

ໃນວັນທີ 09 ທັນວາ 2025 ນີ້ ກອງບັນຊາການທະຫານເມືອງ ແກ່ນທ້າວໄດ້ຈັດພິທີ ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນ ວັນຊາດ ທີ 02 ທັນວາ ຄົບຮອບ 50 ປີ ແລະ ຂະບວນການແຂ່ງຂັນກິລາ ວັນຊາດ ທີ່ 02 ທັນວາ ຄົບຮອບ 50 ປີ ຂື້ນ.
ໂດຍການໃຫ້ກຽດເປັນປະທານ ຂອງສະຫາຍ ພັນໂທ ບຸນຍູ້ ອີນທະວອນ ຄະນະປະຈຳພັກເມືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ, ມີ ສະຫາຍ ພັນໂທ ບົວລອຍ ດວງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ, ມີບັນດາຄະນະພັກ – ຄະນະບັນຊາ, ພະນັກງານ – ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ວາທີ ສຸດສາຄອນ ພອນມະນີ ຊ່ວຍວຽກຂະແໜງສູ້ຮົບໄດ້ຂື້ນຜ່ານ ບົດສະຫຼຸບວຽກງານປ້ອງກັນວັນຊາດທີ່ 02 ທັນວາ ຄົບຮອບ 50 ປີ ສະບັບເລກທີ 593/ປຊ-ປສ.ກທ ລົງວັນທີ 04 ທັນວາ 2025 ແລະ ຜ່ານຄຳສັ່ງຂອງກອງບັນຊາການທະຫານແຂວງ.
ຜ່ານການຈັດຕັ້ງປະຕິບັດວຽກງານປ້ອງກັນໂຕຈີງສະມາດສະຫຼຸບໄດ້ດັ່ງນີ້: ມີເຫດການເກີດຂື້ນ 04 ຄັ້ງ, ກັກຕົວຜູ້ກະທຳຜິດ 11 ຄົນ, ຍຶດຂອງກາງຢາບ້າ 1.425 ເມັດ, ໃບກະທ້ອມ 35 ໃບ, ຫົວເຊື້ອ 03 ຂວດ, ຢາສູບໄຟຟ້າ , 01 ອັນ, ນຳໃຊ້ກຳລັງກອງບັນຊາການທະຫານເມືອງໃນການປ້ອງກັນແຕ່ລະຈຸດ 40 ສະຫາຍ ໂດຍພື້ນຖານແມ່ນຮັກສາໄດ້ຄວາມສະຫງົບ ແລະ ຄວາມປອດໄພ100%
ໃນນັ້ນ ສະຫາຍ ພັນຕີ ບຸນຖົມ ບຸດດາໝັ້ນ ຮອງພະແນກເສນາ ໄດ້ຂື້ນຜ່ານ ບົດສະຫຼຸບ ການແຂ່ງຂັນກິລາມະຫາຊົນ ເພື່ອສ້າງຂະບວນການຂໍານັບຮັບຕ້ອນວັນຊາດທີ່ 02 ທັນວາ ຄົບຮອບ 50 ປີ ຂອງກອງບັນຊາການທະຫານເມືອງ ແກ່ນທ້າວ ສະບັບ ເລກທີ 578/ກຫມ.ກມ ລົງວັນທີ 09 ທັນວາ 2025 ຜ່ານການແຂ່ງຂັນສາມາດສະຫຼຸບໄດ້ດັ່ງນີ້:
ປະເພດກິລາມີ 03 ປະເພດຄື: ກິລາບານສົ່ງ, ກະຕໍ້ຫວາຍ ແລະ ກິລາເປຕັງ ມີທີມເຂົ້າຮ່ວມທັງພາຍໃນ ແລະ ນອກ ຈຳນວນ 09 ທີມ ຜົນການແຂ່ງຂັນ:
-ຊະນະເລີດ ບານສົ່ງ : ພະແນກພະລາ
-ຊະນະເລີດ ກະຕໍ້ຫວາຍ: ພະແນກພະລາ
– ຊະນະເລີດເປຕັງ: ພະແນກເຕັກນິກ;
ຮອງຊະນະເລີດບານສົ່ງ: ພະແນກການເມືອງ , ຮອງຊະນະເລີດກະຕໍ້ຫວາຍ: ກອງຮ້ອຍ 38, ຮອງຊະນະເລີດ ເປຕັງ: ພະແນກການເມືອງ; ທີ 03 ບານສົ່ງຊາຍ: ພະແນກເສນາ ແລະ ກອງຮ້ອຍ 38 ຮ່ວມ, ທີ 03 ກະຕໍ້ຫວາຍ: ພະແນກເສນາ ແລະ ພະແນກການເມືອງຮ່ວມ,ທີ03 ເປຕັງ: ກອງຮ້ອຍ38
ໂອກາດນີ້, ສະຫາຍ ພັນໂທ ບຸນຍູ້ ອິນທະວອນ ຄະນະປະຈຳພັກເມືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ແກ່ນທ້າວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດວຽກງານປ້ອງວັນຊາດທີ່ 02 ທັນວາ ຄົບຮອບ 50 ປີ ແລະ ການສ້າງຂະບວນການແຂ່ງຂັນກິລາ ແລະ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນຕໍ່ພິທີພ້ອມທັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ,ປະຕິບັດຕາມຂໍ້ກຳນົດກົດລະບຽບຂອງກອງທັບ ກໍ່ຄືກົດໝາຍຂອງລັດໃຫ້ເຂັ້ມງວດ ແລະ ຕອບຕ້ານ,ສະກັດກັ້ນປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນສູງ.
ພາບ-ຂ່າວ: ວິລະວົງ ທະນົງສີນ