ເມືອງຊຽງຮ່ອນ ແຂວງໄຊຍະບູລີຈັດພິທີປາຖະກະຖາ 4 ວັນປະຫວັດສາດ
ເມືອງຊຽງຮ່ອນ ແຂວງໄຊຍະບູລີຈັດພິທີປາຖະກະຖາ 4 ວັນປະຫວັດສາດຂອງຊາດລາວ ພິທີໄດ້ຈັດຂື້ນໃນວັນທີ 18 ກໍລະກົດ2023ນີ້ ຢູ່ທີ່ສະໂມສອນເມືອງ ເປັນກຽດປາຖະກະຖາໂດຍ ທ່ານ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານ ພັກເມືອງເຈົ້າເມືອງຊຽງຮ່ອນ ມີບັນດາທ່ານກຳມະການປະຈຳພັກເມືອງ ກຳມະການພັກເມືອງ ສະມາຊິກສະພາປະຊາຊົນແຂວງ ຫົວໜ້າຫ້ອງການ ຮອງຫ້ອງການ, ພະນັກຫຼັກແຫຼ່ງອ້ອມຂ້າງເມືອງ ຕະຫຼອດຮອດສະມາຊິກແມ່ຍິງເຂົ້າຮ່ວມ.
ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ໄຊຍະບູລີ ຄັ້ງທີ 10 ສະໄໝທີ IX.
ຕອນເຊົ້າ ວັນທີ 11 ກໍລະກົດ 2023 ນີ້ ເມືອງໄຊຍະບູລີ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ໄຊຍະບູລີ ຄັ້ງທີ 10 ສະໄໝທີ IX ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການເມືອງ ໂດຍເປັນປະທານ ຂອງ ສະຫາຍ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າ ເມືອງໄຊຍະບູລີ , ເປັນກຽດເຂົ້າຮ່ວມມີ ສະຫາຍ ດວງຕາໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ທັງເປັນຜູ້ຊີ້ນໍາ ເມືອງໄຊຍະບູລີ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານ-ອົງການ, ກົມກອງ ແລະ ເລຂາພັກບ້ານ 78 ບ້ານເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າ ເມືອງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ບາງຕອນສະຫາຍກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ໄຊຍະບູລີ ຄັ້ງທີ 10 ສະໄໝທີ IX ແມ່ນກອງປະຊຸມຄົບຄະນະເປີດກ້ວາງ ແລະ ມີຄວາມໝາຍຄວາມສໍາຄັນຫຼາຍ ເຊີ່ງເປັນການຕີລາຄາຄວາມຮັບຜິດຊອບທາງການເມືອງຂອງຄະນະພັກຂັ້ນຕ່າງໆ ໃນການນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດ ທັງເປັນການປະເມີນຜົນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານຕ່າງໆຂອງມະຕິ XI ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງ ແລະ ມະຕິ IX ຂອງຄະນະບໍລິຫານງານພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງເມືອງວາງອອກ ພ້ອມກັນຄົ້ນຄ້ວາຊອກຫາວິທີ ສ້າງຄວາມເປັນເອກພາບມີມາດຕະການສູ້ຊົນປະຕິບັດໃຫ້ສໍາເລັດໜ້າທີ່ ໃນທ້າຍປີ 2024 ແລະ ທັງເປັນການແລກປ່ຽນຄໍາຄິດຄໍາເຫັນ, ຈາກບັນດາສະຫາຍຄະນະພັກ ແລະ ຜູ້ແທນກອງປະຊຸມ.
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຈັດພິທີປາຖະກະຖາ 3 ວັນປະຫວັດສາດ.
ໃນຕອນເຊົ້າ ຂອງວັນທີ 13 ກໍລະກົດ 2023 ຢູ່ທີ່ສະໂມສອນໃຫຍ່ ຂອງແຂວງ ໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດເຊັ່ນ: ວັນເກີດ ທ່ານ ສຸພານຸວົງ ຄົບຮອບ 114 ປີ ( 13 ກໍລະກົດ 1909-13 ກໍລະກົດ 2023 ), ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 46 ປີ ( 18 ກໍລະກົດ 1977-18 ເດືອນກໍລະກົດ 2023 ) ແລະ ວັນສ້າງຕັ້ງການທູດ ລາວ-ຫວຽດນາມ ຄົບຮອບ 61 ປີ ( 5 ກັນຍາ 1962-5 ກັນຍາ 2032 ).ວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 57 ປີ ( 13 ກໍລະກົດ 1966-13 ກໍລະກົດ 2023) ໃຫ້ກຽດຂຶນປາຖະກະຖາໃນຄັ້ງນີ້ ໂດຍ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ, ພະນັກງານ ແລະ ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຄະນະບໍລິຫານງານພັກແຂວງ, ນາຍທະຫານ, ນາຍຕຳຫຼວດ, ຫົວໜ້າພະແນກ, ຮອງພະແນກ, ອົງການການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະກນ ຢູ່ບັນດາພະແນກການ ອອ້ມຂ້າງແຂວງ ເຂົ້າຮ່ວມທັງໝົດ 297 ຄົນ; ຍິງ 79 ຄົນ.
ຂຽນໂດຍ: ສີນົນ ອອ່ນສາ
ໃນທ້າຍເດືອນ ມິຖຸນາ 2023 ທີ່ຜ່ານມາຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານວິຊາສະເພາະ ຢູ່ໂຄສະນາອົບຮົມເມືອງ 11 ເມືອງ ໃນທົ່ວແຂວງ ໂດຍໄດ້ຈັດແບ່ງເປັນ 3 ທິມເຊັ່ນ: ທີມ 4 ເມືອງເໜືອ, 4 ເມືອງໃຕ້ ແລະ 3 ເມືອງກາງ ເຊິ່ງແຕ່ລະທີມກໍ່ໃຫ້ກຽດຕ້ອນຮັບຈາກຄະນະພັກເມືອງ ( ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ) ພ້ອມທັງໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ຂອງເມືອງ ກໍຄືວຽກງານການເມືອງ-ແນວຄິດ ທັງດ້ານດີ-ດ້ານຫຍໍ້ທໍ້; ຈາກນັ້ນກໍໄດ້ພົບປະແລກປ່ຽນບົດຮຽນນຳຄະນະໂຄສະນາອົບຮົມເມືອງ ຊຶ່ງ ຫົວໜ້າຄະນະໂຄສະນາອົບຮົມເມືອງກໍ່ໄດ້ລາຍງານການເຄື່ອນໄຫວວຽກງານໂດຍຫຍໍ້ໃນໄລຍະຜ່ານມາເຊິ່ງສາມາດເຮັດຫຼ້ອນໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ ເປັນຕົ້ນແມ່ນ ການເປັນເສນາທິການໃຫ້ແກ່ຄະນະພັກ, ເຜືຍແຜ່ເຊື່ອມຊຶມມະຕິ, ຄຳສັ່ງ ຂອງຂັ້ນເທິງ;ໂຄສະນາປາຖະກະຖາໃຫ້ພະນັກງານ - ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຢູ່ພາຍໃນເມືອງຂອງຕົນ ໃຫ້ມີຄວາມຮັບຮູ້ ເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ໂດຍສະເພາະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ່ VII ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງຂອງຕົນ ເຂົ້າສູ່ຊີ ວິດຕົວຈິງ ຢ່າງເປັນຂະບວນຟົກຟື້ນ ສັງລວມແລ້ວ, ແຕ່ລະເມືອງແມ່ນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີ, ການພັດທະນາເສດຖະກິດ-ສັງຄົມ ກໍບັນລຸຕາມຄາດໝາຍທີ່ວາງໄວ້.
ຄະນະໂຄສະນາອົບຮົມແຂວງໄດ້ລົງຊຸກຍູ້
ວຽກງານຮອບດ້ານນຳຄະນະໂຄສະນາອົບຮົມເມືອງໄຊສະຖານ
ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2023 ຄະນະໂຄສະນາອົບຮົມແຂວງໄດ້ລົງຕິດຕາມ,ຊຸກຍູ້ວຽກງານຮອບດ້ານເປັນຕົ້ນວຽກງານວິຊາສະເພາະ ນຳຄະນະໂຄສະນາອົບຮົມເມືອງໄຊສະຖານ ຢູ່ທີຫ້ອງການ ຄະນະໂຄສະນາອົບຮົມເມືອງ ໂດຍການໃຫ້ກຽດຕ້ອນຮັບ ຂອງ ສະຫາຍ ສີສະໝອນ ນາມວົງ ເລຂາຄະນະບໍລິຫານງານພັກເມືອງ ແລະ ນຳພາ ຂອງສະຫາຍ ອາເມ ຊົງເຢຽເລັ່ງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາຫົວໜ້າຂະແໜງອົບຮົມ,ຂະແໜງໂຄສະນາ ແລະ ຮອງຫົວໜ້າຫ້ອງການບໍລິຫານ ໂດຍປະຕິບັດຕາມແຈ້ງການຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 282/ຄອຂ,ຊຍ, ລົງວັນທີ 21 ມິຖຸນາ 2023 ແລະ ປະຕິບັດຕາມວາລະຕາຕະລາງເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງແລ້ວ ແລະ ສະຫາຍ ເລຂາຄະນະບໍລິຫານງານພັກເມືອງ ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫ່ຍແຕ່ລະຂັ້ນ ແລະ ເພື່ອເປັນການລາຍງານການລົງມາເຮັດວຽກໃນຄັ້ງນີ້ຂອງທີມງານຕໍ່ສະຫາຍເລຂາພັກເມືອງ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໜຂອງຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໜທີ VII ໃຫ້ມັນທົ່ວເຖິ່ງ ແລະ ໄດ້ເຮັດວຽກງານວິຊາສະເພາະນຳຄະນະໂຄສະນາອົບຮົມເມືອງ ເຊິ່ງ ສະຫາຍ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ລາຍງານການເຄື່ອນໄຫວວຽກງານວິຊາສະພາະຂອງຕົນໃນໄລຍະ 1 ປີຜ່ານມາຕໍ່ຄະນະທີມງານຂອງແຂວງແລ້ວ ບັນດາສະຫາຍ ຫົວໜ້າໜ່ວຍງານຂອງເມືອງ, ຫົວໜ້າຂະແໜງ ຂອງແຂວງໄດ້ມີຄຳຄິດຄຳເຫັນແລ່ກປ່ຽນບົດຮຽນກັນຢ່າງກົງໄປກົງມາ ແລະ ມີເນື້ອໃນຢ່າງລະອຽດຈະແຈ້ງພໍສົມຄວນ.
![]() | ມື້ນີ້ | 68 |
![]() | ມື້ວານນີ້ | 195 |
![]() | ອາທິດນີ້ | 1424 |
![]() | ເດືອນນີ້ | 2472 |
![]() | ທັງໝົດ | 194585 |
ມີ 79 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌