ກອງບັນຊາການ ປກສ ເມືອງໄຊຍະບູລີ ຈັດພິທີປະກາດຍຸບເລີກ 8 ໜ່ວຍພັກ ປກສ ກຸ່ມບ້ານ

ຕອນເຊົ້າວັນທີ 24 ຕຸລາ 2025 ຜ່ານມານີ້ ກອງບັນຊາການ ປກສ ເມືອງໄຊຍະບຸລີ ຈັດພິທີປະກາດຍຸບເລີກໜ່ວຍພັກ ປກສ ກຸ່ມບ້ານ ຂື້ນທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ ໂດຍການເປັນກຽດເຂົ້່າຮ່ວມ ຂອງ ສະຫາຍ ຈັນເພັງ ແສນຄໍາ ຮອງເລຂະຄະບໍລິຫານງານເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ສະຫາຍ ພັທ ຄໍາໄມ່ ພັນກ້າ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປສກ ເມືອງ, ມີຄະນະພັກ, ຄະນະກອງບັນຊາການ ພ້ອມດ້ວຍສະມາຊີກພັກເຂົ້າຮ່ວມຢ່າງພ້ອມພຽງ.

ພິທີ ສະຫາຍ ພັທ ຄໍາໄມ່ ພັນກ້າ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປສກ ເມືອງ ໄດ້ຂື້ນຜ່ານຮ່າງບົດສະຫຼຸບວຽກງານພັກ-ວຽກງານການເມືອງ ປະຈໍາປີ 2025 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈໍາປີ 2026 ສະຫາຍໃຫ້ຮູ້ວ່າ: ຄະນະພັກຮາກຖານກອງບັນ​ຊາ​ການ ປກ​ສ ເມືອ​ງໄຊ​ຍະ​ບູ​ລີມີຂອບເຂດການນໍາພາ ກວມເອົາ 13 ໜ່ວຍພັກ, 07 ພະ​ແນກ, 12 ຫ້ອງ​ການ ປກ​ສ ກຸ່ມ​ບ້ານ ແລະ 70 ໜ່ວຍງານຂື້ນກັບ ປະກອບມີ 01 ຄະນະພັກຮາກຖານ, ມີຄະນະພັກ 05 ສະຫາຍ, ຍິງ 01 ສ​ະ​ຫາຍ, ມີເລຂາ 01 ສະຫາຍ,ຍິງ 0 ສະຫາຍ, ມີຮອງເລຂາ ເປັນປະທານກວດກາ 01 ສະຫາຍ, ມີຄະ​ນະ​ພັກ​ຮາກ​ຖານ 03 ສະ​ຫາຍ, ຍິງ 01 ສະ​ຫາຍ, ທົ່ວກອງ​ບັນ​ຊາ​ການ ປກ​ສ ເມືອງ​​ໄຊ​ຍະ​ບູ​ລີ ​ປະ​ກອບມີ​ນາຍ ແລະ ພົນ​ຕຳຫຼວດທັງໝົດ 202 ສະຫາຍ, ຍິງ 43 ສະຫາຍ, ມີສະມາຊິກພັກທັງໝົດ 194 ສະຫາຍ, ຍິງ 42 ສະຫາຍ, ສະມາຊີກພັກສົມບູນ 187 ສະຫາຍ, ຍິງ 39 ສະຫາຍ, ສະມາຊີກພັກສໍາຮອງ 07 ສະຫາຍ, ຍິງ 03 ສ​ະ​ຫາຍ. ຄະນະພັກຮາກຖານກອງ​ບັນ​ຊາ​ການ ປກ​ສ ເມືອງໄດ້​ຖື​ເອົາວຽກ​ງານ​ແນວ​ຄິດເປັນກົກ, ເປັນ​ວຽກ​ງານ​ທີ່ມີຄວາມໝາຍ, ຄວາມສຳ​ຄັນ​ ແລະ ຕ້ອງ​ໄດ້​ເຮັດ​ເປັນ​ປົກ​ກະ​ຕິ, ຕໍ່ເນື່ອງ ເພື່ອສຶກສາອົບຮົມສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃຫ້ມີຄວາມເປັນເອກະພາບສູງ ຕໍ່ແນວທາງປ່ຽນແປງໃໝ່ ຂອງພັກ​ ຢ່າງ​ຮອບ​ດ້ານ ແລະ ມີຫຼັກ​ການ​ຂອງ​ພັກ, ຍຶດ​ໝັ້​ນ​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ, ຍຶດ​ໝັ້ນ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ ​ໄກ​ສອນ ພົມ​ວິ​ຫານ​ ເປັນ​ພື້ນ​ຖານ, ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນພັກ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າ, ຈຸ້ມເຈຶ້ອພັກພວກ,ກຸ່ມກ້ອນ, ຕ້ານພະຍາດອາດຍາສິດ, ເອກະຊົນ, ແນວຄິດສວຍໂອກາດ-ສໍ້ລາດບັງຫຼວງ ສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ. ໄດ້ເອົາໃຈໃສ່ສືກສາອົບຮົມໃຫ້ສະມາຊິກພັກກໍາໄດ້ທັດສະນະຊີ້ນໍາ ແລະ ຫຼັກການນໍາພາຂອງພັກ, ປັບປຸງແບບແຜນຊີ້ນໍາ-ນໍາພາຂອງ ຄະນະພັກ, ສະມາຊິກພັກ ແຕ່ລະສະຫາຍ ເພື່ອຍົກສູງຄວາມຮັບຜິດຊອບການນໍາພາ ໃນການປະຕິບັດລະບຽບ​ຫຼັກການ, ມາດ​ຕະການ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກ​ໃຫ້​ຖືກຕ້ອງ​​ຕາມ​ຫຼັກການ: ​ພັກ​ນໍາພາ​ໂດຍ​ກົງ-​​ເດັດຂາດ ​ແລະ ຮອບດ້ານ ນໍາພາເປັນໝູ່ຄະນະ, ເວົ້າ ແລະ ປະຕິບັດຕາມມະຕິ ສຽງສ່ວນໜ້ອຍຂື້ນກັບສຽງສ່ວນຫຼາຍ, ບຸກຄົນຂື້ນກັບການຈັດຕັ້ງ,​ ບົນ​ພື້ນຖານ​ເຄົາລົບ​ ແລະ ປະຕິບັດຫຼັກການ​ລວມສູນ​ປະຊາທິປະ​ໄຕ​ຢ່າງຖືກຕ້ອງ ແລະ​ ເຂັ້ມ​ງວດ ເຮັດວຽກມີແຜນການ, ແຜນງານ, ມີການນໍາພາ​, ມີການຈັດຕັ້ງມອບໝາຍຄວາມຮັບ​ຜິດ​ຊອບໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດ ຂອງແຕ່ລະສະຫາຍ, ມີການຊຸກຍູ້, ຕິດຕາມ, ກວດກາ, ສະຫຼຸບຖອດຖອນບົດຮຽນ ເພື່ອຊອກ​​ໃຫ້ເຫັນ​ດ້ານ​ດີທີ່ຕັ້ງໜ້າເພື່ອ​ສົ່ງ​ເສີມ​​ ແລະ ​ດ້ານ​ອ່ອນ, ຂໍ້ຄົງຄ້າງ​ ເພື່ອ​ປັບປຸງ-​​ແກ້​ໄຂ​ ໃຫ້ຖືກທິດ . ຈາກນັ້ນກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 387/ຄພມ.ຊຍ, ລົງວັນທີ 10 ກັນຍາ 2025 ວ່າດ້ວຍການຍຸບເລີກ ໜ່ວຍພັກ ປກສ ກຸ່ມບ້ານຈໍານວນ 8 ໜ່ວຍພັກ ເຊິ່ງມີໜ່ວຍພັກ ຫ້ອງການ ປກສ ກຸ້ມບ້ານນາຕາກ, ກຸ້ມບ້ານນາຫຼາ, ກຸ້ມບ້ານນາມອນ, ກຸ້ມບ້ານນາລວມ-ນໍ້າຕວນ, ກຸ້ມບ້ານຫ້ວຍສະແງມ, ກຸ່ມບ້ານນາຊໍ່າ-ຜາຊ້າງ, ກຸ້ມບ້ານຫ້ວຍຂົວຫຼວງ ແລະ ກຸ້ມບ້ານປາກເຮົ້າ ໄປຂື້ນກັບໜ່ວຍພັກພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ. ຕອນທ້າຍຂອງພິທີ ສະຫາຍ ຈັນເພັງ ແສນຄໍາ ຮອງເລຂະຄະບໍລິຫານງານເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ກໍ່ໄດ້ມີຄໍາເຫັນຊີ້ນໍາ ແລະ ໂອ້ລົມຕໍ່ພິທີດັ່ງກ່າວຕື່ມອີກ.

ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa