ຄະນະໂຄສະນາອົບຮົມແຂວງໄຊຍະບູລີ
ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 7 ມິຖຸນາ 2021 ຜ່ານມາຢູ່ທີ່ຫ້ອງປະຊຸມເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII ຊຸດທີ I ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັອ ດາວນ້ອຍ ບຸດບົວທອງ ກໍາມະການປະຈໍາພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ພ້ອມດ້ວຍກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ ທັງໝົດ 105 ສະຫາຍ,ຍິງ13ສະຫາາຍ.
ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ
ວັນທີ 26 ພຶດສະພາ 2021 ຜ່ານມານີ້ ຢູ່ທີເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດພິທີ ປະກາດ-ຮັບຮອງປະທານກວດກາພັກ-ອົງການກວດກາລັດ ຂຶ້ນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມເປັນປະທານ ມີ ສະຫາຍ ອາເມ ຊົງເຍ້ຽເລັ່ງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ເລຂາໜ່ວຍພັກບ້ານ ເຂົ້າຮ່ວມ.
ສະຫາຍ ສີທອນ ພັນທະວົງ ຮອງປະທານຄະນະກວດກາພັກແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງປະທານຄະນະກວດກາພັກແຂວງ ສະບັບ ເລກທີ 037/ຄກພຂ ລົງວັນທີ 18 ພຶດສະພາ 2021 ວ່າດ້ວຍການຮັບຮອງເອົາປະທານຄະນະກວດກາພັກ ເມືອງເງິນ ແລະ ຂໍ້ຕົກລົງ ຂອງທ່ານເຈົ້າເມືອງໆເງິນ ສະບັບເລກທີ 170/ ຈມ ມງ, ລົງວັນທີ 25 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງປະທານອົງການກວດກາລັດ ເມືອງຄື: ປະກາດ-ຮັບຮອງ ເອົາ ສະຫາຍ ສີທະນົນໄຊ ທອງເທພາ ຮອງເລຂາພັກເມືອງ ເປັນປະທານກວດກາພັກ-ອົງການກວດກາລັດ ເມືອງເງິນ.
ຕອນທ້າຍໄດ້ຮັບຟັງການໂອ້ລົ້ມຂອງສະຫາຍ ອາເມ ຊົງເຍ້ຽເລັ່ງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊີ່ງສະຫາຍໄດ້ເໜັ້ນໜັກຜູ້ທີມາຮັບໜ້າທີໃໜ່ ເປັນຕົ້ນແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ເຮັດໜ້າທີ່ການເມືອງໃຫ້ດີ ຕັ້ງໜ້າຄົ້ນຄວ້າຮ່ຳຮຽນອັນໃໝ່ ສຸ່ມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ກຳລັງແຮງສັງລວມເຂົ້າ ໃນຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເຂົ້າສູ່ຊີວິດຕົວຈິງ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີໃຫ້ແໜ້ນແຟ້ນ ແລະ ເຮັດໃຫ້ສຳເລັດໜ້າທີ່ໆການຈັດຕັ້ງມອບໝາຍໃຫ້ ກ້າວໄປສູ່ຄວາມສີວິໄລ, ມັ່ງຄັ່ງເຂັ້ມແຂງຢ່າງບໍຢຸດຢັ້ງ ແລະ ທ່ານຍັງກ່າວຕື່ມວ່າ ການຊັບຊ້ອນ ແລະ ຍົກຍ້າຍບ່ອນປະຈຳການ ມັນແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີການເມືອງໃນໄລຍະໃໝ່ .
ພາບ+ຂ່າວໂດຍ: ພອນປະດິດ ກັນທະວົງ
##ຄະນະໂຄສະນອົບຮົມແຂວງ ##ໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
ວັນທີ 27 ພຶດສະພາ 2021 ນີ້ ຢູ່ທີ່ຫ້ອງປະຊຸມເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດພິທີເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງໄຊຍະບູລີ. ໂດຍໃຫ້ກຽດເຂົ້າຮ່ວມເຜີຍແຜ່ຂອງ ສະຫາຍ ອາເມ ຊົງເຢຍເລັງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ , ມີສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໃນທົ່ວເມືອງເຂົ້າຮ່ວມ.
ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ປະກອບມີ: ຄໍາແນະນໍາ ສະບັບເລກທີ 08/ຄອສພ, ລົງວັນທີ 19 ເມສາ 2021 ກ່ຽວກັບການ ຈັດຕັ້ງ,ເຊື່ອມຊືມ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂອງຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ຜ່ານຄສັ່ງແນະນຳ ເລກທີ 05/ຄພມ ມງ ລົງວັນທີ 18 ພຶດສະພາ 2021 ,ຜ່ານເອກະສານຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ຜ່ານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX . ຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ Vຂອງເມືອງ, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝ XI. ຈຸດປະສົງ ການເຊື່ອມຊຶມໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນ ແລະ ຄາດໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ , ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ Vຂອງເມືອງ ເພື່ອພ້ອມກັນນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມ ແລະ ມະຕິຕ່າງໆ ທີ່ສູນກາງ , ແຂວງ ກໍ່ຄື ເມືອງວາງອອກ ໄປຜັນຂະຫຍາຍເຂົ້າສູ່ລວງເລິກ, ຜັນເປັນແຜນງານ-ແຜນການລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ເປັນຮູບປະທໍາ.
ພ້ອມນີ້ ສະຫາຍ ອາເມ ຊົງເຍ້ຽເລັ່ງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງໆເມືອງເງີນ ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນທົ່ວອົງຄະນະພັກແຂວງໄຊຍູບລີ , ຕິດພັນກັບມະຕິກອງປະຊຸມໃຫຍ່ຂອງເມືອງວາງອອກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ສາມາດປະກົດຜົນເປັນຈິງ, ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ສັງຄົມມີຄວາມຍຸຕິທໍາ ແລະສີວິໄລ.
ໂດຍ: ໄພວັນ ສີດານຸວົງ
ແຂວງໄຊຍະບູລີ
ໃນຕອນຂອງ ວັນທີ 22 /3 /2021 ຄະນະພັກອົງການປົກຄອງແຂວງໄຊຍະບູລີ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ - ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະເພຶ່ອປະເທດຊາດ ຄົບຮອບ 75 ປີ ຢູ່ຫໍປະຊຸມໃຫຍ່ໂຮງຮຽນການເມືອງ-ການປົກຄອງແຂວງ
ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ປະກອບມີ ສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງ. ເຂົ້າຮ່ວມຮັບຟັງພິທີປາຖະກະຖາ ວັນສ້າງສ້າງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ຂຶ້ນຄັ້ງນີ້ມີ,ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນການ,ຮອງຫົວໜ້າພະແນກການ,ຫົວໜ້າຂະແໜງ,ກົມກອງສະມາຊິກພັກ,ພະນັກງານ ອອ້ມຂ້າງແຂວງ, ພາຍໃນແຂວງເຂົ້າຮ່ວມທັງໜົດ 314 ຄົນ,ຍິງ 80 ຄົນ.
ໃນພິທີສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງໄຊຍະບູລີ ໄດ້ເລົ່າຄືນ ມູນເຊື້ອປະຫວັດສາດ ແຫ່ງການຕໍ່ສູ້ ແລະ ວິລະກຳອັນລໍ້າເລີດ ຂອງບັນພະບູລຸດລາວ ໃນອາດີດທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະຜ່ານມາ ຊຶ່ງແມ່ນໝາກຜົນອັນລວມຍອດແຫ່ງສະຕິປັນຍາ ຂອງປວງຊົນລາວທັງຊາດ ພ້ອມດຽວກັນນີ້ ສະຫາຍ ອາເມ ຊົງເຍ້ຍເລັ່ງ ຄະນປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນເລົ່າມູນເຊື້ອຂອງວັນຄຽດແຄ້ນຂອງປະຊາຊົນລາວ - ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະເພຶ່ອປະເທດຊາດ ຄົບຮອບ 75 ປີ.
ຕອນທ້າຍ ສະຫາຍ ຍັງດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງໄຊຍະບູລີ ຮຽກຮ້ອງໃຫ້ບັນດາສະຫາຍ ສະມາຊິກພັກ,ພະນັງານ,ທະຫານ, ຕຳຫຼວດ, ລັດວິສາຫະກິດທຸກຄົນ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນສຶບຕໍ່ເສີມຂະຫຍາຍເພີ້ມພູມຄູນສ້າງມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ - ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະເພຶ່ອປະເທດຊາດ ໃຫ້ທົ່ວເຖີງ,
ຂ່າວ-ພາບ ໄພວັນ
ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ
ໃນຕອນເຊົ້າຂອງວັນທີ 16 ມີນາ 2021 ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະພັກອົງການປົກຄອງແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ
( 22/3/1955 – 22/3/2021) ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໃຫ້ກຽດປາຖະກະຖາຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີບັນດາຮອງຫົວໜ້າຂະແໜງການຕະຫຼອດຮອດສະມາຊິກພັກ-ພະນັກງານພາຍໃນກຸ່ມການເມືອງ, ວັດທະນະທຳ-ສັງຄົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ດວງຕາ ໄຊວຸດ ໄດ້ໃຫ້ກຽດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ຜົນສຳເລັດແຫ່ງການຊິ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ, ທີ່ໄດ້ນຳພາປະເທດຊາດໄດ້ມີການຫັນປ່ຽນຢ່າງໃຫ່ຍຫຼວງ, ຊຶ່ງບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດເຮົາ, ໂດຍເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃຈຕໍ່ສູ້ພິລະອາດຫານບໍ່ຍອມຈຳນົນຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ໃນການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໃນ 3 ໄລຍະຄື: ໄລຍະຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ, ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ຊຶ່ງປະເທດຊາດໄດ້ມີການພັດທະນາຢ່າງຕັ້ງໜ້າ. ເພື່ອສຶບຕໍ່ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ, ພັກປະຊາຊົນປະຕິວັດລາວ ຈຶ່ງໄດ້ມີການສຶກສາອົບຮົມການເມືອງ - ນໍາພາແນວຄິດ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃນການເຊີດຊູນ້ຳໃຈຮັກຊາດ, ເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອສ້າງປະເທດຊາດໃຫ້ມີມັງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ.
ຂ່າວ: ໄພວັນ
![]() | ມື້ນີ້ | 4 |
![]() | ມື້ວານນີ້ | 50 |
![]() | ອາທິດນີ້ | 246 |
![]() | ເດືອນນີ້ | 54 |
![]() | ທັງໝົດ | 159261 |
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌