ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016 ໄດ້ໄຂຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 20 ກຸມພາ 2016 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ຄະນະ
ກຳມະການຈັດງານບຸນຊ້າງ ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນເຂົ້າຮັບຊົມຢ່າງຫຼວງຫຼາຍ.
ພິທີຕັດແຖບຜ້າໄຂງານບຸນຊ້າງ ແຂວງໄຊຍະບຸລີ ປະຈໍາປີ 2016.
…….ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ ປະທານຄະນະກຳມະການຈັດງານບຸນຊ້າງ ໄດ້ຂຶ້ນກ່າວລາຍງານການກະກຽມຈັດງານບຸນຊ້າງ ປະຈຳປີ 2016 ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງການຈັດງານບຸນຊ້າງ ໂດຍມີຈຸດປະສົງແນໃສ່ເພື່ອເຕົ້າໂຮມຄວາມສາມັກຄີ ຄວາມເປັນເອກະພາບ ເປັນປຶກແຜ່ນ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດຄວາມເປັນມາໃນວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ອະດີດເຖິງປັດຈຸບັນ ໃນງານມະຫະກຳບຸນຊ້າງ ປະຈຳປີ 2016 ນີ້ ມີຊ້າງເຂົ້າຮ່ວມທັງໝົດ 67 ໂຕ ເຊິ່ງມີກິດຈະກຳການໄຂງານຕະຫຼາດນັດວາງສະແດງ-ຂາຍສິນຄ້າ ປະກວດຊ້າງງາມ ພິທີບາສີສູ່ຂວັນຊ້າງ ສະແດງການເຝິກແອບຊ້າງ ສະແດງຊ້າງຄຳຮູ້ ຈັດງານລ້ຽງສຳລັບຊ້າງ ການສະແດງຊ້າງອາບນ້າ ບໍລິການຂີ່ຊ້າງ ຂະບວນຂີ່ຊ້າງອ້ອມເມືອງ ພິທີຕັກບາດຖວາຍສັງຄະທານ ພະ 9 ອົງ ແລະ ອື່ນໆອີກຫຼາຍກິດຈະກຳ.
ງານບຸນຊ້າງ ແຂວງໄຊຍະບຸລີ ປະຈໍາປີ 2016.
…….ໃນພິທີທີ່ມີຄວາມໝາຍຄວາມສໍຳຄັນນີ້ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ພ້ອມດ້ວຍການນຳຂອງສູນກາງ ການນໍາຂອງແຂວງ ໄດ້ຮ່ວມລັ່ນຄ້ອງ 9 ບາດ ແລະ ຕັດແຖບຜ້າໄຂງານມະຫະກຳບຸນຊ້າງ 2016 ຢ່າງເປັນທາງການ ຈາກນັ້ນ ກໍໄດ້ຮັບຊົມຂະບວນແຫ່ຂອງກ້ອນກຳລັງຕ່າງໆ ເລີ່ມຕົ້ນດ້ວຍກ້ອນທຸງຊາດ ທຸງທິວ ໂລໂກຂອງແຂວງ ປ້າຍງານມະຫະກຳບຸນຊ້າງ ປີ2016 ປ້າຍໂລໂກທ່ອງທ່ຽວ ປ້າຍໂລໂກບຸນຊ້າງ ກອງດຸລິຍາງ ຂະບວນເຍົາວະຊົນ-ຊາວໜຸ່ມ ຂະບວນນັກຮຽນ-ນັກສຶກສາ ຂະບວນຊ້າງ 67 ໂຕ ປະສານສຽງເປົ່າສະໄນ ຂະບວນການສະແດງຈາກນ້ອງນັກຮຽນ ນັກສຶກສາທີ່ນຸ່ງເຄື່ອງເອກະລັກ 8 ເຜົ່າ ຈຳນວນ 1.600 ຄົນ ຂະບວນຟ້ອນລາຍລາວຂອງເມືອງບໍ່ແຕນ ແລະ ຊົມການສະແດງເຕັ້ນບັດສະລົບຂອງ 8 ເຜົ່າ ຊົມການສະແດງຊ້າງຄຳຮູ້ ພິທີບາສີສູ່ຂວັນຊ້າງ ແລະ ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປີ 2016 ຍັງມີການສະແດງສິລະປະວັນນະຄະດີ ການສະແດງກາຍະສິນຈາກສູນກາງ ແລະ ການສະແດງສິລະປະວັນນະຄະດີຈາກໜ່ວຍວັນນະຄະດີສະໝັກຫຼິ້ນຂອງພາກສ່ວນຕ່າງໆອ້ອມຂ້າງແຂວງຕື່ມອີກ.
![]() | ມື້ນີ້ | 61 |
![]() | ມື້ວານນີ້ | 195 |
![]() | ອາທິດນີ້ | 1417 |
![]() | ເດືອນນີ້ | 2465 |
![]() | ທັງໝົດ | 194578 |
ມີ 352 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌