ແຂວງໄຊຍະບູລີຈັ ດກອງປະຊຸມສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ.
ກອງປະຊຸມ ສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2023 ນີ້ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໂດຍການເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ ອ້ອມຂ້າງແຂວງ, ມີທີມງານຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ບັນດາຫົວໜ້າຄະນະໂຄສະນາອົບຮົມ 11 ເມືອງທົ່ວແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບກ່ຽວກັບການນໍາພາຊີ້ນໍາວຽກງານການເມືອງແນວຄິດ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄໝທີ XI ຂອງພັກ ການພັດທະນາເສດຖະກິດສັງຄົມ 10 ເດືອນຜ່ານມາໂດຍສັງເຂບ ແລະ ວຽກງານຈຸດສຸມໃນທ້າຍປີ 2023 ເຊິ່ງທ່ານໄດ້ກ່າວວ່າ: ເຖິງແມ່ນວ່າ
ສະພາບການຂອງໂລກມີການຜັນແປໄປຢ່າງສະຫຼັບຊັບຊ້ອນ ເປັນຕົ້ນແມ່ນຄວາມຂັດແຍ່ງລະຫວ່າງບັນດາປະເທດມະຫາອໍານາດຂອງໂລກ ເຊິ່ງກໍ່ໃຫ້ເກີດຜົນກະທົບທາງກົງ ແລະ ທາງອ້ອມຕໍ່ບັນດາປະເທດໃນທົ່ວໂລກ ເປັນຕົ້ນແມ່ນບັນຫາການຂາດແຄນສະບຽງອາຫານ, ຂາດແຄນນໍ້າມັນ, ເວົ້າສະເພາະພາຍໃນປະເທດຂອງພວກເຮົາກໍ່ເຊັ່ນດຽວກັນ ບັນຫາທີ່ກະທົບແຮງແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາທີ່ສະສົມມາຫຼາຍປີ, ໄພເງິນເຟີ້, ເງິນກີບອ່ອນຄ່າ, ຜົນກະທົບຈາກໄພນໍ້າຖ້ວມ, ແຫ້ງແລ້ງ, ການລະບາດຂອງພະຍາດໄຂ້ຍຸງລາຍ, ການລະບາດຂອງພະຍາດສັດ ແລະ ອື່ນໆ... ຊຶ່ງມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ, ມີຄວາມຫຍຸ້ງຍາກຝຶດເຄືອງ ກໍຄືກະທົບຕໍ່ການປະຕິບັດຄາດໝາຍມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຂວງ ໄດ້ພ້ອມກັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ, ເອົາໃຈໃສ່ນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ແຜນພັດທະເສດຖະກິດ-ສັງຄົມ ຂອງແຂວງ ວາງອອກ ພ້ອມນັ້ນກໍໄດ້ນໍາພາ-ຊີ້ນໍາຄະນະໂຄສະນາອົບຮົມແຂວງ ເພື່ອເປັນເສນາທິການ ດ້ານການເມືອງ-ແນວຄິດ ໃຫ້ແກ່ອົງຄະນະພັກແຂວງ ດ້ວຍການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ມະຕິຄໍາສັ່ງ, ເປັນຕົ້ນແມ່ນມະຕິ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່; ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ຄໍາສັ່ງເລກທີ 04/ຄລສພ ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການເພີ່ມທະວີວຽກງານຕິດຕາມເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ຈັດຕັ້ງການປາຖະກະຖາວັນສໍາຄັນຂອງຊາດ, ຂອງພັກ, ເອົາໃຈໃສ່ຕິດຕາມເກັບກຳ ແລະ ຕອບແກ້ບັນຫາຫາງສຽງສັງຄົມທີ່ເກີດຂື້ນຢູ່ທ້ອງຖິ່ນຢ່າງທັນການ, ຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆ ຈຶ່ງເຮັດໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ເຂົ້າໃຈ, ມີການຫັນປ່ຽນຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນຂະບວນການດ້ານຕ່າງໆ ຂອງແຂວງ ມີຜົນສໍາເລັດຫຼາຍດ້ານ, ອັນທີ່ພົ້ນເດັ່ນແມ່ນພວກເຮົາຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ສຳລັບການຈັດຕັ້ງເຜີຍແຜ່ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ພາຍຫຼັງໄດ້ຮັບ ຄໍາສັ່ງແນະນໍາສະບັບເລກທີ 434/ຄລສພ ລົງວັນທີ 18 ກັນຍາ 2023 ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄໝທີ XI ຂອງພັກ, ຄະນະພັກພວກເຮົາກໍ່ໄດ້ນໍາມາປຶກສາຫາລືເປັນເອກະພາບ ໃນກອງປະຊຸມຄະນະປະຈໍາພັກແຂວງ ແລ້ວຜັນຂະຫຍາຍມາເປັນຄຳແນະນຳ ສະບັບເລກທີ 03/ຄພຂ.ຊຍ ລົງວັນ 22 ຕຸລາ 2023 ເພື່ອເປັນບ່ອນອີງໃຫ້ຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງ ມາຮອດປະຈຸບັນ ການຈັດຕັ້ງຜັນຂະຫຍາຍເຊື່ອມຊຶມຂັ້ນແຂວງ, ຂັ້ນເມືອງ ແມ່ນສຳເລັດໂດຍພື້ນຖານ. ຈາກນັ້ນ ທ່ານ ອາເມ ຊົງເຢຼຍເລັງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນລາຍງານການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະ 9 ເດືອນ ໂດຍເຫັນຄວາມສຳຄັນ ຂອງວຽກງານການເມືອງ-ແນວຄິດ, ຄະນະປະຈໍາພັກແຂວງ ໄດ້ຊີ້ນໍາ ແລະ ຜັນຂະຫຍາຍຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ ຄລສພ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່ ມາເປັນມະຕິ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 665/ຄພຂ.ຊຍ, ພ້ອມທັງອອກມະຕິແຕ່ງຕັ້ງ ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ເພື່ອນຮ່ວມງານ ຢູ່ບັນດາພະແນກການອອ້ມຂ້າງແຂວງ ມາຮອດປະຈຸບັນຄະນະດັ່ງກ່າວ ໄດ້ຮັບການປັບປຸງແຕ່ງຕັ້ງ ຕາມມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 245/ຄພຂ.ຊຍ, ລົງວັນທີ 29 ມິຖຸນາ 2021 ຊຶ່ງປະກອບມີທັງໝົດ: 28 ສະຫາຍ, ຍິງ 3 ສະຫາຍ ເຮັດໜ້າທີ່ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ປະຊາຊົນຊັ້ນຄົນບັນດາເຜົ່າຕ່າງໆ ຢູ່ໃນສັງຄົມ ນັບທັງດ້ານດີ ແລະ ດ້ານອອ່ນ, ຂໍ້ຄົງຄ້າງທີ່ເກີດຂຶ້ນຢູ່ແຕ່ລະກົມກອງ ແລະ ທ້ອງຖິ່ນຮາກຖານ ເພື່ອນໍາມາພິຈາລະນາ, ວິເຄາະ, ວິໄຈ, ຊອກຫາວິທີການ ແລະ ມາດຕະການເພື່ອຈໍາກັດແກ້ໄຂໃຫ້ສອດຄ່ອງ ແລະ ທັນການ, ລົງໄປເກັບກໍາຂໍ້ມູນ, ສົມທົບກັບເປົ້າໝາຍເພື່ອປຶກສາຫາລື, ຂໍຄວາມກະຈ່າງແຈ້ງຕໍ່ແຕ່ລະບັນຫາຕິດພັນກັບການສຶກສາອົບຮົມນໍາພາການເມືອງ-ແນວຄິດ ຍົກສູງສະຕິລະວັງຕົວຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງກຽມພ້ອມຕອບຕ້ານທຸກກົນອຸບາຍທໍາລາຍມ້າງເພຂອງກຸ່ມຄົນບໍ່ດີທີ່ມີຕໍ່ກົມກອງ ແລະ ທ້ອງຖິ່ນຮາກຖານຮັບປະກັນເຮັດໃຫ້ແຂວງໄຊຍະບູລີມີສະຖຽນລະພາບທາງດ້ານການເມືອງຢ່າງໝັກແໜ້ນ ຕີຖອຍບັນຫາຫາງສຽງທີ່ບໍ່ດີ ແລະ ການລະແວງສົງໄສຕໍ່ການນໍາພາຂອງພັກ-ລັດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວເຊິ່ງສາມາດຕີລາຄາສະພາບການເຄື່ອນໄຫວຂອງວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະ 9 ເດືອນຜ່ານມາດັ່ງນີ້:ນອກຈາກນີ້, ແຂວງໄຊຍະບູລີ ຍັງໄດ້ຮັບການຊ່ວຍເຫຼືອ ຈາກຄະນະໂຄສະນາອົບຮົມສູນກາງພັກ ໃນການເປີດຊຸດຝຶກອົບຮົມຕ່າງໆຢູ່ອ້ອມຂ້າງແຂວງ ແລະ ບັນດາເມືອງ ເຊັ່ນ: ຝຶກອົບຮົມວຽກງານຂໍ້ມູນຂ່າວສານ, ໄອທີ, ຄອມພິວເຕິ, ຝຶກອົນຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຮາກຖານບ້ານ ແລະ ຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ.
ຂ່າວ: ບຸນທີ
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 195 |
![]() | ອາທິດນີ້ | 1399 |
![]() | ເດືອນນີ້ | 2447 |
![]() | ທັງໝົດ | 194560 |
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌