
ກອງບັນຊາການທະຫານເມືອງ ບໍ່ແຕນ ແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ວຽກງານລະດົມພົນ (ພັນທະ)ປະຈຳປີ 2024 ຂຶ້ນຢູ່ທີ່ ຫ້ອງປະຊຸມຂອງຫ້ອງວ່າການເມືອງ ໃນຕອນເຊົ້າຂອງວັນທີ 23 ທັນວາ 2025ນີ້ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນພະລັງ ວິໄລສັກ ກຳມະການພັກແຂວງ, ເລຂາພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂັ້ນເມືອງ, ມີຄະນະກຳມະການລະດົມ ພົນຂັ້ນເມືອງເຂົ້າຮ່ວມ.
ໂດຍປະຕິບັດຕາມກົດໝາຍພັນທະປ້ອງກັນຊາດ ສະບັບເລກທີ 25/ສພຊ, ລົງວັນທີ 13 ທັນວາ 2012, ແຈ້ງການຂອງຄະນະກຳມາທິການ ປກຊ, ປກສ ສູນກາງ ສະບັບເລກທີ 41/ຄ.ປກຊ, ລົງວັທີ 29 ສິງຫາ 2024, ຄຳສັ່ງແນະນຳ ລະດົມພົນພັນທະປະຈຳປີ 2024 ເລກທີ 2282/ກສນ, ລົງວັນທີ 30 ສິງຫາ 2024 ວ່າດວ້ຍການລະດົມທະຫານພັນທະ, ຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງໄຊຍະບູລີ ສະບັບເລກທີ 1600/ຈຂ.ຊຍ, ລົງວັນທີ 23 ກັນຍາ 2024 ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ບໍ່ແຕນ ສະບັບເລກທີ 623/ຈມ.ບຕ, ລົງວັນທີ 10 ທັນວາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດົມ ພົນ (ພັນທະ). ເມືອງບໍ່ແຕນ ໄດ້ຮັບຕົວເລກ ແບ່ງປັນ 12 ຄົນ. ສະນັ້ນຄະນະກຳມະການລະດົມພົນໄດ້ເອົາ ໃຈໃສ່ລົງສົມທົບອົງ ການປົກຄອງ ບ້ານໂຄສະນາປຸກລະດົມຊາວໜຸ່ມ, ໄວໜຸ່ມ, ນັກຮຽນ, ນັກສຶກສາ ທີ່ມາຈາກສະຖາ ບັນຕ່າງໆທີ່ມີຄວາມຕື່ນຕົວສະໝັກໃຈປະກອບສ່ວນປ້ອງກັນຊາດ ພ້ອມທັງຂຶ້ນ ບັນຊີລາຍຊື່ ຊາວໜຸ່ມທີ່ຢູ່ໃນໄວພັນທະປ້ອງກັນຊາດ ອາຍຸ 18-25 ປີ ຜູ້ທີມີສຸຂະພາບແຂງແຮງດີ ມີມາດຖານເງື່ອນໄຂຄົບຖ້ວນໂດຍໄດ້ປະຕິບັດຕາມ 3 ຮູບການຄື: ດ້ວຍຄວາມສະໝັກໃຈ, ບົ່ງຕົວ ແລະ ຈົກສະຫຼາກ. ໃນກອງປະຊຸມຄະນະກຳມະການລະດົມພົນ ໄດ້ປະກອບຄຳ ເຫັນແລກປ່ຽນບົດຮຽນ ຢ່າງກົງໄປ ກົງມາ ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ໃນ ການຈັດຕັ້ງປະຕິບັດວຽກງານລະດົມພົນ(ພັນທະ)ໃນປີຕໍ່ໄປ.
ຂ່າວ-ພາບ: ສາຍຄຳ ບຸນຍາວົງ