

ໃນວັນທີ 3 ພະຈິກ 2025 ຜ່ານມານີ້, ກອງບັນຊາການທະຫານເມືອງພຽງແຂວງໄຊຍະບູລີໄດ້ຈັດພິທີປິດຊຸດອົບຮົມ – ຫັດແອບການເມືອງ, ການທະຫານ, ພະລາທິການ ແລະ ເຕັດນິກ ປະຈຳປີ 2025 ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ພັອ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະພັກ,ຄະນະບັນຊາ, ຄະນະຊີ້ນໍາລວມ, ແຂກຖືກເຊີນ, ຄູ – ອາຈານຕະຫຼອດຮອດພະນັກງານ – ນັກຮົບເຂົ້າຮ່ວມ.
ໃນພິທີສະຫາຍ ພັທ ຄໍາເສົາ ທອງສະໄໝ ຫົວໜ້າພະແນກເສນາທິການ ກອງບັນຊາການທະຫານເມືອງພຽງ ໄດ້ຂື້ນຜ່ານບົດສະຫຼຸບ ຜົນການເຝິກອົບຮົມ – ຫັດແອບໃນຄັ້ງນີ້, ເຊິງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນບາງບົດຮຽນທີ່ຖອດຖອນໄດ້ ແລະ ຜົນໄດ້ຮັບຜ່ານການການອົບຮົມ – ຫັດແອບ. ເຊິ່ງຜ່ານການອົບຮົມ – ຫັດແອບສາມາດຕີລາຄາຜົນໄດ້ຮັບດັ່ງນີ້:ພາກການເມືອງບັນລຸໄດ້ 87 %, ພາກອົບຮົມ – ຫັດແອບລະບຽບຮູບແຖວ ແລະ ເຝິກຝົນກໍາລັງແຮງກາຍບັນລຸໄດ້ 85 %, ອົບຮົມ – ຫັດແອບພາກວິຊາລວມບັນລຸໄດ້ 80 %, ພາກສິນລະປະຍຸດບັນລຸໄດ້ 85 %, ພາກຍຸດທະວິທີບັນລຸໄດ້ 83 %, ພາກປະຕິບັດຍິງລູກປືນແທ້ສາມາດຕີລາຄາຜົນໄດ້ຮັບຂັ້ນເກັ່ງ 24 ສະຫາຍ,ດີ 16 ສະຫາຍ, ຄາດໝາຍ 20 ສະຫາຍ ແລະ ຫຼຸດຄາດໝາຍ 16 ສະຫາຍ, ຊຸດອົບຮົມຄັ້ງນີ້ກໍ່ເພື່ອເປັນການປັບປຸງກໍາລັງຍົກສູງຄວາມຮູ້ຄວາມສາມາດດ້ານສິນລະປະຍຸດ, ຍຸດທະວິທີ ໃຫ້ພະນັກງານ – ນັກຮົບພາຍໃນ ກອງບັນຊາການທະຫານເມືອງພຽງ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນສາມາດເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ກຽມພ້ອມສູ້ຮົບຢູ່ຂັ້ນຮາກຖານໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ.
ໂອການນີ້ ສະຫາຍ ພັອ ໄວຍະກ່ອນ ເພັດສະລາດ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາສະຫາຍນັກສໍາມະນາກ່ອນທີ່ໄດ້ຝຶກແອບຮໍ່າຮຽນໃນຄັ້ງນີ້ຈົ່ງພ້ອງກັນນໍາເອົາເນື້ອໃນບົດຮຽນທີ່ຄູ – ອາຈານໄດ້ສິດສອນໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ສໍາເລັດຜົນ, ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຕິດຕາມສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີທີ່ຫວັງມ້າງແພທໍາລາຍລະບອບໃໝ່ຂອງພວກເຮົາ ພ້ອມຮັບປະກັນເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງຕົນເອງໃຫ້ມີຄວາມສະຫງົບ, ມີຄວາມປອດໄພພື້ນຖານ.
ຂໍ້ມູນໂດຍ: ພັຕ ເກສັນ ມິ່ງບຸບຜາ
ໂດຍ: ຂ່າວສານເມືອງພຽງ