ກອງບັນຊາການທະຫານເມືອງ ປາກລາຍ ແຂວງໄຊຍະບູລີ ເປີດອົມຮົມ-ຫັດແອບການທະຫານ,ການເມືອງ,ພະລາທິການ ແລະເຕັກນິກປະຈຳປີ2026.

ເພື່ອປະຕິບັດຕາມແຜນອົບຮົມ-ຫັດແອບການທະຫານ,ການເມືອງ,ພະລາທິການ ແລະເຕັກນິກປະຈຳປີ2025ຂອງກອງບັນຊາການທະຫານແຂວງໄຊຍະບູລີສະບັບເລກທີ160/ກບຊ ໄຊຍະບູລີວັນທີ18ທັນວາ2025. ແລະຄຳສັ່ງແນະນຳ ອົບຮົມ-ຫັດແອບ ການທະຫານ,ການເມືອງ,ພະລາທິການ ແລະເຕັກນິກປະຈຳປີ2026ຂອງຫ້ອງເສນາທິການ ທະຫານແຂວງ ໄຊຍະບູລີ ສະບັບເລກທີ 48/ຫສນ,ລົງວັນທີ 13 ມັງກອນ 2026. ໃນຕອນເຊົ້າຂອງວັນທີ 26 ມີນາ 2026ນີ້ກອງບັນຊາການທະຫານເມືອງ ປາກລາຍ ແຂວງ ໄຊຍະບູລີ ໄດ້ເປີດອົບຮົມ-ຫັດແອບ ການທະຫານ,ການເມືອງ,ພະລາທິການ ແລະເຕັກນິກຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ພັທ ທອງວັນ ກັນຫາໄຊ ຫົວໜ້າການເມືອງກອງບັນຊາການທະຫານເມືອງ ປາກລາຍ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ຄຳຝັ້ນ ວົງສະຫວັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ປາກລາຍ ແຂວງ ໄຊຍະບູລີ ໂດຍມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ ແລະພົນທະຫານເຂົ້າຮ່ວມ. ສະຫາຍ ພັຕ ຕົງ ພັນທະວົງ ຫົວໜ້າພະແນກເສນາກອງບັນຊາການທະຫານເມືອງ ປາກລາຍ ໄດ້ຂື້ນຜ່ານແຜນອົບຮົມ-ຫັດແອບ ການທະຫານ,ການເມືອງ,ພະລາທິການ ແລະເຕັກນິກປະຈຳປີ2026.ທັ້ງນີ້ກໍ່ເພື່ອຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ນາຍແລະພົນທະຫານມີຄວາມຮູ້,ຄວາມສາມາດ,ມີຄວາມຊຳນິຊຳນານ,ມີໄຫວພິບຄ່ອງແຄ່ວຮັບປະກັນການກຽມພ້ອມສູ້ຮົບ ແລະສູ້ຮົບໄດ້ທຸກເງື່ອນໄຂ,ຍັງເປັນການກະຕຸກຊຸກຍູ້ໃຫ້ບັນດານາຍ ແລະພົນທະຫານຫັນເຂົ້າສູ່ລະບຽບແບບແຜນຂອງກອງທັບ ຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເປັນປົກກະຕິ ສ້າງໃຫ້ກົມກອງມີລະບຽບແບບແຜນທີ່ທັນສະໄໝ ຍັງເປັນການເຝິກຝົນກຳລັງແຮງກາຍໃຫ້ນາຍ ແລະພົນທະຫານມີສຸຂະພາບແຂງແກ່ນທົນທານສາມາດຜ່ານຜ່າອຸປະສັກນາໆປະການໄປໄດ້ ການອົບຮົມ-ຫັດແອບໃນຄັ້ງນີ້ໃຊ້ເວລາທັງໝົດ 90ວັນ ໂດຍແບ່ງອອກເປັນ 02ໄລຍະຄື:ໄລຍະທີ01:ອົບຮົມຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຣົບ 01ວັນ,ອົບຮົມວຽກງານການເມືອງ 15ວັນ,ອົບຮົມວຽກງານເສນາທິການ 08ວັນ,ອົບຮົມວຽກງານເຕັກນິກ 07ວັນ,ອົບຮົມຂໍ້ກຳນົດ ລະບຽບຮູບແຖວພິທີການ 18ວັນ,ອົບຮົມກິລາກາຍຍະກຳ 10ວັນ. ໄລຍະທີ02: ອົບຮົມວຽກງານເສນາ 13ວັນ,ອົບຮົມສິລະປະຍຸດທະຫານຣາບ 10ວັນ,ອົບຮົມຍຸດທະວິທີທະຫານຣາບ 08ວັນ.ໃນກອງປະຊຸມຍັງໄດ້ຜ່ານຂໍ້ແຂ່ງຂັນເພື່ອພ້ອມກັນຈັດຕັ້ງປະຕິບັດຕາມແຜນອົບຮົມໃຫ້ໄດ້ຮັບໝາກຜົນສູງ ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງຄຳໂອລົມຂອງທ່ານ ຄຳຝັ້ນ ວົງສະຫວັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ  ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງປາກລາຍຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa