ເມືອງບໍ່ແຕນ ແຂວງໄຊຍະບູລີ ປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດຂອງພັກ.
……………………………..
ໃນຕອນເຊົ້າຂອງວັນທີ 17 ສິງຫາ 2023 ນີ້. ຢູ່ທີ່ຫ້ອງປະຊຸມໃຫຍ່ ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດຂອງພັກຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງທ່ານ ສົມສະໜຸກ ໄຊອຸດົມ ເລຂາພັກເມືອງເຈົ້າເມືອງບໍ່ແຕນ, ມີຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ-ລັດຖະກອນ, ນາຍບ້ານເທດສະບານເຂົ້າຮ່ວມ.
ທ່ານ ສົມສະໜຸກ ໄຊອຸດົມ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆ ເມືອງບໍ່ແຕນ ໄດ້ເປັນກຽດ ຂື້ນປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ (13-8-1950-13-8-2023) ວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 32 ປີ (15-8-1991-15-8-2023) ວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈໍາໜ່າຍ ຄົບຮອບ 73 ປີ (13-8-1950-13-8-2023) ວັນຍຶດອໍານາດທົ່ວປະເທດ ແລະ ວັນຍຶດອໍານາດແຂວງໄຊຍະບູລີ ຄົບຮອບ 48 ປີ (23-8-1975-23-8-2023) ວັນສ້າງຕັ້ງສານປະຊາຊົນແຫ່ງຊາດ ຄົບຮອບ 41 ປີ (15-8-1982-15-2023) ແລະ ວັນ ສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 21 ປີ (9-9-2002-9-9-2023) ໂດຍຕິດພັນກັບການເຜີຍແຜ່.
ຈຸດປະສົງ ກໍ່ເພື່ອເປັນການໂຄສະນາສືກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ບົດບາດ ຄວາມໜາຍຄວາມສໍາຄັນ ທັງເປັນການເສີມຂະຫຍາຍ ມູນເຊື້ອພິລະອາດຫານ ແລະ ຄຸນງາມຄວາມດີ ຂອງແນວລາວສ້າງຊາດຍາດມາໄດ້ ຕະຫຼອດໄລຍະ 73 ປີ ແລະ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບົດບາດຂອງວຽກງານສື່ມວນຊົນ, ຄວາມສໍາຄັນຂອງວັນລັດຖະທໍາມະນູນ ແລະ ວັນຍຶດອໍານາດ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
………………………
ຂ່າວ-ພາບ ສາຍຄຳ ບຸນຍາວົງ
ເມືອງແກ່ນທ້າວ ແຂວງໄຊຍະບູລີ ປາຖະກະຖາວັນສຳຄັນຂອງຊາດ-ຂອງພັກ.
………………….
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ຖາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ (13 ສິງຫາ 1950-13 ສິງຫາ 2023), ວັນສ້າງຕັ້ງສື່ມວນຊົນ ແລະ ວັນພິມຈໍາໜ່າຍ ຄົບຮອບ 73 ປີ (13 ສິງຫາ 1950-13 ສິງຫາ 2023), ວັນຍຶດອຳນາດ ທົ່ວປະເທດ ຄົບຮອບ 48 ປີ (23 ສິງຫາ 1975-23 ສິງຫາ 2023) ແລະ ວັນຍຶດອໍານາດ ແຂວງໄຊຍະບູລີ ຄົບຮອບ 48 ປີ ( 6 ສິງຫາ 1975-6 ສິງຫາ 2023 ), ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 41 ປີ (15 ສິງຫາ 1982-15 ສິງຫາ 2023) ແລະ ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ ຄົບຮອບ 32 ປີ (15 ສິງຫາ 1991-15 ສິງຫາ 2023) ຂຶ້ນ ໃນວັນທີ 17 ສິງຫາ 2023 ນີ້, ຢູທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອຳຄາ ລັດສະໝີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີຮອງເລຂາພັກເມືອງ, ກໍາມະການປະຈຳພັກເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ປະທານສະມາຄົມພະນັກງານອາວຸໂສບຳນານ, ພະນັກງານ, ທະຫານ, ຕ່ຳຫຼວດ, ຄະນະກໍາມະການແນວລາວສ້າງຊາດແຂວງປະຈໍາເມືອງ, ຄະນະກໍາມະການແນວລາວສ້າງຊາດເມືອງ, ນາຍບ້ານ ພ້ອມດ້ວຍຄະນະກໍາມະການແນວລາວສ້າງຊາດບ້ານເທດສະບານເມືອງເຂົ້າຮ່ວມທັງໝົດ 170 ກວ່າຄົນ, ຍິງ 50 ກວ່າຄົນ.
ທ່ານ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ ໄດ້ໃຫ້ກຽດຂື້ນປາຖະກະຖາ 5 ວັນສໍາຄັນດັ່ງກ່າວ ໂດຍຍົກໃຫ້ເຫັນມູນເຊື້ອຕໍ່ສູ້ອັນພິລະອາດຫານບໍ່ຍອມຈໍານົນຂອງແນວລາວສ້າງຊາດ ເຊິ່ງແມ່ນອົງການນໍາຫນ້າ ຂອງການປະຕິວັດລາວ ເຫັນໄດ້ຄວາມປີຊາສາມາດໃນການໂຄສະນາຂົນຂວາຍ ແລະ ການນໍາພາຕໍ່ສູ້ຈົນໄດ້ຮັບໄຊຊະນະ, ຍົກໃຫ້ເຫັນຄວາມຫມາຍຄວາມສໍາຄັນ ຂອງວຽກງານສື່ມວນຊົນ ໃນການໂຄສະນາ ເຜີຍແຜ່ຂໍ້ມູນ-ຂ່າວສານ, ບັນດາເຫດການສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ສາກົນ ແນໃສ່ ການເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ສ້າງຄວາມເຊື່ອຫມັ້ນ ຕໍ່ອຸດົມການຂອງພັກ, ຍົກສູງນໍ້າໃຈຮັກຊາດ ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ. ເພີ່ມທະວີການສຶກສາອົບຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນລາວ ບັນດາເຜົ່າ, ເປັນຕົ້ນຄົນຮຸ່ນຫນຸ່ມ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ກ່ຽວກັບມູນເຊື້ອ 23 ສິງຫາ ດ້ວຍຮູບການຕ່າງໆໃຫ້ກວ້າງຂວາງເລິກເຊິ່ງ. ຍົກໃຫ້ເຫັນໄດ້ພາລະບົດບາດ, ຫນ້າທີ່ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ອົງການສານປະຊາຊົນ ຕະຫຼອດໄລະຍະ 41 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກ. ຍົກໃຫ້ເຫັນຂະບວນວິວັດແຫ່ງການກໍາເນີດ ແລະ ການຂະຫຍາຍຕົວ ຂອງລັດຖະທໍາມະນູນແຫ່ງ ສປປ ລາວ ໃນຕະຫຼອດໄລຍະ 32 ປີ ຜ່ານມາ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງແກ່ນທ້າວໃຫ້ເພີ່ມທະວີຍົກສູງມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດຫມາຍ.
ສືບຕໍ່ເສີມຂະຫຍາຍ ແລະ ການບູລະນະ ລັດປະຊາທິປະໄຕ ປະຊາຊົນລາວໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ. ບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ ໃຫ້ສອດຄ່ອງກັບການພັດທະນາເສດຖະກິດຕາມກົນໄກຕະຫຼາດ ແລະ ການເຊື່ອມໂຍງສາກົນ.
………………….
ຂ່າວ: ແກ່ນທ້າວ.
ເມືອງເງິນ ປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດຂອງພັກ.
.................................
ວັນທີ 15 ສິງຫາ 2023 ນີ້. ຢູ່ທີ່ຫ້ອງປະຊຸມໃຫຍ່ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດຂອງພັກ, ມີຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ດ່ານສາກົນນໍ້າເງິນ, ລັດວິສາຫະກິດ, ທະນາຄານ, ອໍານວຍການໂຮງຮຽນ-ໂຮງໜໍ, ພະນັກງານ-ລັດຖະກອນ, ນາຍບ້ານ, ປະທານແນວລາວສ້າງຊາດບ້ານ ແລະ ສະຫະພັນນັກຮົບເກົ່າເຂົ້າຮ່ວມ.
ສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆ ເມືອງເງິນ ໄດ້ເປັນກຽດ ຂື້ນປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ (13-8-1950-13-8-2023) ວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 32 ປີ (15-8-1991-15-8-2023) ວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈໍາໜ່າຍ ຄົບຮອບ 73 ປີ (13-8-1950-13-8-2023) ວັນຍຶດອໍານາດທົ່ວປະເທດ ແລະ ວັນຍຶດອໍານາດແຂວງໄຊຍະບູລີ ຄົບຮອບ 48 ປີ (23-8-1975-23-8-2023) ວັນສ້າງຕັ້ງສານປະຊາຊົນແຫ່ງຊາດ ຄົບຮອບ 41 ປີ (15-8-1982-15-2023) ແລະ ວັນ ສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 21 ປີ (9-9-2002-9-9-2023) ໂດຍຕິດພັນກັບການເຜີຍແຜ່ກົດໜາຍວິຈິດສິນ ສະບັບ ເລກທີ 19/ສພຊ ລົງວັນທີ 7 ກໍລະກົດ 2022.
ຈຸດປະສົງ ກໍ່ເພື່ອເປັນການໂຄສະນາສືກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ບົດບາດ ຄວາມໜາຍຄວາມສໍາຄັນ ທັງເປັນການເສີມຂະຫຍາຍ ມູນເຊື້ອພິລະອາດຫານ ແລະ ຄຸນງາມຄວາມດີ ຂອງແນວລາວສ້າງຊາດຍາດມາໄດ້ ຕະຫຼອດໄລຍະ 73 ປີ ແລະ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບົດບາດຂອງວຽກງານສື່ມວນຊົນ, ຄວາມສໍາຄັນຂອງວັນລັດຖະທໍາມະນູນ ແລະ ວັນຍຶດອໍານາດ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
..................................
ຂ່າວ-ພາບ: ສຸລີຍາ ແສງເດືອນ
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 195 |
![]() | ອາທິດນີ້ | 1399 |
![]() | ເດືອນນີ້ | 2447 |
![]() | ທັງໝົດ | 194560 |
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌