

ໃນຕອນເຊົ້າຂອງວັນທີ 4 ພະຈິກ 2025 ກອງບັນຊາການ ປກສ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຢູ່ທີຫ້ອງປະຊຸມຂອງກອງບັນຊາການໂດຍໃຫ້ກຽດເປັນປະທານກອງປະຊຸມ ສະຫາຍ ພັທ ຈິດຕະພົງ ພົງວິໄລ ຄະນະປະຈຳພັກເມືອງ, ຫົວໜ້າ ກອງບັນຊາການ ປກສ ເມືອງພຽງ, ມີນາຍ ແລະ ພົນຕຳຫຼວດພາຍໃນກອງບັນຊາການ ປກສ ເມືອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັທ ແສງສະຫວັນ ໄພຍະສານ ຈັດຕັ້ງພິທີໄດ້ກ່າວຈຸດປະສົງຕໍ່ກອງປະຊຸມ.ສະຫາຍ ພັທ ທອງສ່ຽນ ຈິດຕະວົງ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງ ໄດ້ຂື້ນຜ່ານລາຍຊື່ ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່.ຈາກນັ້ນ ສະຫາຍ ພັທ ຈິດຕະພົງ ພົງວິໄລ ກໍ່ໄດ້ເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງກະຊວງປ້ອງກັນຄວາມສະຫງົບ ພ້ອມທັງໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນການປ່ຽນໃໝ່ຂອງພັກ-ລັດໂດຍຫັນເອົາເນື້ອໃນຂອງກອງປະຊຸມນຳມາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ຍູ້ແຮງວຽກງານ ປ້ອງກັນຄວາມສະຫງົບໃຫ້ທົ່ວເຖິງທົ່ວປວງຊົນຮອບດ້ານ ເພື່ອເປັນການຕອບຕ້ານ ກຳໃຫ້ໄດ້ສະພາບຄວາມບໍ່ສະຫງົບຢູ່ຮາກຖານ, ສະພາບການເໜັງຕີງຂອງພົນລະເມືອງ ແລະ ກຸ່ມຄົນບໍ່ຫວັງດີ ພ້ອມກັນຕ້ານສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ,ບັນຫາຢາເສບຕິດ ໃຫ້ນັບມື້ຖອຍລົງ ເພື່ອເຮັດໃຫ້ເມືອງພຽງໄດ້ມີຄວາມສະຫງົບປອດໄພໂດຍພື້ນຖານ.
ໂດຍ: ຂ່າວສານເມືອງພຽງ.