ແຂວງໄຊຍະບູລີ
ໃນຕອນຂອງ ວັນທີ 22 /3 /2021 ຄະນະພັກອົງການປົກຄອງແຂວງໄຊຍະບູລີ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ - ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະເພຶ່ອປະເທດຊາດ ຄົບຮອບ 75 ປີ ຢູ່ຫໍປະຊຸມໃຫຍ່ໂຮງຮຽນການເມືອງ-ການປົກຄອງແຂວງ
ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ປະກອບມີ ສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງ. ເຂົ້າຮ່ວມຮັບຟັງພິທີປາຖະກະຖາ ວັນສ້າງສ້າງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ຂຶ້ນຄັ້ງນີ້ມີ,ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນການ,ຮອງຫົວໜ້າພະແນກການ,ຫົວໜ້າຂະແໜງ,ກົມກອງສະມາຊິກພັກ,ພະນັກງານ ອອ້ມຂ້າງແຂວງ, ພາຍໃນແຂວງເຂົ້າຮ່ວມທັງໜົດ 314 ຄົນ,ຍິງ 80 ຄົນ.
ໃນພິທີສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງໄຊຍະບູລີ ໄດ້ເລົ່າຄືນ ມູນເຊື້ອປະຫວັດສາດ ແຫ່ງການຕໍ່ສູ້ ແລະ ວິລະກຳອັນລໍ້າເລີດ ຂອງບັນພະບູລຸດລາວ ໃນອາດີດທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະຜ່ານມາ ຊຶ່ງແມ່ນໝາກຜົນອັນລວມຍອດແຫ່ງສະຕິປັນຍາ ຂອງປວງຊົນລາວທັງຊາດ ພ້ອມດຽວກັນນີ້ ສະຫາຍ ອາເມ ຊົງເຍ້ຍເລັ່ງ ຄະນປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນເລົ່າມູນເຊື້ອຂອງວັນຄຽດແຄ້ນຂອງປະຊາຊົນລາວ - ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະເພຶ່ອປະເທດຊາດ ຄົບຮອບ 75 ປີ.
ຕອນທ້າຍ ສະຫາຍ ຍັງດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງໄຊຍະບູລີ ຮຽກຮ້ອງໃຫ້ບັນດາສະຫາຍ ສະມາຊິກພັກ,ພະນັງານ,ທະຫານ, ຕຳຫຼວດ, ລັດວິສາຫະກິດທຸກຄົນ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນສຶບຕໍ່ເສີມຂະຫຍາຍເພີ້ມພູມຄູນສ້າງມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ - ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະເພຶ່ອປະເທດຊາດ ໃຫ້ທົ່ວເຖີງ,
ຂ່າວ-ພາບ ໄພວັນ
ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ
ໃນຕອນເຊົ້າຂອງວັນທີ 16 ມີນາ 2021 ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະພັກອົງການປົກຄອງແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ
( 22/3/1955 – 22/3/2021) ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໃຫ້ກຽດປາຖະກະຖາຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີບັນດາຮອງຫົວໜ້າຂະແໜງການຕະຫຼອດຮອດສະມາຊິກພັກ-ພະນັກງານພາຍໃນກຸ່ມການເມືອງ, ວັດທະນະທຳ-ສັງຄົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ດວງຕາ ໄຊວຸດ ໄດ້ໃຫ້ກຽດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ຜົນສຳເລັດແຫ່ງການຊິ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ, ທີ່ໄດ້ນຳພາປະເທດຊາດໄດ້ມີການຫັນປ່ຽນຢ່າງໃຫ່ຍຫຼວງ, ຊຶ່ງບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດເຮົາ, ໂດຍເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃຈຕໍ່ສູ້ພິລະອາດຫານບໍ່ຍອມຈຳນົນຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ໃນການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໃນ 3 ໄລຍະຄື: ໄລຍະຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ, ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ຊຶ່ງປະເທດຊາດໄດ້ມີການພັດທະນາຢ່າງຕັ້ງໜ້າ. ເພື່ອສຶບຕໍ່ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ, ພັກປະຊາຊົນປະຕິວັດລາວ ຈຶ່ງໄດ້ມີການສຶກສາອົບຮົມການເມືອງ - ນໍາພາແນວຄິດ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃນການເຊີດຊູນ້ຳໃຈຮັກຊາດ, ເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອສ້າງປະເທດຊາດໃຫ້ມີມັງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ.
ຂ່າວ: ໄພວັນ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ
#####
ໃນຕອນເຊົ້າ ວັນທີ 19/1/2021 ອົງການປົກຄອງເມືອງຊຽງຮ່ອນ ໄດ້ຈັດຕັ້ງພິທີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ72ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຊຽງຮ່ອນ ໂດຍເປັນປະທານຂອງສະຫາຍ ບຸນລວ້ນ ຊົມສີຫາປັນຍາ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງຊຽງຮ່ອນ, ບັນດາກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ອ້ອມຂ້າງເມືອງ ເຂົ້າຮ່ວມທັງຫມົດ 105 ຄົນ ຍີງ 14 ຄົນ.
ໂອກາດນີ້ ສະຫາຍ ບຸນລວ້ນ ຊົມສີຫາປັນຍາ ກໍາມະການພັກແຂວງ ເລຂາ ພັກເມືອງເຈົ້າເມືອງ, ເມືອງຊຽງຮ່ອນ ກໍ່ໄດ້ຍົກໃຫ້ເຫັນປະຫວັດແຫ່່ງການກຳເນີດເຕີບໃຫ່ຍຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 72 ປີ ຜ່ານມາ ເຊິ່ງກອງທັບທັບປະຊາຊົນລາວໄດ້ຕໍ່ສູ້ຢ່າງລະອິດລະອ້ຽວ,ອົງອາດກ້າແກ່ນ,ເດັດດ່ຽວໜຽວແໜ້ນ,ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ,ຍິ່ງເຕີບໃຫ່ຍ,ຍິ່ງເຂັ້ມແຂງຍາດໄດ້ໄຊຊະນະເປັນກ້າວໆ, ສາມາດ ປົດປ່ອຍປະເທດຊາດອອກຈາກຈັກກະພັດລ່າເມືອງຂື້ນຝຣັ່ງ, ຈັກກະພັດ ອາເມລິກາຜູ້ຮຸກຮານ ພ້ອມດ້ວຍລູກແຫຼ້ງຕີນມື ຂອງພວກເຂົາ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປານາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ; ມາເຖິງປັດຈຸບັນຍັງເປັນກໍາລັງຫຼັກແຫຼ່ງໃນ ການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ. ຕະຫຼອດໄລຍະ 72 ປີ,ຜ່ານມາ ການປົກປັກຮັກສາ ແລະ ສ້າງສາພັດທະນາ ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄຳສັ່ງສອນຂອງປະທານ ໄກສອນ ພົມວິຫານ ເວົ້າວ່າ: “ ເວລາໃດກອງທັບກໍ່ນໍາໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສໍາເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ”
ພ້ອມດຽວກັນນີ້ສະຫາຍ ບຸນລວ້ນ ຊົມສີຫາປັນຍາ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ,ເມືອງຊຽງຮ່ອນ ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮັບຟັງປາຖະກະຖາ ຈົ່ງພ້ອມກັນນຳເອົນບົດຮຽນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງກອງທັບປະຊາຊົນລາວໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນຂອງຕົນ ເພີ້ມທະວີຄວາມຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ,ມະຕິກອງປະຊຸມໃຫຍ່ຄັ້ງທີ XIIຂອງແຂວງ,ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງເມືອງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ. ໂດຍສະ ເພາະມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ ແລະ ຂອງກອງທັບປະຕິວັດ, ມີສະ ຕິລະວັງຕົວສະກັດກັ້ນ ແລະ ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ ແລະ ຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ. ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ, ປົກປັກຮັກສາລະບອບການເມືອງໃໝ່, ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.
++++ພາບ-ຂ່າວ ໄພວັນ ສີດານຸວົງ
15/1/2021: ຄະນະໂຄສະນາອົບຮົມແຂວງ ເຊື່ອມຊຶມເອກະສານເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.
######
ຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ ຈັດຕັ້ງເຊື່ອມຊຶມເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2021 ນີ້ຢູ່ທີ່ຫ້ອງການ ຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເຂົ້າຮ່ວມເຜີຍແຜ່ຂອງ ທ່ານ ນ. ວັນນາ ພົມວິສອນ ຮອງເລຂາໝ່ວຍພັກ, ຮອງຫົວໜ້າຄະນໂຄສະນາອົບຮົມແຂວງ, ເຂົ້າຮ່ວມຮັບຟັງມີບັນດາຮອງຄະນະໂຄສະນາອົບຮົມແຂວງ, ສະມາຊິກພັກ-ພະນັກງານພາຍໃນຄະນໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານນ. ວັນນາ ພົມວິສອນ ຮອງເລຂາໝ່ວຍພັກ, ຮອງຫົວໜ້າຄະນໂຄສະນາອົບຮົມແຂວງ ໄດ້ເຜີຍແຜ່ 3 ເອກະສານຂອງການເລືອກຕັ້ງ ສສຊ ແລະ ສສຂ ຄື: ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 713/ຄພຂ.ຊຍ,ລົງວັນທີ 20 ຕຸລາ 2020 ວ່າດ້ວຍການເພີ້ມທະວີການຊີ້ນໍາ-ນຳພາຂອງຄະນະພັກ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ເອກະສານເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ຈຸດປະສົງ ກໍ່ເພື່ອເປັນການສຶກສາອົບຮົມໃຫ້ສະມາຊິກພັກພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າໃຈສິດເປັນເຈົ້າຂອງຕົນໃຫ້ສູງຂຶ້ນ, ມີຄວາມຕື່ນຕົວ ແລະ ເປັນເຈົ້າການນໍາໃຊ້ສິດຂອງຕົນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໃຫ້ໄດ້ຕາມຄາດໝາຍ 100%.
-----------
ພາບ-ຂ່າວ ໄພວັນ ສີດານຸວົງ
# ໃນວັນທີ 23 ທັນວາ 2020 #
ຄະນະໂຄສະນາອົບຮົມແຂວງ ແຂວງໄຊຍະບູລີ ຮ່ວມກັບກົມອົບຮົມຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ໄດ້ສົບທົບກັບອົງການປົກເມືອເງີນ ພິທີ ເປີດຊຸດອົບຮົມໃຫ້ເຈົ້າ ກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ຢູ່ຫ້ອງປະຊຸມໃຫຍ່ ເມືອງເງິນ ເປັນກຽດເຂົ້າຮ່ວມ ແລະ ເປັນທານໂດຍ ທ່ານ ສີທະນົນໄຊ ທອງເທພາ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆເມືອງເງີນ, ມີທ່ານ ຄຳກອງ ທຳມະເທວາ ຮອງຫົວໜ້າກົມອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ວັນວັນນາ ພົມວິສອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ພ້ອມດ້ວຍທິມງານຂອງສູນກາງ, ຂອງແຂວງ, ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ແລະ ບັນດານັກສຳມະນາກອນ, ຕ່າງໜ້າ ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ອອ້ມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ສີທະນົນໄຊ ທອງເທພາ ຄະນະປະຈຳພັກເມືອງ,ຮອງເຈົ້າ ເມືອງເງີນໄດ້ກ່າວເປີດຊຸດອົບຮົມໃຫ້ເຈົ້າ ກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວການຝືກອົບຮົມຄັ້ງນີ້ໃຊ້ເວລາ 1 ວັນເຕັມ ມີນັກສຳມະນາກອນ ທີ່ຕ່າງໜ້າຈາກ 4 ເຜົ່າເຂົ້າຮ່ວມ 52 ທ່ານ, ຍິງ1 ທ່ານ ຈຸດປະສົງເພື່ອແນໃສ່ສຶກສາອົບຮົມ ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໜາຍ ຂອງແຕ່ລະໄລຍະເພື່ອເປັນຕົວແທນໃຫ້ພັກ - ລັດ ໃນການນໍາພາປະຊາຊົນບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ແລະ ມີຄວາມສາມັກຄີຮັກແພງ, ມີຄວາມສະເໝີພາບຂອງປະຊາຊົນລາວ ບັນດາເຜົ່າ ເຄື່ອນໄຫວຖືກຕ້ອງກັບແນວທາງນະໂຍບາຍ ແລະ ລະບຽບກົດໜາຍພັກ-ລັດ ແລະ ມູນເຊື້ອອັນດີງາມຂອງເຜົ່າ, ຂອງຊາດ ເຊິ່ງເມືອງຂອງພວກເຮົາ ພວມຫາກໍຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດຂອງຊາດ, ຂອງພັກ ຄື: ວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ກໍເປັນໄລຍະທີ່ພວກເຮົາພວມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ່ VII ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງໃຫ້ທົ່ວເຖິງ ແລະ ມີຜົນສໍາເລັດຢ່າງເປັນຮູບປະທໍາໄປເທື່ອລະກ້າວ,ພ້ອມນີ້ເພື່ອເປັນການສ້າງຂະບວນກາາຂໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແລະ ເຮັດໃຫ້ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້; ເວົ້າລວມ, ເວົ້າສະເພາະກໍຄືເມືອງເງິນຂອງພວກເຮົາ ຈະຕ້ອງໄດ້ຕັ້ງໜ້າເຊື່ອມຊຶມຮັບຮູ້ ແລະ ເປັນເອກະພາບກັບບັນດາແນວທາງນະໂຍບາຍມະຕິຄໍາສັ່ງຂອງພັກ-ລັດ ໃນແຕ່ລະໄລຍະ ແນໃສ່ເພື່ອທັບມ້າງທຸກກົນອຸບາຍຂອງພວກຄົນບໍ່ດີທີ່ຫັວງມ້າງເພທໍາລາຍຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ. ມ້າງເພທໍາລາຍພັກ-ລັດ ແລະ ພ້ອມກັນນັ້ນ ກໍຕ້ານທຸກປະກົດການຫຍໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນຢູ່ພາຍໃນສັງຄົມຂອງພວກເຮົາ ເພື່ອຮັບປະກັນຄວາມປອດໄພສະດວກສະບາຍໃນການທໍາມາຫາກິນຂອງປະຊາຊົນບັນດາເຜົ່າໄດ້ມີການພັດທະນາດີຂຶ້ນເປັນກ້າວໆ.
ຕອນທ້າຍ ທ່ານ ສີທະນົນໄຊ ທອງເທພາ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ, ຍັງໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມ ຊຸດອົບຮົມຄັ້ງນີ້ ພ້ອມກັນເຊື່ອມຊຶມ ແລະ ຮັບຮູ້ ມູນເຊື້ອອັນດີງາມຂອງປະຊາຊົນລາວ ບັນດາເຜົ່າຢູ່ປະເທດເຮົາ ໃນໄລຍະໃໝ່, ຮັບຮູ້ບົດບາດ ແລະ ໜ້າທີ່ຂອງເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ການເພີ່ມທະວີຄວາມສາມັກຄີ ແລະຄວາມສະເໜີພາບຂອງປວງຊົນລາວ ຮັບຮູ້ພາລະບົດບາດຂອງຜູ້ທີ່ເປັນຕົວແທນຂອງເຜົ່າ, ຕາງໜ້າເຜົ່າ ເພື່ອຈະນໍາເອົາແນວທາງຂອງພັກນໍາໄປຈັດຕັ້ງປະຕິບັດຕໍ່ປະຊາຊົນບັນດາເຜົ່າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຖືກຕ້ອງກັບຮີດຄອງປະເພນີອັນດີງາມຮັກສາມູນເຊື້ອຂອງເຜົ່າ ໂດຍສອດຄ່ອງກັບລະບຽບຂອງພັກກົດໝາຍຂອງລັດວາງອອກ.
ຂາ່ວ: ໄພວັນ ສີດານຸວົງ
![]() | ມື້ນີ້ | 84 |
![]() | ມື້ວານນີ້ | 208 |
![]() | ອາທິດນີ້ | 650 |
![]() | ເດືອນນີ້ | 3681 |
![]() | ທັງໝົດ | 151806 |
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌