ເມືອງເງິນ ປະຖະກະຖາ 2 ວັນປະຫວັດສາດ
ວັນທີ 7 ມິຖຸນາ 2022 ນີ້ ຢູ່ທີສະໂມສອນ ເມືອງເງິນ ແຂວງ ໄຊຍບູລີ. ໄດ້ຈັດພິທີ ປະຖະກະຖາ 2 ວັນປະຫວັດສາດຂື້ນຢ່າງເປັນທາງການ. ເຂົ້າຮ່ວມເປັນກຽດ ທ່ານ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ, ພະນັກງານ-ລັດຖະກອນ, ດ່ານສາກົນນ້ຳເງິນ, ລັດວິສາຫະກິດ,ທະນາຄານ, ທີມງານຂອງແຂວງ, ບັນດາເລຂາພັກບ້ານ-ນາຍບ້ານເທດສະບານເມືອງ ເຂົ້າຮ່ວມ.
ທ່ານ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ກໍ່ໃຫ້ກຽດຂື້ນ ເລົ່າຫວນຄືນມູນເຊື້ອປະຖະກະຖາ 2 ວັນປະຫວັດສາດຄື: ວັນເຊັນສົນທິສັນຍາ ມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ. ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ. ເຊີ່ງໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດຂອງການພົວພັນຮ່ວມມື ມາແຕ່ຍາວນານຂອງ 2 ພັກ- 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ຫວຽດນາມ ພາຍໃຕ້ການນຳພາຂອງ 2 ຜູ້ນຳປະເທດ ເປັນສາຍພົວພັນມິດຕະພາບອັນຍີ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງເປັນປັດໃຈອັນສໍາຄັນຕັດສິນໄຊຊະນະຂອງການປະຕິວັດ ລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືການສ້າງສາພັດທະນາ ຂອງທັງສອງປະເທດໃນປະຈຸບັນ. ເພື່ອເປັນການສຶກສາອົບຮົມ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍ່າຫຼວດ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ມີຄວາມຮັບຮູ້, ເຂົ້້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ, ເພືື່ອປົກປັກຮັກສາ ໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງຍາວນານ; ທັງເປັນການຖະນຸຖະໜອມເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງຂຶ້ນ.ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫລວງ ແລະ ລໍາຄ່າ ໃນພາລະກິດປະຕິວັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ປົກປັກຮັກສາ, ພັດທະນາສ້າງສາປະເທດຫວຽດນາມ ໃນປະຈຸບັນ.
ຖືເອົາປີ 2022 ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຂະບວນການຟົດຟື້ນ, ມີຊີວິດຊີວາ ແລະ ກາຍເປັນສັນຍາລັກ ແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ສອງຊາດ ລາວ-ຫວຽດນາມ.
ໂດຍ: ອິນແປງ ແຫວນຄຳ
ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ຂັ້ນຕົ້ນ ຮຸ່ນທີ II.
---------------------
ໃນຕອນເຊົ້າຂອງວັນທີ 8 ມີຖຸນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຫົງສາ ແຂວງ ໄຊຍະບູລີ ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ຂັ້ນຕົ້ນ ຮຸ່ນທີ II ຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳຫຼ້າ ຜີວວັນນາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຫົງສາ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຍ້ຽເລັ່ງ ກຳມະການປະຈຳພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ນັກວິທະຍາກອນ, ນັກສຳມະນາກອນ, ຫົວໜ້າຫ້ອງການ, ອົງການ, ກົມກອງ ເຂົ້າຮ່ວມທັງໝົດ 66 ທ່ານ, ຍິງ 15 ທ່ານ.
ໃນພິທີ ສະຫາຍ ຄຳຫຼ້າ ຜີວວັນນາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງຫົງສາ ໄດ້ໃຫ້ກຽດຂື້ນກ່າວເປີດຊຸດຮຽນທິດສະດີຢ່າງເປັນທາງການ ຈາກນັ້ນ ສະຫາຍ ພົມມາ ພົມມະຫານ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 337/ຄພຂ.ຊຍ ວ່າດ້ວຍການອະນຸມັດເປີດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ 2 ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງຫົງສາ ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 191/ຄພມ.ຫສ ວ່າດ້ວຍການອະນຸມັດໃຫ້ພະນັກງານເຂົ້າຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ 2. ການເປີດຊຸດຮຽນໃນຄັ້ງນີ້ ມີນັກສຳມະນາກອນເຂົ້າຮຽນທັງໝົດຈໍານວນ 47 ສະຫາຍ, ຍິງ 11 ສະຫາຍ. ປະກອບມີ 9 ວິຊາຮຽນຄື: ວິຊາປັດສະຍາ ມາກ-ເລນິນ, ວິຊາເສດຖະສາດການເມືອງ, ວິຊາຄຸ້ມຄອງເສດຖະກິດ, ວິຊາລັດທິສັງຄົມນິຍົມວິທະຍາສາດ, ວິຊາການເມືອງວິທະຍາ, ວິຊາທິດສະດີລັດ ແລະ ກົດໜາຍ, ວິຊາປົກຄອງ, ວິຊາກໍ່ສ້າງພັກ ແລະ ວິຊາ ຂົນຂວາຍກໍ່ສ້າງຮາກຖານ. ທັງໝົດນີ້ກໍ່ ເພື່ອເປັນການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ, ພະນັກງານສືບທອດພາຍໃນເມືອງ ໃຫ້ມີຄວາມຮູ້ທາງດ້ານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໜາຍຂອງລັດ ແລະ ທັງເປັນການບໍາລຸງສ້າງພະນັກງານສຶບທອດປ່ຽນແທນໃນຕໍາແໜ່ງງານຕ່າງໆຂອງເມືອງ. ໃນຕອນທ້າຍ ພິທີໄດ້ໃຫ້ກຽດຮັບຟັງການມີຄຳເຫັນໂອ້ລົມຈາກ ສະຫາຍ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງອົງຄະນະພັກເມືອງ ໃນການກໍ່ສ້າງບໍາລຸງພະນັກງານຫຼັກແຫຼ່ງ, ພະນັກງານສືບທອດ ຂອງເມືອງ ຢ່າງຕໍ່ເນື່ອງ ມັນເປັນຂີດໝາຍ ແລະ ບາດກ້າວໜຶ່ງທີ່ສໍາຄັນ ໃຫ້ແກ່ການພັດທະນາຍົກລະດັບຄວາມຮັບຮູ້ ໃຫ້ຊັບພະຍາກອນມະນຸດ ກໍ່ຄືບຸກຄະລາກອນໃນບັນດາກົງຈັກການຈັດ ຕັ້ງພັກ-ລັດ ໃນທົ່ວເມືອງຫົງສາ. ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ XI ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງ, ມະຕິ VIII ຂອງອົງຄະນະພັກເມືອງ ໃຫ້ປະກົດຜົນເປັນຈິງ ພ້ອມນັ້ນ ສະຫາຍ ກໍໄດ້ຮຽກຮ້ອງມາຍັງ ຄະນະຮັບຜິດຊອບການຮຽນ-ການສອນ, ນັກວິທະຍາກອນ, ນັກສຳມະນາກອນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິ, ປັນຍາເຂົ້າໃນການຮຽນ-ການສອນໃນຊຸດນີ້ ໃຫ້ບັນລຸຜົນສໍາເລັດ ແລະ ໄດ້ຮັບໝາກຜົນສູງຕາມລະດັບຄາດໝາຍທີ່ວາງໄວ້.
ຂຽນ: ຄອຂ.ຊຍ
ໄຊຍະບູລີປາຖະກະຖາ 2 ວັນປະຫວັດສາດລາວ-ຫວຽດນາມ ປີ 2022
ພິທີປາຖະກະຖາ 2 ວັນປະຫວັດສາດ ລາວ-ຫວຽດນາມຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ໄດ້ຈັດຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ. ໂດຍໃຫ້ກຽດເຂົ້າຮ່ວມປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ອາດີດການນໍາຂອງແຂວງ, ເລຂາພັກເມືອງ 11 ເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ບໍລິສັດ, ລັດວິສາຫະກິດ, ພະນັກງານປະຕິວັດອາວຸໂສບໍານານ, ນັກຮົບແຂ່ງຂັນວິລະຊົນແຫ່ງຊາດ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ ອາດິດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອປະຫວັດສາດຂອງການພົວພັນຮ່ວມມືມາແຕ່ຍາວນານ ຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພາຍໃຕ້ການນຳພາຂອງຜູ້ນຳສອງປະເທດທີ່ມີຄວາມກ້າຫານ ສະຫຼາດສ່ອງໃສ່ ເປັນຈິດໜື່ງໃຈດຽວກັນ ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດຂອງຕົນຂຶ້ນ ການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ເປັນຕົວແບບແຫ່ງການພົວພັນທີ່ຍິ່ງໃຫຍ່ ເປັນການພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ ເຊິງຜູ້ນຳພັກ ລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ກໍໄດ້ຖະນຸຖະໜອມເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່ ແລະ ການພົວພັນຮ່ວມມືແບບພິເສດ ຢ່າງສະເໝີຕົ້ນສະ ເໝີປາຍ. ທ່ານກ່າວອີກວ່າ: ໃນໂອກາດຫວນຄືນມູນເຊື້ອການພົວພັນຮ່ວມມື ມິດຕະພາບ ຂອງສອງຊາດລາວ-ຫວຽດນາມຄັ້ງນີ້ ກໍ່ເພື່ອເປັນການໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານລັດຖະກອນ ທະຫານ ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ເລິກເຊິງໜັກແໜ້ນ ເພື່ອພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງຖະໜົງແກ່ນ ເປັນສິ່ງທີ່ສຳຄັນທີ່ສຸດທີ່ພັກ -ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມຈະໄດ້ສືບຕໍ່ໃນການພົວພັນຮ່ວມມື ແລກປ່ຽນບົດຮຽນນຳກັນຢ່າງຮອບດ້ານ ສ້າງຄວາມເຊື່ອໝັ້ນເຊິງ ກັນແລະ ກັນ ພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ. ຈຸດປະສົງ ກໍ່ເພື່ອຫວນຄືນມູນເຊື້ອປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ນັບແຕ່ ໃນປີ 1962 ເປັນຕົ້ນມາ ແລະ ຄວາມສາມັກຄີເປັນພີ່ນ້ອງ ລະຫວ່າງສອງຊາດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະຫຼະເລືອດເນື້ອ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາໄຊຊະນະຕໍ່ສັດຕູຕົວດຽວກັນ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບ ລະຫວ່າງປະຊາຊົນສອງປະເທດພວກເຮົາ ໃນພາລະກິດຕໍ່ສູ້ກູ້ຊາດ ເຊິ່ງໄດ້ກາຍເປັນພື້ນຖານຄວາມສາມັກຄີອັນໝັ້ນແກ່ນ ແລະ ສາຍພົວພັນຮ່ວມມືຍາວນານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນມາໃນປະຈຸບັນ ສາຍພົວພັນ ແລະ ການຮ່ວມມື ລາວ-ຫວຽດນາມ ເຊິ່ງໄດ້ກາຍເປັນພື້ນຖານຂອງການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ແລະ ມີຄວາມເຫັນໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງແຂວງ ເຊິ່ງເນື້ອໃນດັ່ງກ່າວ ລ້ວນແຕ່ເປັນການໂຄສະນາສຶກສາອົບຮົບໃຫ້ສະມາຊິກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕື່ມກ່ຽວກັບປະຫວັດສາດຄວາມເປັນມາໃນການສ້າງຕັ້ງກອງລາດສະວົງ ກໍຄືກອງທັບປະຊາຊົນລາວ ນັບແຕ່ຕົ້ນກໍາເນີດ ຈົນມາເຖິງປະຈຸບັນເປັນການປຸກລະດົມກໍາລັງໃຈໃຫ້ແກ່ ຄະນະພັກ, ອໍານາດການປົກຄອງຂັ້ນຕ່າງໆ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ເຊີດຊູນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນສູງຂຶ້ນຕື່ມ, ຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງໄຊຍະບູລີ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພາບ+ຂ່າວ: ບຸນທີ
ເມືອງພຽງ ແຂວງໄຊຍະບູລີ ປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນຮຸ່ນທີ V.
........................
ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງຂັ້ນຕົ້ນຮຸ່ນທີ V ເມືອງພຽງ ແຂວງໄຊຍະບູລີ.ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມຂອງເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພຽງ, ມີຕາງໜ້າ ຈາກໂຮງຮຽນການເມືອງ-ການປົກຄອງແຂວງ, ມີບັນດາຮອງເລຂາພັກເມືອງ,ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະອໍານວຍການໂຮງຮຽນ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ,ກົມກອງ, ກອງເພື່ອນ,ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງແລະການປົກຄອງຂັ້ນຕົ້ນຮຸ່ນທີ V ຂອງເມືອງເຊິງໄດ້ຍົກໃຫ້ເຫັນບັນດາຜົນງານການຈັດຕັ້ງປະຕິບັດການຮຽນ-ການສອນໃນຕະຫຼອດໄລຍະຜ່ານມາ,ສະພາບຄວາມສະດວກແລະຂໍ້ຫຍຸ້ງຍາກ,ຕີລາຄາຄືນໃນການຈັດຕັ້ງການຮຽນການສອນໃນຄັ້ງນີ້.ເຊິ່ງຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຮຸ່ນທີ V ຂອງເມືອງພຽງໃນເທື່ອນີ້ ມີຜູ້ເຂົ້າຮຽນທັງໝົດ ຈໍານວນ 50 ສະຫາຍ, ຍິງ 14 ສະຫາຍ; ທີ່ມາຈາກບັນດາຂະແໜງການ,ອົງການ,ກົມກອງອ້ອມຂ້າງເມືອງ ຊຸດຮຽນນໍາໃຊ້ເວລາຮຽນ 3 ເດືອນ, ມີວິຊາຮຽນທັງໝົດ 9 ວິຊາຫຼັກຄື:ວິຊາປັດສະຍາ,ເສດຖະສາດການເມືອງ,ລັດທິສັງຄົມນິຍົມວິທະຍາ ສາດ,ທິດສະດີລັດແລະກົດາຍ,ການເມືອງວິທະຍາ,ຄຸ້ມຄອງເສດຖະກິດ,ການປົກຄອງ,ກໍ່ສ້າງພັກແລະວິຊາຂົນຂວາຍການກໍ່ສ້າງຮາກຖານ,ມີ 455 ຊົ່ວໂມງຮຽນ, 25 ກວ່າໜ່ວຍກິດໄດ້ເລີ່ມຈັດຕັ້ງການຮຽນການສອນເລີ່ມແຕ່ວັນທີ 16 ມີນາ 2022 ຫາວັນທີ 16 ມີຖຸນາ 2022 ຜົນການຈັດຕັ້ງປະຕິບັດການຮຽນການສອນສອບເສັງທຸກວິຊາສາມາດສອບເສັງໄດ້ ຮ້ອຍສ່ວນຮ້ອຍ.ຄະແນນສະເລ່ຍສາມາດຈັດປະເພດໄດ້ເກດ B+ ຈຳນວນ 50 ທ່ານ ຍິງ 14 ທ່ານ ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ຍ້ອນນັກສຶກສາໄດ້ເອົາໃຈໃສ່ຕໍ່ການສຶກສາຮໍ່າຮຽນ, ປະຕິບັດກົດລະບຽບຂອງໂຮງຮຽນໄດ້ດີ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ຈຶ່ງເຮັດໃຫ້ມີນັກສຶກສາຈໍານວນໜຶ່ງໄດ້ກາຍເປັນແບບຢ່າງ ແລະ ເປັນບຸກຄົນດີເດັ່ນຂອງຊຸດຮຽນ ຊຶ່ງສາມາດເລືອກເປັນຕົວເດັ່ນ ໄດ້ຮັບຍ້ອງຍໍຂອງທ່ານເຈົ້າເມືອງຈຳນວນ 50 ສະຫາຍ ຍິງ 14 ສະຫາຍ. ໃນໂອກາດພິທີທີ່ມີຄວາມໝາຍຄວາມສຳຄັນນີ້ທ່ານ ເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄດ້ໃຫ້ກຽດມອບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ຮຽນຈົບໃນຊຸດທິດສະດີການເມືອງການປົກຄອງຂັ້ນຕົ້ນຮຸ່ນທີ V ຂອງເມືອງໃນຄັ້ງນີ້ຢ່າງເປັນທາງການ ແລະ ໄດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍໃຫ້ກັບຄະນະຊີ້ນຳຂັ້ນແຂວງກໍ່ຄືໂຮງຮຽນທິດສະດີການການເມືອງ-ການປົກຄອງຂັ້ນແຂວງແລະນັກສຶກສາຮໍ່າຮຽນດີ-ມີວິໄນໃນຄັ້ງນີ້ຕື້ມອີກ.ພ້ອມທັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດໃນການຮຽນການສອນໃນຄັ້ງນີ້ພ້ອມທັງໄດ້ເນັ້ນໜັກໃຫ້ນັກສຶກສາຈົ່ງໄດ້ພ້ອມກັນນຳບົດຮຽນທີໄດ້ຮ່ຳຮຽນໃນຄັ້ງນີ້ໄປຈັດຕັ້ງປະຕິບັດ ເຂົ້າໃນໜ້າທີວຽກງານຂອງຕົນໃຫ້ໄດ້ຮັບຜົນດີຕາມຄາດໝາຍ.
ໂດຍ: ແສງສຸດາ ກິ່ງສະຫວັດ.
ເມືອງພຽງ ແຂວງໄຊຍະບູລີ ປາຖະກະຖາ 2 ວັນປະຫວັດສາດ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ແລະ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ.
……………………………..
ວັນທີ 13 ມິຖຸນາ 2022 ເມືອງພຽງ ແຂວງໄຊຍະບູລີ. ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ( 5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ( 18/7/1977-18/7/2022) ຢູ່ທີ່ຫ້ອງປະຊຸມຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມແລະໃຫ້ກຽດປາຖະກະຖາຂອງທ່ານ ປອ ສົມລິດ ເປືອກແກ້ວ ອາດີດຮອງເລຂາພັກແຂວງ ,ອາດີດປະທານສະພາປະຊາຊົນແຂວງໄຊຍະບູລີ. ມີທ່ານ ເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພຽງ.ມີບັນດາຮອງເລຂາພັກເມືອງ,ຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າ,ຮອງຫົວໜ້າຫ້ອງການ,ພະນັກງານອາວຸໂສບຳນານ , ອົງການ, ກົມກອງ, ວິສາຫະກິດ, ພະນັກງານ, ທະຫານ, ຕໍາຫຼວດ ເຂົ້າຮ່ວມ.
ພິທີໃນຄັ້ງນີ້ທ່ານ ປອ ສົມລິດເປືອກແກ້ວ ອາດີດຮອງເລຂາພັກແຂວງ ,ອາດີດປະທານສະພາປະຊາຊົນແຂວງໄຊຍະບູລີໄດ້ ປາຖະກະຖາເລົ່າຄືນມູນເຊື້້ອ 2 ວັນປະຫວັດສາດທີສຳຄນຂອງຊາດຄື: ສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ.ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ.ຕໍ່ພິທີເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດຂອງການພົວພັນ ການຮ່ວມມືລາວ-ຫວຽດນາມທີ່ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງຊາດ ລາວ-ຫວຽດນາມ ທີ່ເປັນເພື່ອນມິດຍຸດທະສາດຮ່ວມສະຕາກໍາທາງປະຫວັດສາດ ແລະ ຮ່ວມອຸດົມການເພື່ອກ້າວຂື້ນສັງຄົມນິຍົມ ພາຍໃຕ້ການນໍາພາຂອງຜູ້ນໍາສອງປະເທດ ທີ່ສະຫຼາດສ່ອງໃສເປັນຈິດໜຶ່ງໃຈດຽວກັນ ໃນການຕໍ່ສູ້ກູ້ຊາດຄຽງບ່າຄຽງໄລ່ ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະພັດ ຜູ້ຮຸກຮານໃນແຕ່ລະໄລຍະ ຈົນສາມາດຍາດເອົາໄຊຊະນະ ແລະ ສະຖາປະນາປະເທດຂອງຕົນຂື້ນ ແລະ ພ້ອມກັນປົກປັກຮັກສາ ສ້າງສາພັດທະນາປະເທດຊາດ, ຍົກໃຫ້ເຫັນສາຍພົວພັນມິດຕະພາບ ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ . ການປາຖະກາຖາໃນຄັ້ງນີ້ກໍ່ເພື່ອ ເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ລັດຖະກອນ , ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ,ເລິກເຊີ່ງ,ໜັກແໜ້ນພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມລະຫວ່າງສອງຊາດລາວ-ຫວຽດນາມເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໜັ້ນຄົງຍາວນານທັງເປັນເຈົ້າການຖະນຸຖະໜອມເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວໃຫ້ຈະເລີນງອກງາມຍີ່ງຂື້ນພ້ອມກັນຈາລຶກເຖິງບຸນຄຸນ ແລະ ຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽມນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າໃນພາລະກິດປະຕິວັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທທດຊາດກໍ່ຄືການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າເຂົ້າໃນການທ້ອນໂຮມປະເທດຫວຽດນາມໃຫ້ເປັນອັນໜື່ງອັນດຽວໃນເມື່ອກ່ອນແລະການປົກປັກຮັກສາສ້າງສາປະເທດຫວຽດນາມໃນປັດຈຸບັນ.ຖືເອົາປີ 2022ເປັນປີສາມັກຄີລາວ-ຫວຽດນາມໃຫ້ມີຄວາມເບີກບານມ່ວນຊື່ນ,ມີຂະບວນການຟົດຟື້ນ,ມີຊີວິດຊີວາແລະກາຍເປັນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ແລະໃນພິທີໃນຄັ້ງນີ້ຍັງໄດ້ມີພິທີມອບບັດສະມາຊິກພັກສົມບູນໃຫ້ກັບບັນດາຄະນະພັກຮາກຖານແລະບັນດາໜ່ວຍພັກພາຍໃນເມືອງຕື່ມອີກໂດຍໃຫ້ກຽດມອບຂອງທ່ານ ທ່ານ ເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງພຽງ. ພ້ອມທັງໄດ້ຮັບຊົມການສະແດງສິນລະປະວັນນະຄະດີຂອງນ້ອງນັກຮຽນຈາກໂຮງຮຽນ ມສ ມິດປະຊາ ເນື່ອງໃນພິທີປາຖະກະຖາ 2 ວັນສຳຄັນປະຫວັດສາດໃນຄັ້ງນີ້ຢ່າງມີບັນຍາກາດຟົດຟື້ນມ່ວນຊື່ນ.
ໂດຍ: ແສງສຸດາກິ່ງສະຫວັດ.
![]() | ມື້ນີ້ | 7 |
![]() | ມື້ວານນີ້ | 50 |
![]() | ອາທິດນີ້ | 249 |
![]() | ເດືອນນີ້ | 57 |
![]() | ທັງໝົດ | 159264 |
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌