ເມືອງໄຊຍະບູລີ #ຈັດພິທີມອບໃບປະກາສະນິຍະບັດທິດສະດີການເມືອງ, ການປົກຄອງຂັ້ນຕົ້ນຮຸ່ນທີV.
…………………
ວັນທີ 25 ສິງຫາ 2022 ຜ່ານມານີ້ ເມືອງໄຊຍະບູລີ ໄດ້ຈັດພິທີມອບໃບປະກາສະນິຍະບັດທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນຮຸ່ນທີVຂອງເມືອງຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເປັນປະທານຂອງທ່ານ ອາເມຊົງ ເຢຍເລັງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງເລຂາພັກເມືອງ,ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍນັກສຳມະນາກອນເຂົ້່າຮ່ວມ.
ໄຊຍະບູລີປາຖະກະຖາ 5 ວັນປະຫວັດສາດສໍາຄັນ ຂອງຊາດ, ຂອງພັກ.
ແຂວງໄຊຍະບູລີ ຈັດພິທີປາຖະກະຖາ 5 ວັນປະຫວັດສາດ ສໍາຄັນຂອງຊາດ, ຂອງພັກ ໃນຕອນເຊົ້າຂອງວັນທີ່ 22 ສິງຫາ 2022 ໄດ້ຈັດຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ. ໂດຍໃຫ້ກຽດເຂົ້າຮ່ວມປາຖະກະຖາຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງໄຊຍະບູລີ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເມືອງ ທົ່ງມີໄຊ ໄດ້ຈັດຕັ້ງ ພິທີປາຖະກະຖາ 6 ວັນປະຫວັດສາດຂອງຊາດຂອງພັກ
ໃນຕອນເຊົ້າຂອງວັນທີ 18 ສິງຫາ 2022 ຢູ່ທີ່ສະໂມສອນຂອງເມືອງ ທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຕັ້ງພິທີ ປາຖະກະຖາ 6 ວັນປະຫວັດສາດສຳຄັນຂອງຊາດຂອງພັກ ຄື: ວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 31 ປີ .ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ . ວັນສ້າງຕັ້ງສື່ມວນຊົນແລະພີມຈຳໜ່າຍ ຄົບຮອບ 72 ປີ . ວັນຍຶດອຳນາດທົ່ວປະເທດແລະແຂວງ ໄຊຍະບູລີ ຄົບຮອບ 47 ປີ . ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ . ວັນສ້ງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 20 ປີ .ໂດຍໃຫ້ກຽດເຂົ້າຮ່ວມປາຖະກະຖາ ຂອງ ທ່ານ ສົມພອນ ໄຊດວງຕາ ກໍຳມະການພັກແຂວງ, ເລຂາພັກເມືອງ ,ເຈົ້າເມືອງໆ ທົ່ງມີໄຊ , ເຂົ້າຮ່ວມຮັບຟັງ ມີບັນດາທ່ານ ຄະນະປະຈຳພັກເມືອງ , ກຳມະການພັກເມືອງ,ຫົວໜ້າຫ້ອງການ ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ,ວິສາຫະກິດ,ພະນັກງານປະຕິວັດບຳນານ ,ນາຍບ້ານພ້ອມດ້ວຍປະທານແນວລາວສ້າງຊາດບ້ານແລະຜູ້ຮັບຜິດຊອບວຽກງານວັດທະນະທໍຳບ້ານເຂົ້າຮ່ວມ .
ໃນພິທີສຸທີມີຄວາມໝາຍສໍຳຄັນນີ້ ທ່ານ ສົມພອນ ໄຊດວງຕາ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້່າເມືອງທົ່ງມີໄຊ ໄດ້ໃຫ້ກຽດຂື້ນປາຖະກະຖາ 6 ວັນປະຫວັດສາດ ເພື່ອຍົກໃຫ້ເຫັນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນສຳຄັນດັ່ງກ່າວ , ນອກຈາກນີ້ ທ່ານ ດາວສິດ ທິແກ້ວ ຮອງເລຂາພັກເມືອງ ກໍ່ໄດ້ໃຫ້ກຽດຂື້ນປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 20 ປີ.ເພື່ອຍົກໃຫ້ຜົນງານແລະການເຄື່ອນໄຫວຂອງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຕະຫຼອດໄລຍະ 20 ປີທີ່ຜ່ານມາ.
ຈຸດປະສົງ ປາຖະກະຖາ ເພື່ອໂຄສະນາສຶກສາອົບຮົມສະມາຊິກພັກ ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ໃນທົ່ວເມືອງທົ່ງມີໄຊ ເຫັນໄດ້ບົດບາດ, ຄວາມໝາຍຄວາມສຳຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງ 6 ວັນປະຫວັດສາດດັ່ງກ່າວ ເຂົ້າໃນພຶດຕິກຳຕົວຈິງ, ຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອຮັບໃຊ້ປະເທດຊາດຮັບໃຊ້ປະຊາຊົນ ແລະ ເພີ່ມທະວີຄວາມ ຮັບຜິດຊອບໃນໜ້າທີ່ວຽກງານຂອງຕົນ ໃຫ້ດີຂຶ້ນ ເຮັດໃຫ້ຊັ້ນຄົນຕ່າງໆໃນທົ່ວສັງຄົມມີສະຕີເຄົາລົບ ແລະ ປະຕິບັດ ກົດໝາຍ ແນໃສ່ບູລະນະລັປະຊາທິປະໄຕປະຊາຊົນ ໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ, ເຮັດໃຫ້ປະຊາຊົນຮັ່ງມີ ຜາສຸກປະເທດຊາດຮັ່ງມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ຂຽນໂດຍ: ຄະນະໂຄສະນາອົບຮົມເມືອງ ທົ່ງມີໄຊ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ
----------------
ໃນຕອນເຊົ້າ ວັນທີ 10 ສິງຫາ 2022 ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ມີ ພິທີ ຈັດຕັ້ງຮໍ່າຮຽນເອກະສານອົບຮົມໃຫ້ສະຫາຊົນກ້າວໜ້າຈະຂະຫຍາຍເຂົ້າເປັນສະມາຊິກພັກ ສະເໜີໂດຍ ສະຫາຍ ສົມປະສົງ ໄຊຍະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານຂະແໜງອົບຮົມ ມີບັນດາພະນັກງານ-ລັດຖະກອນ, ທີ່ມາຈາກບັນດາພະແນກການ ແລະ ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ 7 ສະຫາຍ, ຍິງ 5 ສະຫາຍ.
ແຂວງໄຊຍະບູລີ
----------------
ໃນລະຫວ່າງວັນທີ 4-5 ເມສາ 2022 ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊຍະບູລີ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກການນໍາ ຂອງແຂວງ, ຂອງເມືອງ ແລະ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ.
ການມາເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງໄຊຍະບູລີ ໃນຄັ້ງນີ້ແມ່ນ ໄດ້ເຂົ້າພົບ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ສະພາບແນວຄິດໂດຍລວມ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວແຂວງ ຈາກນັ້ນ ກໍ່ໄດ້ເຂົ້າພົບປະກັບຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ, ໂດຍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງ ໃນໄລຍະຜ່ານມາ ຈາກ ທ່ານ ອາເມຊົງ ເຢ້ຍເລັງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດຽວກັນນີ້ ກໍໄດ້ແລກປ່ຽນຄວາມຄິດຄວາມເຫັນ ເພື່ອຖອດຖອນບົດຮຽນ ລະຫວ່າງສູນກາງ ກັບທ້ອງຖິ່ນ ກ່ຽວກັບວິຊາສະເພາະໃນແຕ່ລະດ້ານ ເພື່ອພ້ອມກັນສ້າງການຫັນປ່ຽນໃໝ່ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ.
ໂອກາດດັ່ງກ່າວ, ສະຫາຍ ນາງ ວິລະວອນ ພັນທະວົງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາ ຕໍ່ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ມອບປຶ້ມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປຶ້ມຖາມ-ຕອບ ປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ, ເຈວລ້າງມື, ຄອມພິວເຕີ 1 ຊຸດ ແລະ ເຄື່ອງກີລາຈໍານວນໜຶ່ງ ໃຫ້ຄະນະໂຄສະນາອົບຮົມແຂວງ, ນອກຈາກນັ້ນ ທ່ານຮອງຫົວໜ້າ ຄອສພ ຍັງໄດ້ລົງໄປຢ້ຽມຢາມຄອບຄົວຕົວແບບ ແລະ ເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງຫົງສາ ແລະເມືອງເງິນ ຕື່ມອີກ. ພາຍຫຼັງສຳເລັດການເຄື່ອນໄຫວວຽກງານ ຢູ່ແຂວງໄຊຍະບູລີ ສະຫາຍຮອງຫົວໜ້າ ຄອສພ ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປເຮັດວຽກຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ຈົນເຖິງວັນທີ 9 ເມສາ 2022 ຈຶ່ງກັບຄືນນະຄອນຫຼວງວຽງຈັນ.
ຄອຂ.ຊຍ
![]() | ມື້ນີ້ | 4 |
![]() | ມື້ວານນີ້ | 50 |
![]() | ອາທິດນີ້ | 246 |
![]() | ເດືອນນີ້ | 54 |
![]() | ທັງໝົດ | 159261 |
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌