ກອງບັນຊາການທະຫານເມືອງພຽງ ໄດ້ຕ້ອນຮັບຄະນະທີມງານເຄື່ອນໄຫວຊອກຫາ, ຂຸດຄົ້ນອັດຖິຂອງທະຫານອາສາສະມັກ ແລະ ຜູ້ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມໃນເມື່ອກ່ອນຢູ່ແຂວງໄຊຍະບູລີ.

ໃນວັນທີ 8 ທັນວາ 2025 ຜ່ານມານີ້ ກອງບັນຊາການທະຫານເມືອງພຽງ ແຂວງໄຊຍະບູລີ ຕ້ອນຮັບ ຄະນະທີມງານເຄື່ຶອນໄຫວ ປະຕິບັດໜ້າທີ່ຂຸດຄົ້ນອັດຖິຂອງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພາຍໃນພື້ນຖານເມືອງພຽງ ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການທະຫານເມືອງພຽງໂດຍມີທີມງາມເຄື່ອນໄຫວຊອກຫາ,​ ຂຸດຄົ້ນອັດຖິຂອງທະຫານອາສາສະມັກ ແລະ ຜູ້ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມເຊິ່ງນໍາໂດຍສະຫາຍ ພັທ ຫງວຽນ ກິມ ແອງ ຮອງຫົວໜ້າການທະຫານກອງປະຕິບັດງານພິເສດທະຫານເຂດ 2 ,  ສະຫາຍ ພັຕ ເຈິ່ນ ງ້ອກ ລີນ ພະນັກງານພາສາແປ ພ້ອມຄະນະທິມງານໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຂອງສະຫາຍ ພັທ ຈື່ເນັ້ງ ຢົວໄຈລີ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງພຽງ ພ້ອມດ້ວຍຄະນະ, ມີບັນດາສະຫາຍຄະນະຜູ້ແທນ,​ ເລຂາໜ່ວຍພັກ-ນາຍບ້ານ 6 ບ້ານ ອອ້ມຂ້າງເມືອງເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພັທ ຈື່ເນັ້ງ ຢົວໄຈລີ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ຂອງຄະນະທີມງານກອງປະຕິບັດງານພິເສດທະຫານເຂດ 2 ໃນຄັ້ງນີ້, ແມ່ນເປັນການທົບທວນຄືນມູນເຊື້ອໃນການປະກອບສ່ວນຊ່ວຍເຫຼືອການປະຕິວັດລາວໃນໄລຍະຕໍ່ສູ້ກູ້ຊາດ ແລະ ສະແດງໃຫ້ເຫັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ-ສອງກອງທັບ, ປະຊາຊົນສອງຊາດລາວ-ຫວຽດນາມ, ທີ່ເປັນມູນເຊື້ອອັນດີງາມມາຕັ້ງແຕ່ດົນນານທັງເປັນປັດໄຈສໍາຄັນໃນການຕັດສິນໄຊຊະນະໃນພາລະກິດປະຕິວັດຂອງສອງຊາດ, ​ເປັນມໍລະດົກອັນລໍ້າຄ່າທີ່ສຸດຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນທັງສອງຊາດ. ສືບຕໍ່ຍຶດໝັ້ນໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ.

ສະຫາຍ ພັຕ ເຈິ່ນ ງ້ອກ ລີນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພັທ ຈື່ເນັ້ງ ຢົວໄຈລີ ແລະ ບັນດາສະຫາຍເລຂາໜ່ວຍພັກ-ນາຍບ້ານ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງສະແດງໃຫ້ເຫັນມິດຕະພາບ,​ຄວາມສາມັກຄີຮັກແພງ ແລະ ສາຍພົວພັນອັນສະນິດແໜ້ນລະຫວ່າງສອງຊາດ ລາວ-ຫວຽດນາມ. ຈຸດປະສົງຂອງການມາຢ້ຽມຢາມໃນຄັ້ງນີ້ກໍ່ແມ່ນເພື່ອເກັບກໍາຂໍ້ມູນ ແລະ ເຄື່ອນໄຫວຊອກຫາ,​ຂຸດຄົ້ນ ອັດຖິຂອງທະຫານອາສາສະມັກ ແລະ ຜູ້ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມໃນເມື່ອກ່ອນ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ການຮ່ວມໄມ້ຮ່ວມມືເປັນຈິດໜຶ່ງໃຈດຽວເສຍສະຫຼະໃນການຕໍ່ສູ້ກູ້ຊາດຂອງນັກຮົບປະຕິວັດທັງສອງຊາດ ພ້ອມທັງອວຍພອນເຖິງສາຍພົວພັນຮ່ວມມືຮອບດ້ານພິເສດລະຫວ່າງລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ແລະ ມີຄວາມຈະເລີນງອກງາມເກີດດອກອອກຜົນຍິ່ງໆຂື້ນ.

                     ໂດຍ:ຂ່າວສານເມືອງພຽງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa