ກອງບັນຊາການທະຫານເມືອງພຽງ ແຂວງໄຊຍະບູລີອອກແຮງງານກ່ຽວເຂົ້າລວມ.

ໃນຕອນບາຍຂອງວັນທີ 17 ພະຈິກ 2025 ນີ້ ກອງບັນຊາການທະຫານເມືອງພຽງ ແຂວງ ໄຊຍະບູລີ ໄດ້ພ້ອມກັນສ້າງຂະບວນການອອກແຮງງາານລວມຂອງກອງບັນຊາການທະຫານເມືອງ ເຊິ່ງນໍາພາໂດຍສະຫາຍພັນໂທ ຈື່ເນັ່ງ ຢົວໄຈລີ ຫົວໜ້າການເມືອງກອງບັນຊາການທະຫານເມືອງ ແລະ ສະຫາຍ ພັທ ຫັນ ອາລຸນ ຫົວໜ້າການທະຫານກອງບັນຊາການທະຫານເມືອງພຽງ ມີຫົວໜ້າພະແນກ, ຮອງພະແນກ, ພະນັກງານ – ນັກຮົບພາຍໃນກົມກອງເຂົ້າຮ່ວມ.

ສຳລັບການອອກແຮງງານລວມຄັ້ງນີ້ແມ່ນໄດ້ພ້ອມກັນເກັບກ່ຽວເຂົ້ານນາລວມໄດ້ມີຜົນສໍາເລັດ ແລະການເກັບກ່ຽວເຂົ້ານາລວມໃນເທື່ອນີ້ແມ່ນເພື່ອເຮັດໃຫ້ກົມກອງມີລາຍຮັບເພີ້ມຈາກການປູກຝັງ – ລ້ຽງສັດແລະອື່ນໆ ໃຫ້ໄດ້ຕາມຄາດໝາຍວຽກງງານພະລາທິການຂອງກົມກອງວາງອອກໃນການເພິ່ງຕົນເອງ,ກຸມຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມສາມັກຄີເປັນປືກແຜນແໜ້ນໜານອກນັ້ນກົມກອງຍັງໄດ້ກໍ່ເຮັດສວນພັກເຮືອນຮົ່ມຂອງກົມກອງເປັນຈໍານວນ 4 ຫຼັງ,ພະນັກງານ – ນັກຮົບກໍ່ໄດ້ເອົາໃຈໃສ່ປູກພຶດພັກຕ່າງໆໄດ້ຕາມລະດັບຄາດໝາຍທີ່ 4 ປູກ 4 ລ້ຽງຂອງກົມກອງວາງອອກ ເຮັດໃຫ້ກົມກອງມີຄວາມເຂັ້ມແຂງມີການພັດທະນາກົມກອງຂອງຕົນໃຫ້ດີຂື້ນເທື່ອລະກ້າວ.

ໂດຍ:ຂ່າວສານເມືອງພຽງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa