ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ                                                                                                                                                                                                                  ຍິນດີຕ້ອນຮັບເຂົ້າສູ່ເວັບໄຊສ໌ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ                                                                                                                        

  • ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັ
  • ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳ
  • ແຂວງໄຊຍະບູລີ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ. ​ໃນວັນທີ2...
ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2016   ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ...
ແຂວງໄຊຍະບູລີ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂ...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນ..

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ສຳເລັດບັ້ນດຳເນີນຊິວິດການເມືອງປັບປຸງປົວແປງພັກ.

​ໃນວັນທີ27- 29 ມີຖຸນາ 2017 ຜ່ານມາ ຄະນະໂຄສະນາອົບຮົມແຂວງ​ໄຊ​ຍະ​ບູລີ ໄດ້ສຳເລັດບັ້ນດຳເນີນຊິວິດການເມືອງ ປັບປຸງປົວແປງພັກຂອງ​ຕົນ, ໂດຍພາຍ​ໃຕ້ການເປັນປະທານຂອງສະຫາຍ ທອງເລື່ອນ ອິນປັນຍາ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ, ເຂົ້າຮ່ວມມີ:

ສະຫາຍ ປອ. ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ,ປະທານສະພາປະຊາຊົນແຂວງ ຄະນະຊີ້ນຳບັ້ນດຳເນີນຊິວິດການເມືອງປັບ​ປຸງປົວແປງພັກຂັ້ນແຂວງ, ມີບັນດາສະມາຊິກພັກພາຍໃນຄະນະ ໂຄສະນາອົບຮົມແຂວງ.

 ​ໃນ​ພິທີ ຍັງໄດ້ເຊື່ອມຊຶມເອກກະສານ ເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ທາບທາມຄໍາຕໍານິສົ່ງຂ່າວ ຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ, ເລຂາໜ່ວຍພັກສຳນັກງານ ແລະ ຫົວໜ້າພະແນກການອ້ອມຂ້າງແຂວງ ທີ່ບໍ່ແມ່ນກຳມະການພັກແຂວງ,  ທາບທາມການນໍາພາລວມ, ບຸກຄົນໃນຄະນະພັກ, ຫົວໜ້າຂະແໜງການພາຍໃນຄະນະໂຄສະນາອົບຮົມແຂວງ. ຮັບຟັງການສະຫຼຸບຕີລາຄາ ຄວາມຮັບຜິດຊອບ ນໍາພາຂອງຄະນະພັກ ຄະນະໂຄສະນາອົບຮົມແຂວງ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກໃນໄລຍະ 2 ປີຜ່ານ​ມາ. ນອກ​ນັ້ນ ກອງປະຊຸມຍັງໄດ້ດໍາເນີນຊີວິດການເມືອງປັບປຸງປົວແປງພັກ ໄປດ້ວຍຄວາມເຄັ່ງຮ້ອນ-ເຂັ້ມງວດ, ມີລັກສະນະສ້າງສັນ ແຕ່ລະສະຫາຍກ້າຕຳນິຕິຊົມຕົນເອງ ແລະ ມີຄວາມຈິງໃຈຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ນັບທັງຕໍ່ການນຳພາລວມ ແລະ ບຸກຄົນພາຍໃນຄະນະພັກ, ແຕ່ລະສະຫາຍມີຄວາມຈິງໃຈຮັບຄຳຕຳນິສົ່ງຂ່າວຈາກໜູ່ຄະນະ, ​ເພື່ອຮັບເອົາໄປພິຈາລະນາ ແລະ ປັບປຸງ​ແກ້​ໄຂ​ໃຫ້​ດີ​ຂຶ້ນ.

​ໃນ​ໂອກາດ​ດັ່ງກ່າວ ສະຫາຍ ປອ.ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ກໍ່ໄດ້ມີ​ຄຳເຫັນຕໍ່ບັ້ນດຳເນີີີນຊິວິການເມືອງປັບປຸງປົວແປງພັກ​ໃນ​ຄັ້ງນີ້, ເຊິ່ງສະຫາຍໄດ້ເນັ້ນໝັກໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ສະມາຊິກພັກ-ພະນັກງານຕ້ອງມີຄວາມໜັກແໜ້ນ, ປັບປຸງຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີນຳພາ-ວິທີເຮັດວຽກ, ແບບແຜນດຳລົງຊິວິດໃຫ້ສູງຂຶ້ນ ເພື່ອເຮັດສຳເລັດໜ້າທີ່ໆໄດ້ຮັບມອບໝາຍ.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

194566
ມື້ນີ້ມື້ນີ້49
ມື້ວານນີ້ມື້ວານນີ້195
ອາທິດນີ້ອາທິດນີ້1405
ເດືອນນີ້ເດືອນນີ້2453
ທັງໝົດທັງໝົດ194566

ຈຳນວນຄົນອອນໄລ໌ທ

ມີ 47  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌