ່ສູ້ຂອງບັນພະບູລຸດຫຼາຍໆ ທ່ານ ທີ່ມີຈິດໃຈຮັກຊາດໃນທົ່ວປະເທດ. ເພື່ອຍາດເອົາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວເຮົາຈົນເຖິງປັດຈຸບັນ.
ການເລົ່າຄືນວັນສຳຄັນຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ພະນັກງານຫຼັກແຫຼ່ງຂອງເມືອງໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງເຖິງຖອງ ແລະ ຄວາມໝາຍຄວາມສຳຄັນຂອງວັນສຳຄັນຕ່າງໆ. ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈ, ເຂົ້າໃຈເຖິງທາດແທ້, ຜົນງານແຫ່ງໄຊຊະນະໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊີດຊູຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກຂອງຊາດຕື່ມອີກ.
ພາບ-ຂ່າວ: ກິດຕິສັກ ບົວໄລ.
![]() | ມື້ນີ້ | 65 |
![]() | ມື້ວານນີ້ | 195 |
![]() | ອາທິດນີ້ | 1421 |
![]() | ເດືອນນີ້ | 2469 |
![]() | ທັງໝົດ | 194582 |
ມີ 63 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌