ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຂ່າວໃໝ່

ທ່ານເຈົ້າແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດທະຫານອາສາສະມັກ ແລະ ຊ່ຽວຊານການທະຫານ ສສ ຫວຽດນາມ.

ທ່ານເຈົ້າແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດທະຫານອາສາສະມັກ ແລະ ຊ່ຽວຊານການທະຫານ ສສ ຫວຽດນາມ.

 ໃນຕອນເຊົ້າຂອງວັນທີ 7 ພະຈິກ 2023 ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບ ຄະນະອາດີດທະຫານອາສາສະມັກ ແລະ ຊ່ຽວຊານການທະຫານແຂວງ ຟູເຖາະ, ແຂວງ ອຽນບາຍ ແລະ ແຂວງ ລາວການ ສສ ຫວຽດນາມ ນໍາໂດຍ ທ່ານ ພັນເອກ ຫງຽນຈ໋ອງຕັງ ອາດີດຫົວໜ້າກົມການເງິນ ກະຊວງຕໍາຫຼວດ ຫວຽດນາມ ພ້ອມຄະນະ.

 ກ່ອນອື່ນ ທ່ານ ພັນເອກ ຫງຽນຈ໋ອງຕັງ ແມ່ນໄດ້ແຈ້ງຈຸດປະສົງທີ່ມາຢ້ຽມຢາມ ແລະ ທັດສະນະສືກສາຢູ່ແຂວງ ໄຊຍະບູລີ ໂດຍສະເພາະແມ່ນເພື່ອຢ້ຽມຢາມເບິ່ງການພັດທະນາຂອງແຂວງພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ເຊິ່ງທີມງານດັ່ງກ່າວສ່ວນຫຼາຍແມ່ນໄດ້ມາຊ່ວຍ ສປປ ລາວ, ໂດຍສະເພາະແມ່ນມາຊ່ວຍແຂວງ ໄຊຍະບູລີ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານໃນອາດີດ ຈົນສາມາດໄດ້ຮັບໄຊຊະນະ ແລະ ສາມາດປົດປ່ອຍແຂວງກໍ່ຄືປະເທດຊາດໃນປີ 1975, ພ້ອມດຽວກັນຍັງໄດ້ພົບປະແລກປ່ຽນບົດຮຽນນໍາສະຫະພັນນັກຮົບເກົ່າ, ແນວລາວສ້າງຊາດແຂວງ ໄຊຍະບູລີ ຕື່ມອີກ,ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ພ້ອມທັງສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ອາດີດທະຫານອາສາສະມັກ ແລະ ຊ່ຽວຊານການທະຫານ ທີ່ໄດ້ສະລະເຮື່ອແຮງເພື່ອເຮັດການປະຕິວັດກໍ່ຄືປົກປັກຮັກສາເຂດນໍ້າແດນດິນອັນຄົບຖ້ວນຂອງແຂວງ ໄຊຍະບູລີ ໄວ້ໄດ້ຢ່າງໝັ້ນຄົງ ແລະ ເຊື່ອວ່າການຊ່ວຍເຫຼືອ ແລະ ຄວາມສາມັກຄີແບບພິເສດ ຂອງສອງຊາດລາວ-ຫວຽດນາມ, ເວົ້າລວມ, ເວົ້າສະເພາະແມ່ນແຂວງ ໄຊຍະບູລີ ກັບບັນດາແຂວງແຮກສ່ຽວ ຂອງ ສສ ຫວຽດນາມນັ້ນຈະສືບຕໍ່ຮັດແໜ້ນ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ, ພ້ອມດຽວກັນຍັງໄດ້ລາຍງານສະພາບການພັດທະນາເສດຖະກີດຂອງແຂວງ ໂດຍສັງເຂບ ເຊິ່ງເສດຖະກິດຂອງແຂວງແມ່ນໄດ້ອາໄສ 3 ທ່າແຮງຕົ້ນຕໍຄື: ອຸດສາຫະກໍາ, ກະສິກໍາ ຕິດພັນກັບການປຸງແຕ່ງເພື່ອສົ່ງອອກ. ການຄ້າຊາຍແດນ, ການຂົນສົ່ງ, ການທ່ອງທ່ຽວ. ພະລັງງານໄຟຟ້າ. ສ່ວນການປູກພືດເປັນສິນຄ້ານັ້ນປະກອບມີ: ມັນຕົ້ນ, ສາລີຫົວອາຫານສັດ, ໝາກເດືອຍ ແລະ ພືດອື່ນໆອີກຈໍານວນໜຶ່ງ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

194579
ມື້ນີ້ມື້ນີ້62
ມື້ວານນີ້ມື້ວານນີ້195
ອາທິດນີ້ອາທິດນີ້1418
ເດືອນນີ້ເດືອນນີ້2466
ທັງໝົດທັງໝົດ194579

ຈຳນວນຄົນອອນໄລ໌ທ

ມີ 303  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌